ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີເກົາຫຼີໃຕ້ ໄປຢ້ຽມຢາມປະເທດຈີນ


ປະທານປະເທດຈີນ ທ່ານ Hu_Jintao
ປະທານປະເທດຈີນ ທ່ານ Hu_Jintao

ນາຍົກລັດຖະມົນຕີເກົາຫຼີໃຕ້ທ່ານ Kim Hwang-sik ກໍາລັງມຸ້ງໜ້າໄປຈີນໃນການ
ຢ້ຽມຢາມ4 ມື້ ທີ່ຈະຮວມເຖິງການໂອ້ລົມສົນທະນາກັບຄະນະເຈົ້າໜ້າທີ່ຂັ້ນສູງ.

ຫ້ອງການຂອງນາຍົກລັດຖະມົນຕີ Kim ກ່າວໃນວັນອັງຄານນີ້ວ່າ ທ່ານຈະໄດ້ພົບກັບ
ປະທານປະເທດຈີນ ທ່ານ Hu Jintao ແລະຜູ້ນຳໃນດ້ານນິຕິບັນຢັດ ທ່ານ Wu
Bangguo ພ້ອມທັງຄູ່ຕໍາແໜ່ງຝ່າຍຈີນທ່ານ Wen Jiabao. ນອກນີ້ແລ້ວ ທ່ານ Kim
ຍັງຫວັງທີ່ຈະເສີມຂະຫຍາຍການເປັນພາຄີຍຸດທະສາດລະຫວ່າງປະເທດທັງ 2 ແລະສົນ
ທະນາຫາລືກັນກ່ຽວກັບການຮ່ວມມືທາງການເສດຖະກິດທີ່ໃກ້ຊິດກວ່າເກົ່ານໍາອີກ.
ທ່ານ Kim ຈະອອກເດີນທາງໃນວັນພະຫັດທີ່ຈະມາເຖິງນີ້ ໄປທີ່ເມືອງ Boao ທາງພາກ
ໃຕ້ຂອງຈີນເພື່ອເຂົ້າຮ່ວມກອງປະຊຸມເສດຖະກິດນາໆຊາດບ່ອນທີ່ທ່ານຈະໄດ້ສົນທະນາ
ຫາລືກ່ຽວກັບການຈະເລີນເຕີບໂຕແບບຍືນຍົງໃນການກ່າວຄຳປາໄສທີ່ສຳຄັນຕໍ່ກອງປະຊຸມ
ໃນມື້ວັນສຸກຈະມານີ້.

ການເດີນທາງຄັ້ງນີ້ແມ່ນເປັນຄັ້ງທີ່ 5 ຂອງການຢ້ຽມຢາມຈີນຢ່າງເປັນທາງການຂອງນາຍົກ
ລັດຖະມົນຕີເກົາຫຼີໃຕ້.

XS
SM
MD
LG