ຕອນນີ້ມີລາຍງານວ່າ 10 ຄົນໄດ້ເສຍຊີວິດ ແລະ ຈຳນວນຄົນອື່ນໆທີ່ຫາຍສາບສູນ ຫຼັງຈາກເຮືອຫາປາຫຼົ້ມຢູ່ນອກຊາຍຝັ່ງທາງພາກຕາເວັນອອກສຽງໃຕ້ຂອງ ເກົາຫຼີໃຕ້ ໃນຕອນ ເດິກຂອງວັນເສົາວານນີ້.
ຕຳຫຼວດຍາມຊາຍຝັ່ງ ເກົາຫຼີໃຕ້ກ່າວວ່າ ເຮືອທີ່ມີນ້ຳໜັກ 9 ໂຕນຊື່ວ່າ Dolphin ໄດ້ຖືກພົບເຫັນໃນຕອນເຊົ້າຂອງວັນອາທິດມື້ນີ້ຢູ່ໃກ້ກັບເກາະຕາກອາກາດ ເຈຈູ, ຫຼາຍຊົ່ວໂມງຫຼັງຈາກທີ່ເຮືອລຳດັ່ງກ່າວໄດ້ເດີນທາງອອກຈາກເກາະ Chuja ແລະ ໄດ້ຂາດການຕິດຕໍ່ສັນຍານວິທະຍຸ. ຕຳຫຼວດຍາມຊາຍຝັ່ງກ່າວວ່າ 3 ຄົນໄດ້ຖືກຊ່ວຍເຫຼືອ ແລະ ຖືກນຳໄປປິ່ນປົວຢູ່ໂຮງໝໍໃກ້ຄຽງ.
ຜູ້ລອດຊີວິດຄົນໜຶ່ງໄດ້ກ່າວຕໍ່ອົງການຂ່າວ Yonhup ວ່າ ເຮືອໄດ້ຫຼົ້ມລົງ “ໃນທັນທີທັນໃດ” ຍ້ອມມີຄື້ນທະເລພັດແຮງ. ລາວກ່າວວ່າ ລາວ ແລະ ຜູ້ລອດຊີວິດຄົນໜຶ່ງໄດ້ປີນຂຶ້ນໄປຢູ່ເທິງເຮືອທີ່ຫຼົ້ມນັ້ນ ແລະ ໄດ້ເກາະຢູ່ກັບເຮືອລຳນັ້ນດົນກວ່າ 10 ຊົ່ວໂມງກ່ອນໄດ້ຮັບການຊ່ວຍເຫຼືອ.
ບັນຊີລາຍຊື່ໄດ້ສະແດງໃຫ້ເຫັນວ່າມີຜູ້ໂດຍສານ 22 ຄົນເດີນທາງກັບເຮືອ Dolphin, ແຕ່ວ່າມີຢ່າງໜ້ອຍ 4 ຄົນບໍໄດ້ເດີນທາງໄປນຳເຮືອລຳນີ້ໃນເວລາທີ່ເກີດອຸບັດເຫດ, ແລະ ໜຶ່ງໃນຜູ້ລອດຊີວິດແມ່ນບໍ່ໄດ້ຢູ່ໃນລາຍຊື່ດັ່ງກ່າວ. ເຮືອທະຫານ ແລະ ເຮືອປະຊາຊົນຫຼາຍສິບລຳ ແມ່ນກຳລັງຊອກຄົ້ນໃນບໍລິເວນທີ່ຢູ່ອ້ອມຂ້າງເພື່ອຫາຜູ້ລອດຊີວິດເພີ່ມເຕີມ.
ອົງການຂ່າວ Yonhup ກ່າວວ່າ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ ປັກ ເກິນເຮ ໄດ້ສັ່ງໃຫ້ບັນດາເຈົ້າໜ້າທີ່ “ເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຜູ້ທີ່ສູນຫາຍຢູ່.”