ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກັບຕັນ ແລະລູກເຮືອ 3 ຄົນ ຖືກຟ້ອງ ​ຖານ​ຂ້າ​ຄົນ ໂດຍບໍ່​ເຈດຕະນາ (ວີດີໂອ)


South Korea Ferry VO
please wait
Embed

No media source currently available

0:00 0:00:22 0:00
ບັນດາ​ໄອ​ຍະ​ການຂອງ​ເກົາຫຼີ​ໃຕ້ ໄດ້ກ່າວຫາກັບຕັນແລະລູກເຮືອ
ອີກ 3 ຄົນ ຂອງເຮືອຂ້າມຟາກທີ່ໄດ້ຫລົ້ມ​ແລະເຮັດໃຫ້ຜູ້​ໂດຍສານ
ຫຼາຍກວ່າ 240 ຄົນເສຍຊີວິດໃນ​ເດືອນ​ແລ້ວ​ນີ້ໃນ​ຖານ​ຂ້າ​ຄົນໂດຍ
ບໍ່​ເຈດຕະນາ. ​

​ເຈົ້າ​ໜ້າ​ທີ່ໄດ້​ກ່າວໃນ​ວັນ​ພະຫັດ​ມື້ນີ້​ວ່າ ສະມາຊິກທັງ 4 ຄົນ​ໄດ້​ຖືກ​
ຟ້ອງຍ້ອນ​ຫລົບໜີ ​ເອົາ​ຕົວ​ລອດ​ຈາກ​ເຮືອ​ໂດຍສານ​ຂ້າມ​ຟາກ ທີ່
​ກຳລັງຫ​ລົ້ມ ​ແຕ່​ກັບ​ບອກ​ພວກ​ຜູ້​ໂດຍສານທັງຫຼາຍ​ນັ້ນ ​ໃຫ້​ຢູ່​ກັບທີ່
ບໍ່ໃຫ້ອອກຈາກເຮືອ.

​ໃນ​ຕົ້ນ​ເດືອນ​ນີ້ ຈຳນວນ​ຜູ້ທີ່ໄດ້ຮັບການຢືນຢັນວ່າ​ເສຍ​ຊີວິດ ມີ​ເຖິງ 244 ຄົນ ​ແລະ​ອີກ 58 ຄົນ ຍັງ​ຫາຍ​ສາບ​ສູນ​ແລະ​ຫາ​ບໍ່​ພົບ​ເທື່ອ ມີ​ເກືອບ 175 ຄົນ ​ລອດ​ຊີວິດ​ມາ​ໄດ້.

ເຮືອ​ຂ້າມ​ຟາກ Sewol ຂະໜາດ 6,800 ​ໂຕນ​ນັ້ນ ​ໄດ້​ປີ້ນ​ຂວ້ຳ​ແລະ​ຈົມ​ລົງ​ໃນ​ວັນ​ທີ 16​ເມສາ​ຜ່ານ​ນີ້. ພວກ​ຜູ້​ໂດຍສານ​ ແມ່ນ​ຮວມດ້ວຍນັກຮຽນ 325 ຄົນ​ ຈາກ​ໂຮງຮຽນ​ມັດທະ ຍົມ​ດຽວ​ກັນ ທີ່​ໄດ້​ພາກັນ​ໄປ​ທັດສະນະ​ສຶກສາ ​ຢູ່​ເກາະ Jeju ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ອຸປະຕິ​ເຫດຄັ້ງ​ນີ້ ​ໄດ້​ພາ​ໃຫ້​ຊາວ​ເກົາຫຼີໃຕ້ຕື່ນ​ຕົກ​ໃຈ​ແລະ​ໂກດ​ແຄ້ນ. ​ມີ​ການ​ຕຳ​ນິຕິ​ຕຽນ ​ຢ່າງກວ້າງຂວາງ​ ທີ່​ແນ​ໃສ່​ພະນັກງານ​ເຮືອຂ້າມຟາກ ທີ່​ໄດ້​ປ່ອຍປະ​ລະ​ເລີຍ ໜີ​ເອົາ​ຕົວ ​ລອດ ອອກ​ຈາກ​ເຮືອທີ່​ບັນຈຸ​ຜູ້​ຄົນແລະເຄື່ອງຂອງ​ເກີນ​ຂອບເຂດ​ ກ່ອນ​ທີ່​ຈະມີ​ການ​ກູ້​ໄພ ຢ່າງ​ເຕັມທີ່​ນັ້ນ.

​ໃນ​ສັບປະດາແລ້ວ​ນີ້ ປະທານ​າທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້ໄປ​ຢ້ຽມ
ຢາມ ບັນດາ​ຄອບຄົວ​ຂອງ​ຜູ້​ໂດຍສານ​ທີ່ຍັງ​ຫາຍ​ສາບ​ສູນ​ແລະ​ຫາ​ບໍ່​ພົບ​ເທື່ອ ຫຼັງ​ຈາກ​ທີ່​ເຮືອຂ້າມຟາກລຳນີ້ໄດ້ຫລົ້ມ. ຜູ້ນຳ​ເກົາຫຼີ​ໃຕ້ ປະຕິຍານ​ວ່າ ຈະ​ລົງ​ໂທດ​ຢ່າງ​ໜັກຕໍ່ພວກ
​ທີ່​ຮັບຜິດຊອບ ​ໃນ​ເຫດ​ໂສກ​ນາດຕະກຳ​ທີ່​ວ່າ​ນີ້.
XS
SM
MD
LG