ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ເພີ່ມລາງວັນໃຫ້ຄົນ ເກົາຫຼີເໜືອ ທີ່ຫຼົບໜີອອກຈາກປະເທດມາພ້ອມດ້ວຍຂໍ້ມູນລັບ


ປະຊາຊົນເບິ່ງຂ່າວໂທລະພາບ ທີ່ສະແດງໃຫ້ເຫັນຮູບພາບ
ຂອງທ່ານ Thae Yong Ho, ເຊິ່ງເປັນຄົນ ເກົາຫຼີເໜືອ ລະ
ດັບສູງທີ່ຫຼົບໜີອອກຈາກປະເທດ ຢູ່ສະຖານີລົດໄຟ ໂຊລ, ເກົາຫຼີໃຕ້. 17 ສິງຫາ, 2016
ປະຊາຊົນເບິ່ງຂ່າວໂທລະພາບ ທີ່ສະແດງໃຫ້ເຫັນຮູບພາບ ຂອງທ່ານ Thae Yong Ho, ເຊິ່ງເປັນຄົນ ເກົາຫຼີເໜືອ ລະ ດັບສູງທີ່ຫຼົບໜີອອກຈາກປະເທດ ຢູ່ສະຖານີລົດໄຟ ໂຊລ, ເກົາຫຼີໃຕ້. 17 ສິງຫາ, 2016

ບັນດາສະພາຊິກສະພາ ເກົາຫຼີໃຕ້ ກຳລັງກຽມພ້ອມ ເພື່ອພິຈາລະນາຍັດຕິ ມອບລາງວັນ
ເກືອບ 900,000 ໂດລາ ໃຫ້ຜູ້ທີ່ຫຼົບໜີອອກຈາກ ເກົາຫຼີເໜືອ ພ້ອມກັບຂໍ້ມູນຄວາມລັບ
ທາງການ ກ່ຽວກັບ ລັດຖະບານ ພຽງຢາງ ທີ່ຖືກແຍກອອກຈາກໝູ່ນັ້ນ.

ອົງການຂ່າວ Yonhap ຂອງ ເກົາຫຼີໃຕ້ ໄດ້ລາຍງານ ກ່ຽວກັບ ຍັດຕິດັ່ງກ່າວໃນວັນອາ
ທິດມື້ນີ້, ໂດຍກ່າວວ່າ ຈຳນວນເງິນດັ່ງກ່າວແມ່ນຖືກເພີ່ມຂຶ້ນ 4 ເທົ່າຈາກເງິນທີ່ຖືກຈ້າງ ໃນປະຈຸບັນຕໍ່ຜູ້ທີ່ຫຼົບໜີອອກມາດ້ວຍຂໍ້ມູນລັບ.

ລາຍງານກ່າວວ່າ ຍັດຕິດັ່ງກ່າວ ແມ່ນໄດ້ເພັ່ງເລັງໃສ່ການຊັກຊວນຜູ້ນຳຂັ້ນສູງ ເກົາຫຼີ
ເໜືອ ໃຫ້ປ່ຽນທິດທາງ. ກະຊວງແຫ່ງການທ້ອນໂຮມຊາດ ໄດ້ກ່າວວ່າ ກົດໝາຍທີ່ວ່ານັ້ນ ຍັງຈະເພິ່ມລາງວັນສຳລັບອຸປະກອນຕ່າງໆ ລວມມີ ເຮືອ ແລະ ເຄື່ອງມືທາງທະຫານ
ອື່ນໆເຊິ່ງນຳມາໂດຍຜູ້ຫຼົບໜີນັ້ນນຳ.

ຍັງບໍ່ມີການຕອບສະໜອງໃນທັນທີທັນໃດຕໍ່ລາຍງານດັ່ງກ່າວ ຈາກລັດຖະບານ ເກົາຫຼີ
ເໜືອເທື່ອ.

ອົງການຂ່າວ Yonhap ໄດ້ກ່າວເນັ້ນຄຳເວົ້າຈາກແຫຼ່ງຂ່າວຂອງກະຊວງວ່າ ລາງວັນໄດ້
ເພີ່ມຂຶ້ນຈາກ 217,000 ໂດລາເຊິ່ງຖືກສະເໜີໃຫ້ໂດຍລັດຖະບານ ໂຊລ ໃນປະຈຸປັນ,
ເປັນການ “ສະທ້ອນເຖິງ ລາຄາຜູ້ບໍລິໂພກທີ່ເພີ່ມສູງຂຶ້ນ ນັບຕັ້ງແຕ່ປີ 1997 ເປັນຕົ້ນ
ມາ,”
ເຊິ່ງເປັນຄັ້ງສຸດທ້າຍທີ່ລາງວັນໄດ້ຖືກປັບປ່ຽນ.

ໂທລະພາບ The Insider ໄດ້ກ່າວວ່າ “ສາເຫດໜຶ່ງທີ່ໃຫຍ່ທີ່ສຸດທີ່ວ່າເປັນຫຍັງຊາວ ເກົາຫຼີເໜືອ ຈຶ່ງລັງເລໃຈທີ່ຈະຫຼົບໜີອອກຈາກປະເທດນັ້ນກໍແມ່ນຍ້ອນ ພວກເຂົາ
ເຈົ້າຢ້ານກົວ ກ່ຽວກັບ ການທຳມາຫາກິນຫຼັງຈາກພວກເຂົາເຈົ້າໄດ້ຫຼົບໜີເຂົ້າໄປ ເກົາຫຼີໃຕ້ແລ້ວ.”

ນອກນັ້ນລາຍງານຍັງໄດ້ເນັ້ນຄຳເວົ້າຂອງຜູ້ຫຼົບໜີຈາກ ເກົາຫຼີເໜືອຄົນ ທີ່ບໍ່ປະສົງອອກ
ຊື່ວ່າ ລາງວັນທີ່ເພີ່ມຂຶ້ນ ເບິ່ງຄືວ່າ ຈະເປັນກຳລັງໃຈໃຫ້ຜູ້ມີອິດທິພົນ ເກົາຫຼີເໜືອ ພິຈາ
ລະນາ “ຫັກຫຼັງບ້ານເກີດຂອງພວກເຂົາເຈົ້າ, ເຊິ່ງຂໍ້ຄວາມຂອງອົງການຂ່າວ Yonhap ໄດ້ກາຍເປັນ “ການລະເມີດກົດໝາຍສາກົນ” ໃນສາຍຕາຂອງປະຊາຄົມນານາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG