ເກົາຫຼີໃຕ້ ປັບໃໝບໍລິສັດລົດ Volkswagenຂອງເຢຍຣະມັນ ເປັນຈຳນວນເງິນ 16 ລ້ານ ໂດລາ ແລະເກືອດຫ້າມການຂາຍລົດ 80 ແບບ ໃນວັນອັງຄານມື້ນີ້ ໂດຍກ່າວຫາວ່າ ບໍລິສັດລົດ ທີ່ກ່າວມານີ້ໄດ້ແຕ່ງເຕີມເຄື່ອງອາຍເສຍ ແລະ ທົດສອບລະດັບສຽງ.
ການຕັດສີນໃຈໄດ້ປະກາດອອກ ໂດຍກະຊວງສະພາບແວດລ້ອມ ແມ່ນເປັນການເປີດເຜີຍ ຄັ້ງຫຼ້າສຸດກ່ຽວກັບ ບໍລິສັດລົດ Volkswagen ຊຶ່ງໃນປີທີ່ຜ່ານມານັ້ນ ແມ່ນໄດ້ປະສົບກັບ ການເປີດເຜີຍຄວາມຈິງຂອງລົດ ດ້ວຍເຄື່ອງມື ທີ່ຕົບຕາການກວດສອບເຄື່ອງຈັກສຳລັບ ອາຍເສຍ.
ເດືອນພະຈິກປີກາຍນີ້ ເກົາຫຼີໃຕ້ ໄດ້ປັບໃໝ່ບໍລິສັດລົດ Volkswagen 12 ລ້ານ 7 ແສນ ໂດລາ ແລະລົບລ້າງໃບອະນຸຍາດສ້າງລົດໃຊ້ກາຊວນ 125 ພັນ ຄັນ.
ໃນວັນອັງຄານມື້ນີ້ ເກົາຫຼີໃຕ້ ໄດ້ເພີ້ມຈຳນວນ 83 ພັນຄັນເຂົ້າໃສ່ໃນລາຍຊື່ປັບໃໝໃຫມ່ ພວກລົດທີ່ມີບັນຫາ ຊຶ່ງຮວມທັງລົດ Volkswagen ລົດຍີ່ຫໍ້ Audi ແລະ Bentley ນຳ.
ເຈົ້າໜ້າທີ່ກະຊວງສະພາບແວດລ້ອມ ທ່ານ Hong Dong-gon ໄດ້ບອກພວກນັກຂ່າວວ່າ ຖ້າຫາກວ່າ ບໍລິສັດລົດ Volkswagen ຂໍໃບອະນຸຍາດໃຫ້ລົດຂອງຕົນ ອີກຕື່ີມບໍລິສັດລົດ ດັ່ງກ່າວກໍຈະປະເຊີນໜ້າກັບຂັ້ນຕອນການກວດສອບຢ່າງເຂັ້ມງວດ.
ທ່ານ Dong-gon ກ່າວວ່າ “ແທນທີ່ຈະກວດສອບແຕ່ພວກເອກກະສານເທົ່ານັ້ນ ພວກເຮົາຈະທຳການທົດສອບຢ່າງລະອຽດ ຊຶ່ງຈະຮວມເຖິງການໄປເບິ່ງສະຖານທີ່ ແລະໄປຢ້ຽມຢາມຫ້ອງການໃຫຍ່ຂອງ ບໍລິສັດລົດ Volkswagen ຖ້າຈຳເປັນ.”
ບໍລິສັດລົດ Volkswagen ໄດ້ຂໍອະໄພໂທດ ແລະໄດ້ກ່າວວ່າ ຕົນກຳລັງແກ້ໄຂບັນຫາຢ່າງຮີບດ່ວນແລະຈັດໃຫ້ເປັນບຸລິມະສິດ ໃນທັນທີທັນໃດ.