ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ເຮັດ​ສົງ​ຄາມ ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ຂະ​ນະ​ທີ່ ລັດ​ຖະ​ບານ​ປະ​ເທດ​ຕ່າງໆ ພະ​ຍາ​ຍາມ ຈະ​ຍຸ​ຕິ​ການ​ແຜ່​ລາມ


ທະ​ຫານ ເກົາຫຼີ​ໃຕ້ ໃສ່​ຊຸດ​ປ້ອງ​ກັນ​ໂຣກ ສີດ​ຢາ​ຂ້າ​ເຊື້ອ ເພື່ອ​ຢຸດການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ, ເມືອງ ແດ​ກູ, ເກົາຫຼີ​ໃຕ້. 2 ມີ​ນາ, 2020.
ທະ​ຫານ ເກົາຫຼີ​ໃຕ້ ໃສ່​ຊຸດ​ປ້ອງ​ກັນ​ໂຣກ ສີດ​ຢາ​ຂ້າ​ເຊື້ອ ເພື່ອ​ຢຸດການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ, ເມືອງ ແດ​ກູ, ເກົາຫຼີ​ໃຕ້. 2 ມີ​ນາ, 2020.

​ບັນ​ດາລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຈາກ​ກຸ່ມ 7 ປະ​ເທດ ຫຼື G7 ​ທີ່​ມີ​ເສດ​ຖະ​ກິດ​ລ້ຳ​ໜ້າ ກຳ​ລັງ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ ໃນ​ວັນ​ອັງ​ຄານ​ມື້ນີ້ ເພື່ອ​ປຶກ​ສາ​ຫາ​ລື ວິ​ທີ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 70 ປະ​ເທດ ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສແລ້ວ.

ການ​ສົນ​ທະ​ນາ​ຂອງ ກຸ່ມ G7 ນີ້ ມີ​ຂຶ້ນ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີເກົາຫຼີ​ໃຕ້ ທ່ານ ມູນ ແຈ-ອິນ ໄດ້​ສະ​ແຫວງ​ຫາ​ທຶນ​ຮອນ ໃນ​ປະ​ເທດ​ຂອງ​ທ່ານ ເພື່ອ​ຊ່ອຍ​ໃນດ້ານ​ອຸ​ປະ​ກອນ​ການ​ແພດ ແລະ​ໃຫ້​ຊ່ອຍ​ເຫຼືອ​ແກ່​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຍ້ອນ​ເສດ​ຖະ​ກິດ​ຖົດ​ຖອຍ​ ໃນ​ຂະ​ນະ​ທີ່​ພວກ​ຄົນ​ພາ​ກັນ​ຢູ່​ແຕ່​ໃນ​ເຮືອນ.

​ເກົາຫຼີ​ໃຕ້ ເປັນ​ປະ​ເທດ​ນຶ່ງ​ທີ່​ໄດ້​ຖືກ​ກະ​ທົບ​ໜັກ​ທີ່​ສຸດ ຢູ່ນອກ​ປະ​ເທດ​ຈີນ ໂດຍ​ມີ​ລາຍ​ງານ​ຂອງ​ຕົວ​ເລກຫຼ້າ​ສຸດ ໃນ​ວັນ​ອັງ​ຄານມື້ນີ້ ວ່າ ມີ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທັງ​ໝົດ ເກືອບ 5,000 ລາຍ.

ທ່ານ​ມູນ ​ໄດ້​ກ່າວວ່າ “​ໃນທົ່ວ​ປະ​ເທດ ໄດ້​ເຂົ້າ​ສູ່​ພາ​ວະ​ສົງ​ຄາມ ເພື່ອ​ຕໍ່ສູ້​ຕ້ານ​ພະ​ຍາດ​ຕິດຕໍ່ນີ້.”

ສ່ວນ​ຢູ່​ໃນ​ອີ​ຣ່ານ ອີກ​ຈຸດ​ສູນ​ກາງ​ແຫ່ງ​ນຶ່ງ ​ຊຶ່ງ​ໄດ້​ແຜ່ກະ​ຈາຍໄວ​ຣັ​ສ​ດັ່ງ​ກ່າວ ໄປ​ສູ່​ປະ​ເທດ​ອື່ນໆ ໃນ​ຂະ​ນະ​ທີ່ ພວກ​ຄົນ​ທັງຫຼາຍ​ໄດ້​ພາ​ກັນ​ອອກ​ເດີນ​ທາງ ​ໂດຍບັນ​ດາ​ນັກ​ຊ່ຽວ​ຊານ​ຂອງ​ອົງ​ການ​ອະນາໄມ​ໂລກ ກໍ​ໄດ້​ເດີນ​ທາງ​ໄປ​ຮອດ​ປະ​ເທດ​ດັ່ງ​ກ່າວ ເພື່ອ​ຊ່ອຍ​ພວກ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກໃນ​ທ້ອງ​ຖິ່ນ ຮັບ​ມື​ກັບ​ການ​ລະ​ບາດນັ້ນແລ້ວ.

ຈີນ ກໍໄດ້​ເຫັນ​ວ່າ ຈຳ​ນວນ​ກໍ​ລະ​ນີ​ການ​ຕິດ​ເຊື້ອ​ໄວ​ຣັ​ສ ຂອງ​ຕົນ ກໍ​ໄດ້ຊ້າ​ລົງ ໂດຍ​ມີ​ລາຍ​ງານ​ວ່າ ມີ ກໍ​ລະ​ນີ​ຕິດ​ເຊື້ອ​ໃໝ່ 125 ລາຍ ໃນ​ວັນ​ອັງ​ຄານ​ມື້ນີ້ ຊຶ່ງ​ເປັນ​ຈຳ​ນວນ​ທີ່​ຕ່ຳ​ທີ່​ສຸດ​ໃນ​ສອງ​ເດືອນ​ທີ່​ຜ່ານ​ມາ.

ການ​ຊັກ​ຊ້າ​ລົງ​ຢູ່​ໃນ​ຈີນ ໄດ້​ມີ​ຂຶ້ນ ຂະ​ນະ​ທີ່ ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ ຢູ່​ແຫ່ງ​ອື່ນໆ​ນັ້ນ ກໍ​ໄດ້ເພີ້ມ​ສູງ​ຂຶ້ນ.

ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່າ ມີ​ອີກ​ສີ່​ຄົນ​ເສຍ​ຊີ​ວິດ ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ວັນ​ຈັນ​ວານນີ້ ໂດຍ​ເຮັດ​ໃຫ້​ຈຳ​ນວນ​ຜູ້​ເ​ສຍ​ຊີ​ວິດ​ທັງ​ໝົດ ​ເພີ້ມ​ຂຶ້ນ​ເປັນ 6 ຄົນ ໂດຍ​ມີກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ ລວມ​ທັງ​ໝົດ ປະ​ມານ 100 ລາຍ.

ໃນ​ທົ່ວ​ໂລກ ໄວ​ຣັ​ສ​ດັ່ງ​ກ່າວ ໄດ້​ຕິດ​ແປດ​ 90,000 ຄົນ ແລະ ໄດ້​ເອົາ​ຊີ​ວິດ 3,100 ຄົນ​ແລ້ວ.

ທ່ານ​ເທ​ໂດ​ຣ​ສ ອາ​ດາ​ນົມ ເກ​ບ​ຣີ​ເຢ​ຊັ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ກ່າວ​ວ່າ ຈຸດ​ສຸມ​ຂອງ​ປະ​ເທດ​ທັງ​ໝົດ ຄວນ​ເປັນ​ເລື້ອງ​ຂອງ​ຄວາມ​ພະ​ຍາ​ຍາມ ເພື່ອ​ຄວບ​ຄຸມ​ໄວ​ຣັ​ສ​ອັນ​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG