ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ບັນຊາການກອງທັບບົກ ເກົາຫລີໃຕ້ ລາອອກ


ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Tea-young ທີ່ ລາອອກໄປ ຍ້ອນຖືກຕິຕຽນກ່ຽວກັບການຮັບມືກັບການໂຈມຕີຂອງເກົາ
ຫລີເໜືອ ຕໍ່ເກາະດອນແຫ່ງນຶ່ງຂອງເກົາຫລີໃຕ້ ໃນເດືອນແລ້ວນີ້.
ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Tea-young ທີ່ ລາອອກໄປ ຍ້ອນຖືກຕິຕຽນກ່ຽວກັບການຮັບມືກັບການໂຈມຕີຂອງເກົາ ຫລີເໜືອ ຕໍ່ເກາະດອນແຫ່ງນຶ່ງຂອງເກົາຫລີໃຕ້ ໃນເດືອນແລ້ວນີ້.

ປະທານາທິບໍດີເກົາຫຼີໃຕ້ທ່ານ Lee Myung-bak ໄດ້ຮັບເອົາການລາອອກຂອງຜູ້ບັນຊາ
ການກອງທັບບົກ ທີ່ໄດ້ຖືກຕຳໜິຕິຕຽນກ່ຽວກັບການລົງທຶນໃນດ້ານຊັບສິນ ທີ່ຖືວ່າບໍ່
ເໝາະສົມ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວໃນວັນອັງຄານມື້ນີ້ວ່າ ເສນາທິການກອງທັບບົກ
ນາຍພົນ Hwang Eui-don ໄດ້ຍື່ນຄຳຮ້ອງອອກກິນເບ້ຍບຳນານໃນຕອນເຊົ້າຂອງ
ວັນ​ອັງຄານມື້ນີ້. ທ່ານເປັນເຈົ້າໜ້າທີ່ອະວຸໂສຄົນທີ 2 ຂອງ ເກົາຫຼີໃຕ້ທີ່ໄດ້ຖືກສັບປ່ຽນ
ໃນຂະນະທີ່ຄວາມເຄັ່ງຕຶງກັບຄອມມູນິສເກົາຫຼີເໜືອ ພວມເພີ່ມທະວີຂຶ້ນ.

ໃນເດືອນແລ້ວນີ້ ລັດຖະມົນຕີປ້ອງກັນປະເທດຂອງເກົາຫຼີໃຕ້ທ່ານ Kim Tea-young ກໍໄດ້ລາອອກຫຼັງຈາກໄດ້ຖືກຕຳໜິຕິຕຽນວ່າຕອບໂຕ້ຊ້າແລະບໍ່ແຮງພໍຕໍ່ການໂຈມຕີຂອງ
ເກົາຫຼີເໝືອ ຕໍ່ເກາະດອນແຫ່ງນຶ່ງຂອງເກົາຫຼີໃຕ້ໃກ້ໆເຂດແດນທາງທະເລທີ່ມີການຂັດແຍ້ງ
ກັນນັ້ນ.

XS
SM
MD
LG