ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກົາຫຼີໃຕ້ ຈຳນວນນຶ່ງ ເຫັນວ່າ ລະບົບປ້ອງກັນລູກສອນໄຟ THAAD ບໍ່ຄຸ້ມຄ່າຕໍ່ການສ່ຽງ


ພວກປະທ້ວງຕໍ່ຕ້ານ ຮ້ອງປະນາມການຕິດຕັ້ງ ລະບົບລູກສອນໄຟ THAAD ຢູ່ຕໍ່ໜ້າກະຊວງປ້ອງກັນປະເທດ ໃນນະຄອນຫຼວງໂຊລ ເກົາຫລີໃຕ້.
ພວກປະທ້ວງຕໍ່ຕ້ານ ຮ້ອງປະນາມການຕິດຕັ້ງ ລະບົບລູກສອນໄຟ THAAD ຢູ່ຕໍ່ໜ້າກະຊວງປ້ອງກັນປະເທດ ໃນນະຄອນຫຼວງໂຊລ ເກົາຫລີໃຕ້.

ວໍ​ຊິງ​ຕັນ ​ແລະ​ໂຊ​ລ ກຳລັງ​ກ້າວ​ໄປ​ໜ້າ​ໃນ​ແຜນການ​ຕິດ​ຕັ້ງ ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຂອງສະຫະລັດ ທີ່ມີ​ການ​ໂຕ້​ແຍ້​ງ ກັນຢູ່ທີ່​ແຫລມ​ເກົາຫລີ ທ່າມກາງ​ທີ່​ມີການ​ປະ​ທ້ວງ​ເພີ້ມຂຶ້ນ ແລະ ​ການ​ອະພິປາຍ​ກ່ຽວ​ກັບ​ວ່າ ຄຸນ​ຄ່າ​ໃນ​ການເພີ້ມ ການ​ສະກັດ​ກັ້ນດັ່ງ ກ່າວ​ນີ້ພຽງພໍ​ສຳລັບການ​ສ່ຽງທີ່​ຈະ​ສ້າງ​ຄວາມ​ບາດ ໝາງ​ໃຈ​ໃຫ້​ແກ່ຈີນ ​ແລະການ​ທ້າ​ທາຍ​ຕື່ມ​ຂຶ້ນ​ເກົາຫລີ​ເໜືອ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີໃຕ້​ ປະກາດ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ສະຖານ​ທີ່​ໃກ້​ກັບເມືອງ Seongju ​ໃນພາກຕາ​ເວັນ​ອອກສຽງໃຕ້​ຂອງ​ປະ​ເທດ ​ໄດ້​ຖືກ​ເລືອກໃຫ້ເປັນ​ບ່ອນ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟໃນ​ລະດັບ​ສູງ THAAD.

“ຖ້າ​ຫາກ​ລະບົບປ້ອງ​ກັນ​ລູກ​ສອນ​ໄຟ THAAD ຂອງກຳລັງ​ສະຫະ​ລັດ​ໃນ​ເກົາ ຫລີ ຕິດຕັ້ງ​ຢູ່​ເມືອງ Seongju ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ຂອງ​ພວກ​ເຮົາ​ທີ່ ອາ​ໄສ​ຢູ່​ໃນ​ບໍລິ​ເວນ​ເຄິ່ງນຶ່ງ​ຫຼືສອງ​ສ່ວນ​ສາມຂອງ​ສາທາລະນະ​ລັດ​ເກົາຫຼີ​ແມ່ນ​ສາ ມາດ​ປົກ​ປ້ອງ​ໄວ້​ໄດ້” ນັ້ນ ຄືຄຳ​ເວົ້າຂອງ​ຮອງ​ລັດຖະມົນຕີ​ນະ​ໂຍບາຍປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ທ່ານ Ryu Je-seung.

ບ່ອນຕັ້ງລະບົບປ້ອງກັນລູກສອນໄຟ (THAAD)
ບ່ອນຕັ້ງລະບົບປ້ອງກັນລູກສອນໄຟ (THAAD)

ທ່ານ​ຍັງ​ກ່າວ​ວ່າ ສະຖານ​ທີ່​ຕັ້ງລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຈະ​ປົກ​ປ້ອງ​ສະຖານ​ທີ່​ສຳຄັນ​ຕ່າງໆ​ຂອງ​ຊາດ​ເຊັ່ນ​ໂຮງ​ໄຟຟ້າ​ນິວ​ເຄລຍ ​ແລະ​ເສີມ​ຂະ ຫຍາ​ຍຄວາມ​ສາມາດ​ທາງ​ດ້ານ​ທະຫານ​ໃຫ້​ແກ່​ການ​ເປັນ​ພັນທະ​ມິດ​ລະຫວ່າງ​ສະຫະລັດ​ກັບ​ເກົາຫລີ​ໃຕ້​ນຳ​ດ້ວຍ.

ການ​ຄາດ​ຄະ​ເນ​ທີ່​ວ່າ ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຈະ​ຕິດຕັ້ງຢູ່​ໃນ​ຂົງ ເຂດ​ດັ່ງ ກ່າວ​ນີ້ ​ໄດ້​ພາ​ໃຫ້​ມີ​ການ​ປະ​ທ້ວງ​ຈາກ​ກຸ່ມ​ຕ່າງໆ​ທີ່​ເປັນ​ຫ່ວງ​ວ່າ ຄ້າຍ​ທະຫານ​ອາດ​ຈະ​ເຮັດ​ໃຫ້​ປະຊາ​ຄົມ​ຂອງ​ເຂົາ​ເຈົ້າຕົກ​ຢູ່​ໃນ​ອັນຕະລາຍ.

ລູກສອນໄຟ Patriot ຂອງສະຫະລັດ ທີ່ເຫັນຢູ່ ຖານທັບອາກາດ Osan ທີ່ Pyeongtaek ເກົາຫລີໃຕ້.
ລູກສອນໄຟ Patriot ຂອງສະຫະລັດ ທີ່ເຫັນຢູ່ ຖານທັບອາກາດ Osan ທີ່ Pyeongtaek ເກົາຫລີໃຕ້.

ກອງທັບ​ເກົາຫລີ​ເໜືອ​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ ​ໄດ້ຂົ່ມຂູ່​ວ່າ ຕົນ​ຈະ​ທຳ​ການ​ໂຈມ​ຕີ​ຕໍ່​ທີ່​ຕັ້ງ ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ​ໂດຍ​ຈະ​ຫັນປ່ຽນ​ໃຫ້​ເກົາຫຼີ​ໃຕ້​ກາຍເປັນ​ທະ​ເລ​ໄຟ​ແລະ​ກອງຂີ້​ເທົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Skorea Thaad
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG