ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ເກົາຫຼີໃຕ້ ປະກາດຊື່ ຜູ້ທີ່ອາດ ຈະໄດ້ເຂົ້າຮ່ວມ ການພົບພໍ້ ຄອບຄົວ ທີ່ພັດພາກ


ຜູ້ຍື່ນໃບສະມັກ ຊາວເກົາຫຼີໃຕ້ ກວດເບິ່ງລາຍຊື່ ຢູ່ທີ່ສະພາກາແດງ ໃນກຸງໂຊລ ພວກທີ່ຈະໄດ້ຮັບອະນຸຍາດ ໃຫ້ເຂົ້າຮ່ວມການພົບພໍ້ເຕົ້າໂຮມ ຂອງຄອບຄົວທີ່ພັດພາກຈາກກັນ ຊຶ່ງຈະ ມີຂຶ້ນໃນເດືອນໜ້າ (24 ສິງຫາ 2013)
ສະພາກາ​ແດງ ​ເກົາຫລີໃຕ້ ​ໄດ້​ປະກາ​ດບັນຊີ​ລາຍ​ຊື່ຂອງຢ່າງ
ໜ້ອຍ 500 ຄົນ​ທີ່​ອາດຈະ​ມີ​ໂອກາດ​ໄດ້ເຂົ້າຮ່ວມ​ການ​ພົບ​ພໍ້
ເຕົ້າໂຮມຂອງ​ບັນດາ​ຄອບຄົວໃນ​ເດືອນ​ໜ້າ​ນີ້ຢູ່ທີ່​ເກົາຫຼີເໜືອ
ລະຫວ່າງ​ພວກ​ຍາດຕິ​ພີ່ນ້ອງ ທີ່​ໄດ້ພັດ​ພາກຈາກກັນ ​ໃນ​ປາງ​
ສົງຄາມ​ເກົາຫລີ.

ການ​ປະກາດ​ໃນ​ວັນ​ເສົາມື້ນີ້ ​ມີ​ຂື້ນ​ຫລັງ​ຈາກ​ທັງ​ສອງ​ຝ່າຍ​ໄດ້​
ຕົກລົງ​ກັນໃນ​ກອງ​ປະຊຸມໃນ​ວັນ​ສຸກ​ວານ​ນີ້ເພື່ອ​ຈັດ​ໃຫ້​ມີ​ການ
​ພົບ​ພໍ້ກັນ ແຕ່ວັນ​ທີ 25 ຫາ​ວັນ​ທີ 30 ເດືອນກັນຍາ ຢູ່ທີ່ບ່ອນ​
ຕາກ​ອາ​ກາດ​ເທິງ​ພູ Kumgang ​ໃນ​ເກົາຫລີ​ເໜືອ ​ໂດຍຈະ​ມີ
100 ຄົນ​ ຈາກ​ແຕ່ລະ​ຝ່າຍ ​ເຂົ້າ​ຮ່ວມໃນ​ການ​ພົບ​ພໍ້​ຄັ້ງ​ນີ້.

ຫົວໜ້າສະພາກາ​ແດງ​ເກົາຫລີ​ໃຕ້ ທ່ານ Ko Kyung-Suk ກ່າວ​ວ່າ ລາຍ​ຊື່​ຈະໄດ້​ຖືກ​ຕັດ​
ລົງ ​ຫລັງ​ຈາກ​ການ​ສໍາພາດ ການກວດ​ສອບ​ສຸຂະພາບທາງ​ການ​ແພດ ​ແລະ​ພິຈາລະນາ​ວ່າ
ຍາດຕິ​ພີ່ນ້ອງ​ຍັງ​ມີ​ຊີວິດ​ຢູ່​ຫລື​ບໍ່ ​ໃນເກົາຫລີ​ເໜືອ.

ການພົບ​ພໍ້​ຢູ່ທີ່​ພູ Kumgang ​ໄດ້ຖືກ​ຍົກ​ເລີກ​ເມື່ອ​ສາມ​ປີ​ກ່​ອນຫລັງ​ຈາກ​ເກົາຫລີ​ເໜືອໄດ້
ຍິງ​ຖະຫລົ່ມ​ ເກາະ​ຊາຍ​ແດນເກົາຫລີ​ໃຕ້.

​ໂຄ​ງການ​ພົບ​ພໍ້​ດັ່ງກ່າວ​ໄດ້​ເລີ້ມຂຶ້ນ​ໃນ​ປີ 2000 ຫຼັງຈາກ​ການ​ພົບ​ປະສຸດ​ຍອດຄັ້ງປະຫວັດ
ສາດ ລະຫວ່າງສອງເກົາຫລີ.
XS
SM
MD
LG