ເກົາຫຼີໃຕ້ ແລະສະຫະລັດ ໄດ້ເຊັນຂໍ້ຕົກລົງສະບັບໃໝ່ໃນວັນອາທິດມື້ນີ້ ເພື່ອເພີ້ມຈຳ
ນວນເງິນທີ່ລັດຖະບານ ໂຊລ ຈະຈ່າຍໃຫ້ແກ່ ສະຫະລັດ ສຳລັບການມີກອງກຳລັງ
ຢູ່ໃນ ເກົາຫຼີໃຕ້. ເກົາຫຼີໃຕ້ ຈະຈ່າຍປະມານ 890 ລ້ານໂດລາ ພາຍໃຕ້ຂໍ້ຕົກລົງນຶ່ງປີ
ປະມານ 60 ລ້ານໂດລາ ຫຼາຍກວ່າປີກາຍນີ້.
ຂໍ້ຕົກລົງດັ່ງກ່າວຕ້ອງຖືກອະນຸມັດໂດຍສະພາແຫ່ງຊາດ ເກົາຫຼີໃຕ້. ຂໍ້ຕົກລົງສະບັບ
ໃໝ່ໄດ້ຂຶ້ນຄ່າໃຊ້ຈ່າຍຂອງລັດຖະບານ ໂຊລ ເຖິງ 8.2 ເປີເຊັນ ເພື່ອຊ່ວຍໃນການ
ຮັກສາກຳລັງທະຫານ ສະຫະລັດ 28,500 ຄົນ ໄວ້ຢູ່ໃນ ເກົາຫຼີໃຕ້.
ສະຫະລັດ ໄດ້ມີກຳລັງທະຫານຢູ່ ເກົາຫຼີໃຕ້ ນັບຕັ້ງແຕ່ສະໄໝສົງຄາມ ເກົາຫຼີ ປີ
1950-1953 ເປັນຕົ້ນມາ.