ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ແລະ ອາຟຣິກາ ເຊັນລົງນາມໃນການສົ່ງອອກແຮ່ທາດຕ່າງໆ


ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ກ່າວລະຫວ່າງກອງປະຊຸມສຸດຍອດທຸລະກິດ ເກົາຫຼີ-ອາຟຣິກາ ປະຈໍາປີ 2024 ກັບປະທານາທິບໍດີຂອງມໍຣິເຕເນຍ ທ່ານໂມຮໍາເມັດ ໂອລດ໌ ກາຊວນນີ (ບໍ່ປາກົດຢູ່ໃນຮູບ), ໃນນະຄອນຫຼວງໂຊລ, ວັນທີ ໌ ມິຖຸນາ 2024.
ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ກ່າວລະຫວ່າງກອງປະຊຸມສຸດຍອດທຸລະກິດ ເກົາຫຼີ-ອາຟຣິກາ ປະຈໍາປີ 2024 ກັບປະທານາທິບໍດີຂອງມໍຣິເຕເນຍ ທ່ານໂມຮໍາເມັດ ໂອລດ໌ ກາຊວນນີ (ບໍ່ປາກົດຢູ່ໃນຮູບ), ໃນນະຄອນຫຼວງໂຊລ, ວັນທີ ໌ ມິຖຸນາ 2024.

ສັນຍາ ແລະຂໍ້ຕົກລົງເກືອບ 50 ສະບັບ ໄດ້ຮັບການເຊັນລົງນາມໃນລະຫວ່າງ ກອງປະຊຸມສຸດຍອດຄັ້ງທຳອິດຂອງເກົາຫຼີໃຕ້ ກັບບັນດາຜູ້ນຳຈາກ 48 ປະເທດ ຂອງອາຟຣິກາ ເພື່ອດໍາເນີນການຮ່ວມມືໃນພາກສ່ວນຕ່າງໆເຊັ່ນ: ບໍ່ແຮ່, ພະລັງງານ ແລະ ການຜະລິດ, ຕາມການເປີດເຜີຍຂອງກະຊວງອຸດສາຫະກຳ ເກົາຫຼີໃຕ້ ໃນວັນພຸດມື້ນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ກະຊວງ​ດັ່ງກ່າວ ໄດ້​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ບໍລິສັດ ຮຽວຊຸງ (Hyosung Corp) ຂອງ​ເກົາຫຼີ​ໃຕ້​ ໄດ້​ເຊັນລົງ​ນາມສັນຍາເພື່ອ​ສະໜອງ​ໝໍ້​ແບ່ງ​ໄຟຟ້າ​ໃຫ້ແກ່ປະເທດ​ໂມ​ຊຳ​ບິກ ໃນ​ມູນ​ຄ່າລວມ 30 ລ້ານ​ໂດ​ລາ​.

ກະຊວງອຸດສາຫະກໍາ ຍັງໄດ້ລົງນາມຕົກລົງຮ່ວມມືດ້ານແຮ່ທາດທີ່ສໍາຄັນກັບ ມາດາກາສກາ ແລະ ແທນຊາເນຍ ເພື່ອຮັບປະກັນການສະຫນອງໃຫ້ແກ່ອຸດ ສາຫະກໍາຕ່າງໆເຊັ່ນ: ຫມໍ້ໄຟ.

ຂໍ້ຕົກລົງ 47 ສະບັບກັບ 23 ປະເທດຈາກອາຟຣິກາ ມີຂຶ້ນໃນລະຫວ່າງກອງ ປະຊຸມສຸດຍອດ ຂະນະທີ່ປະເທດທີ່ມີລະບົບເສດຖະກິດຂະໜາດໃຫຍ່ອັນດັບ 4 ຂອງເອເຊຍ ພະຍາຍາມສະແຫວງຫາແຮ່ທາດຕ່າງໆ ແລະສົ່ງອອກສູ່ຕະຫຼາດ ຂະໜາດໃຫຍ່ໃນອາຟຣິກາ.

ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ກ່າວຕໍ່ບັນດາຜູ້ນໍາດ້ານການ ເມືອງ ແລະດ້ານອຸດສາຫະກໍາປະມານ 200 ຄົນຈາກບັນດາປະເທດອາຟຣິກາ ແລະເກົາຫຼີໃຕ້ ຢູ່ທີ່ກອງປະຊຸມສຸດຍອດທຸລະກິດໃນວັນພຸດມື້ນີ້ວ່າ “ເຖິງແມ່ນ ຈະມີທ່າແຮງທີ່ເປັນໄປໄດ້ຢ່າງຫຼວງຫຼາຍກໍຕາມ, ອາຟຣິກາ ຍັງຄົງກວມເອົາ ພຽງແຕ່ 1 ຫາ 2 ເປີເຊັນ ທາງດ້ານການຄ້າ ແລະການລົງທຶນຂອງ ເກົາຫຼີໃຕ້ ເເທົ່ານັ້ນ.”

ທ່ານ ຢຸນ ກ່າວ​ວ່າ “ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າກໍແມ່ນວ່າ ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ທີ່​ເປັນ​ປະ​ໂຫຍດ​ນໍາ​ກັນ ຈະ​ໄດ້​ຮັບ​ການ​ຂະ​ຫຍາຍ​ໂຕ.”

ທ່ານ ຢຸນ ​ໃຫ້​ຄຳ​ໝັ້ນໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເກົາຫລີ​ໃຕ້ ​ຈະ​ເພີ້ມ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາ​ໃຫ້​ແກ່​ ອາ​ຟຣິກາ ​ເປັນຈໍານວນເງິນ 10 ຕື້​ໂດ​ລາ ໃນ​ໄລຍະ 6 ປີ​ຂ້າງ​ໜ້າ, ​ແລະ​ກ່າວຕື່ມອີກ​ວ່າ ​ຈະ​ສະ​ເໜີ 14 ຕື້​ໂດ​ລາ​ໃນ​ການ​ສົ່ງ​ອອກ​ການເງິນ​ ເພື່ອສົ່ງ​ເສີມ​ການ​ຄ້າ ​ແລະ​ການ​ລົງ​ທຶນ​ສໍາ​ລັບ​ບໍ​ລິ​ສັດຕ່າງໆຂອງ​ເກົາ​ຫຼີ​ໃຕ້​ ໃນ​ອາ​ຟຣິ​ກາ​.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, June 5 (Reuters) - Nearly 50 deals and agreements have been signed during South Korea's first summit with leaders from 48 African countries to cooperate in areas such as mining, energy and manufacturing, South Korea's industry ministry said Wednesday.

Hyosung Corp, a South Korean conglomerate, signed a contract to supply electric transformers to Mozambique worth $30 million, the ministry said in a statement

The industry ministry also signed agreements to cooperate on critical minerals with Madagascar and Tanzania in order to secure supplies for industries such as batteries, it said.

The 47 agreements with 23 African countries were made during the summit as Asia's fourth-largest economy seeks to tap the minerals and the vast export market in Africa.

"Despite its enormous potential, Africa still accounts for only 1-2% of South Korea's trade and investment," South Korean President Yoon Suk Yeol told a gathering of about 200 political and industry leaders from African countries and South Korea at a

business summit Wednesday.

"My hope is that mutually beneficial resource cooperation will be expanded," Yoon said.

Yoon pledged on Tuesday that South Korea would increase development aid for Africa to $10 billion over the next six years, and said will offer $14 billion in export financing to

promote trade and investment for South Korean companies in Africa.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG