ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີ​​ໃຕ້ ​ກ່າວ​ວ່າ ​ຜູ້​ນໍາເກົາຫລີ​ເໜືອ ຄອງ​ອໍານາດ​ດ້ວຍ ​ການ​ສ້າງ​ຄວາມ​ຢ້ານ​ກົວ


ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un.
ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un.
​ເກົາຫລີໃຕ້ ​ໄດ້​ກ່າວ​ຫາ ​ຜູ້​ນໍາເກົາຫລີ​ເໜືອ ທ່ານ Kim Jong
Un ວ່າ “ຄອງ​ອໍານາດ​ດ້ວຍ​ການ​ສ້າງ​ຄວາມ​ຢ້ານ​ກົວ” ຫລັງ​
ຈາກພຽງ​ຢາງ ​ໄດ້ປົດບຸກ​ຄົນ​ທີ່​ມີ​ອໍານາດ​ສູງ​ສຸດ​ອັນ​ດັບສອງ
ອອກ​ຈາກ​ຕໍາ​ແໜ່​ງ.

ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວ
​ຢູ່​ໃນ​ກອງ​ປະຊຸມ​ຄະນະລັດຖະບານ ທີ່​ຖ່າຍ​ທອດ​ອອກຜ່ານ​ທາງ
​ໂທລະພາບ ​ໃນ​ວັນ​ອັງຄານ​ມື​ນີ້​ວ່າ ການ​ຂັບ​ໄລ່​ ທ່ານ Jang
Song-Theak ອາວຂອງ​ຜູ້​ນໍາ Kim Jong Un ອອກ​ຈາກ​ໜ້າ
​ທີ່ນັ້ນ ​ເປັນຮ່ອງ​ຮອຍ​ຂອງການ​ເລີ້ມຕົ້ນ​ການກວດ​ລ້າງ​ຄັ້ງ​ໃຫຍ່
ທີ່ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຄວາມສໍາພັນ​ ລະຫວ່າງ
ກຸງ​ໂຊ​ລ ​ແລະກຸງ​ພຽງຢາ​ງ.

ທ່ານ​ນາງ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ອາດໝາຍ​ເຖິງ​ການຮວບ​ຮວມອໍານາດ​ຂອງ Kim Jong Un ​ໃຫ້​ເຂັ້​ມ​ແຂງ.

ຮູບໃນໂທລະພາບ ທີ່ສະແດງໃຫ້ເຫັນທ່ານ Jang ຖືກຕໍາຫລວດ ພາອອກໄປຈາກກອງປະຊຸມ ຂອງພັກກໍມະກອນ ເມື່ອວັນອາທິດຜ່ານມາ.
ຮູບໃນໂທລະພາບ ທີ່ສະແດງໃຫ້ເຫັນທ່ານ Jang ຖືກຕໍາຫລວດ ພາອອກໄປຈາກກອງປະຊຸມ ຂອງພັກກໍມະກອນ ເມື່ອວັນອາທິດຜ່ານມາ.

ສູນ​ກາງຂ່າວ​ທາງ​ການ​ຂອງ​ເກົາຫລີ​ເໜືອ ກ່າວ​ໃນ​ວັນ​ຈັນ​ວານ​ນີ້
​ວ່າທ່ານ Jang ​ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ການ​ທັງ​ໝົດ ​ແລະຖືກ
​ຂັບ​ໄລ່ອອກຈາກ​ພັກຂອງ​ລັດຖະບານ. ລາຍ​ງານ​ຂ່າວ​ກ່າວ​ຫາ
​ທ່ານ​ວ່າ ກະທໍາ​ຄວາມ​ຜິດຫລາຍ​ຢ່າງ ໂຮມ​ທັງ​ສໍ້ລາດ​ບັງ​ຫລວງ
ຫລີ້ນ​ສາວ ​ແລະໃຊ້ຢາ​ເສບ​ຕິດ. ​

​ໂທລະພາບ​ຂອງລັດໄດ້​ຖ່າຍ​ທອດ​ພາບ ທີ່ສະ​ແດງ​ໃຫ້​ເຫັນທ່ານ
Jang ກໍາລັງ​ຖືກ​ນໍາ​ພາໂຕອອກ​ໄປ​ຈາກ ກອງ​ປະຊຸມພັກ​ກໍາມະ
ກອນ ​ໂດຍ​ເຈົ້າ​ໜ້າ​ທີ່ໃນ​ເຄື່ອງ​ແບບ ​ໃນ​ວັນ​ອາທິດ ​ແລະ​ສະ​ແດງ​
ໃຫ້ເຫັນ ທ່ານ Kim ​ນັ່ງ​ຢູ່​ເທິງ​ເວທີ ໃນ​ກອງ​ປະ​ຊຸມດຽວ​ກັນນັ້ນ.

ທ່ານ Jang ​ແຕ່ງງານ​ກັບ ນາງ Kim Kyong Hui ອາຂອງ​ທ່ານ Kim Jong Un. ຍັງ​ບໍ່​
ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ​ວ່າ ຈະ​ມີຫຍັງ​ເກີດ​ຂື້ນ​ແກ່​ທ່ານໃນ​ເວລາ​ນີ້ ຫລື​ວ່າ ທ່ານ​ຈະ​ປະເຊີນ
​ໜ້າ​ກັບ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກໍາ​ຢ່າງ​ເປັນ​ທາງ​ການ.

ອາທິດ​ແລ້ວ​ນີ້ ອົງການ​ສືບ​ລັບ​ເກົາຫລີ​ໃຕ້ ​ທີ່ໄດ້​ເປີດ​ເຜີຍຂ່າວ​ການ​ຂັບ​ໄລ່ ທ່ານ Jong
ອອກ​ຈາກ​ອໍານາດ​ໃນ​ອາທິດ​ກ່ອນ ​ກ່າວວ່າ ຜູ້​ຊ່ວຍຂອງ​ທ່ານສອງ​ຄົນ​ໄດ້​ຖືກ​ປະຫານ​
ຊີວິດ​ຢ່າງ​ເປີ​ດ​ເຜີຍ.
XS
SM
MD
LG