ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປຶ້ມຮຽນ ປະຫວັດສາດ ຂອງເກົາຫຼີໃຕ້ ທີ່ຖືກຕ້ອງ ກາຍມາເປັນ ບັນຫາ​ຖົກ​ຖຽງ​ກັນ


ນັກຮຽນສອງຄົນ ຜູ້ທີ່ ຫລົບໜີອອກມາຈາກ ເກົາຫຼີເໜືອ ກຳລັງຮຽນບົດຮຽນເສີມ ຢູ່ໂຮງຮຽນ ມັດທະຍົມ Hangyeore ໃນເມືອງ Anseong ປະເທດເກົາຫຼີໃຕ້.
ນັກຮຽນສອງຄົນ ຜູ້ທີ່ ຫລົບໜີອອກມາຈາກ ເກົາຫຼີເໜືອ ກຳລັງຮຽນບົດຮຽນເສີມ ຢູ່ໂຮງຮຽນ ມັດທະຍົມ Hangyeore ໃນເມືອງ Anseong ປະເທດເກົາຫຼີໃຕ້.

ກ່ອນ​ໜ້າ ການ​ອອກເດີນທາງ ມາ​ຢ້ຽມຢາມ​ສະຫະລັດ ​ໃນ​ອາ
ທິດ​ນີ້ ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye
​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ໂຮງຮຽນທັງຫຼາຍ ​ໃຊ້​ປຶ້ມຮຽນ​ປະຫວັດສາດ
ທີ່​ໄດ້ພິມ​ ໂດຍ ລັດຖະບານ​ແຫ່ງ​ຊາດ ຊຶ່ງ​ເປັນ​ເລື້ອງ​ທີ່​ຍັງເປັນ
ບັນຫາ​ຖົກ​ຖຽງ​ກັນ.

ມາດ​ຕະການ​ໃໝ່ນີ້ ແມ່ນແນ​ເປົ້າໝາຍ​ໃສ່ ​ພວກ​ນັກສຶກສາ
ມັດ​ທະຍົມ ແລະຈະ​ໃຊ້​ແທນປຶ້ມ​ຮຽນຕ່າງໆ ຊຶ່ງ​ໃນ​ປັດຈຸບັນ
ພິມໂດຍ 8 ບໍລິສັດ.

ບັນດາ​ພວກນິຍົມແນວທາງເດີມ ທີ່ສະໜັບສະໜູນ ທ່ານນາງ
Park ​ໄດ້​ຕຳໜິ ປຶ້ມຮຽນຈຳນວນນຶ່ງນັ້ນ ວ່າ ມີ​ອຸດົມ​ການ​ທີ່​ລຳອຽງ ທີ່​ວິຈານ ​ການ​ປົກຄອງ​ຜະ​ເດັດ​ການ ​ຂອງເກົາຫຼີ​ໃຕ້ ​ໃນ​ເມື່ອ​ກ່ອນ ຫຼາຍກວ່າ ລະບອບຜະເດັດ​ການຄອມ​ມິ​ວນິສ​ຂອງ​ເກົາຫຼີເໜືອ.

ປະທານາທິບໍດີ Park ​ເວົ້າວ່າ “ການ​ສຶກສາ​ດ້ານປະຫວັດສາດ ບໍ່ຄວນ​ແບ່ງ​ແຍກ​
ພົນລະ​ເມືອງ ​ແລະນັກ​ສຶກສາ ຍ້ອນ​ການ​ຜິດ​ຖຽງ​ກັນ​ດ້ານ​ການ​ເມືອງ ​ແລະບັນ​ຫາ​
ຂັດ​ແຍ້​ງດ້ານ​ອຸດົມ​ການ.”

ປຶ້ມ​ຮຽນ​ໃໝ່​ ຊຶ່ງຈະ​ພິມອອກເຜີຍ​ແຜ່​ໃນ​ປີ 2017 ​ແລະ ມີ​ຊື່ວ່າ “ແບບຮຽນປະຫວັດສາດ ທີ່ຖືກຕ້ອງ” ຈະ​ຂຽນ​ໂດຍຄະນະ​ກຳມະການ ທີ່​ປະກອບ​ດ້ວຍບັນດາ​ອາຈານ​ສອນ
​ປະ​ຫວັດ​ສາດ ​ແລະນັກວິຊາ​ການ ທີ່​ຖືກ​ແຕ່ງຕັ້ງ​ໂດຍ​ລັດຖະບານ.

ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ ຂອງໂຊ​ລ ທ່ານ Hwang
Woo-yea ກ່າວ​ວ່າ ແບບ​ຮຽນນີ້ ຄວນ​ສອນ “ປະຫວັດສາດ​ ທີ່ໜ້າພາກພູມໃຈ ຂອງ​
ເກົາຫຼີ​ໃຕ້ ຊຶ່ງ​ໄດ້​ບັນລຸ​ຜົນ ທັງໃນ​ດ້ານ​ປະຊາທິປະ​ໄຕ ​ແລະ ດ້ານ​ອຸດສາຫະກຳ ​
ໃນ​ເວລາ​ສັ້ນໆ ​ໃນ​ປະຫວັດສາດ​ຂອງ​ໂລກ.”

ຄຳ​ສັ່ງ​ດັ່ງກ່າວ ຊຶ່ງ​ໄດ້ມີການ​ປະກາດ​ ເມື່ອ​ວັນ​ຈັນ​ຜ່ານມາ ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ
ຈາກ​ຝ່າຍ​ຄ້ານ ລວມທັງ ທ່ານ Moon Jae-in ປະທານພັກການ​ເມືອງ​ພັນທະ​ມິດໃໝ່
​ເພື່ອ​ປະຊາທິປະ​ໄຕ ຊຶ່ງ​ເປັນ​ຝ່າຍ​ຄ້ານ ​ທີ່​ສຳຄັນ​ ຂອງ​ພັກ​ Saenuri ທີ່​ປົກຄອງ​ປະ​ເທດ
ຂອງ​ທ່ານ​ນາງ Park.

XS
SM
MD
LG