ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ປະທານາທິບໍດີເກົາຫຼີ​ໃຕ້ ຢ້ຽມຢາມ​ ມຽນມາ


ທ່ານປະທານາທິບໍດີຂອງເກົາຫຼີ​ໃຕ້ ທ່ານ Lee Myung-bak ພົບກັບ​ປະທານາທິບໍດີ ມຽນມາ ທ່ານ Thein Sein
ທ່ານປະທານາທິບໍດີຂອງເກົາຫຼີ​ໃຕ້ ທ່ານ Lee Myung-bak ພົບກັບ​ປະທານາທິບໍດີ ມຽນມາ ທ່ານ Thein Sein

​ປະທານາທິບໍດີຂອງເກົາຫຼີ​ໃຕ້
ທ່ານ Lee Myung-bak ອອກ
ເດີນທາງໄປຍັງມຽນມາ​ໃນ​ວັນ​
ຈັນ​ມື້​ນີ້ ເພື່ອ​ທໍາ​ການ​ຢ້ຽມຢາມ
2 ມື້ ຊຶ່ງ​ເປັນ​ການຢ້ຽມຢາມ​ຄັ້ງ
​ທໍາ​ອິດ​ໃນເກືອບຮອບ 30 ປີ ​
ໂດຍ​ຜູ້​ນໍາ​ຄົນ​ນຶ່ງຂອງເກົາຫຼີ​ໃຕ້.

ສໍານັກງານ​ຂອງ​ທ່ານ Lee
ກ່າວວ່າ ​ທ່ານໄດ້​ພົບ​ກັບປະ
ທານາທິບໍດີມຽນມາ ທ່ານ
Thein Sein ​ເພື່ອໂອ້ລົມ​ສົ
ທະນາກັນ ​ເລື່ອງ​ການ​ເສີມ​
ຫຼຂະຫຍາຍ​ຄວາມ​ສໍາພັນ
​ທາງດ້ານ​ເສດຖະກິດ​ ​ແລະ
ການຮ່ວມມື​ໃນ​ດ້ານ ພະລັງ
ງານ​ ແລະ​ຊັບພະ​ຍາກ​ອນ
ທໍາ​ມະ​ຊາດ​ນໍາ.

ຄາດ​ວ່າ ຜູ້​ນໍາ​ຂອງເກົາຫຼີ​ໃຕ້ ຍັງ​ຈະ​ໄດ້​ພົບ​ປະ​ກັບ​ຜູ້​ນໍາ​ຝ່າຍ​ຄ້ານ​ມຽນມາ ທ່ານ​ນາງ ອອງ
ຊານ ຊູ ຈີ ນໍາ​ອີກ ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້.

​ໄດ້​ມີ​ການ​ເອົາ​ມາດຕາ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເເໜ້ນໜາ​ໃນ​ມຽນມາ ​ກ່ອນການໄປ
ເຖິງ​ຂອງ​ທ່ານ Lee.

ທ່ານ Chun Doo-hwan ​ເປັນປະທານາທິບໍດີ​ຂອງເກົາຫຼີ​ໃຕ້ ຄົນ​ຫຼ້າ​ສຸດ ທີ່​ໄດ້ໄປຢ້ຽມ
ຢາມມຽນມາ ​ໃນປີ 1983 ຊຶ່ງ​ໄດ້​ເກີດ​ການພະຍາຍາມລອບ​ສັງຫານທ່ານ ​ແຕ່ທ່ານລອດ
​ຊີ​ວິດມາ​ໄດ້. ​ໃນ​ການໂຈມ​ຕີ​ຄັ້ງ​ນັ້ນ ​ສາຍ​ລັບ​ຂອງເກົາຫຼີເໜືອ​ກຸ່ມ​ນຶ່ງໄດ້ວາງ​ລະ​ເບີດ​ໃສ່
ອະນຸສອນ​ສະຖານ​ຂອງບິດາ​ຂອງ​ທ່ານ​ນາງ ອອງຊານ ຊູ ຈີ ວິຣະບຸ​ຣຸດຜູ້ນໍາພາ​ການ​ຕໍ່ສູ້​
ເພື່ອເອ​ກະລາດນັ້ນ ທີ່​ໄດ້​ພາ​ໃຫ້​ມີ 21 ​ຄົນເສຍ​ຊີວິດ ຮວມທັງຊາວ​ເກົາຫຼີ​ໃຕ້ 17 ຄົນ​ນໍາ.


XS
SM
MD
LG