ພວກເຈົ້າໜ້າທີ່ເກົາຫລີໃຕ້ເວົ້າວ່າ ກັບຕັນເຮືອຫາປາຂອງຈີນລໍານຶ່ງໄດ້ສັງຫານຊີວິດ
ຂອງເຈົ້າໜ້າທີ່ຍາມຝັ່ງຜູ້ນຶ່ງ ແລະໄດ້ເຮັດໃຫ້ອີກຜູ້ນຶ່ງໄດ້ຮັບບາດເຈັບໃນລະຫວ່າງ
ການປະຕິບັດການເພື່ອຍຸດຕິການຫາປາທີ່ຜິດກົດໝາຍຢູ່ນອກຝັ່າງແຫລມເກົາຫລີນັ້ນ.
ຫົວໜ້າສືບສວນ ສອບສວນປະຈໍາສະຖານີຍາມຝັ່ງອັງຊາງຊິກ (ang Sung-shik)
ເວົ້າວ່າ ເຮືອຫາປາຂອງຈີນ ໄດ້ຖືກຢຸດຢູ່ໃນທະເລເຫລືອງ ໃນວັນຈັນຕອນເຊົ້າມື້ນີ້
ຍ້ອນການຫາປາຜິດກົດໝາຍຢູ່ນອກເຂດເສດຖະກິດສະເພາະຂອງເກົາຫລີໃຕ້
ແຕ່ວ່າຢູ່ນອກເຂດນໍ້າແດນດິນຂອງເກົາຫລີໃຕ້ນັ້ນ.
ພວກເຈົ້າໜ້າທີ່ເວົ້າອີກວ່າ ກັບຕັນຂອງເຮືອດັ່ງກ່າວ ໄດ້ໃຊ້ອາວຸດທີ່ບໍ່ສາມາດເບິ່ງ
ອອກໄດ້ວ່າແມ່ນຫຍັງ ແທງເຈົ້າໜ້າທີ່ຍາມຝັ່ງ 2 ຄົນ ໃນຈໍານວນ 4 ຄົນ ທີ່ໄດ້ຂຶ້ນ
ໄປເທິງເຮືອຂອງຜູ້ກ່ຽວ. ພວກເຈົ້າໜ້າທີ່ເວົ້າວ່າ ເຈົ້າໜ້າທີ່ຍາມຝັ່ງ ອາຍຸ 41 ເສຍ
ຊີວິດທີ່ໂຮງໝໍເມືອງ Incheon.
ເຮືອຫາປາຂອງຈີນໄດ້ຖືກຍຶດ ແລະໃນເວລານີ້ລູກເຮືອຂອງເຮືອລໍາດັ່ງກ່າວ 9 ຄົນ
ກໍຖືກຄວບຄຸມຕົວໄວ້ແລ້ວ.