ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສປຊ ຢ້ຽມຢາມ​ ບ້ານ​ເກີດ​ເມືອງ​ນອນ​


ທ່ານ​ພັນ​ກິ​ມູນ
ທ່ານ​ພັນ​ກິ​ມູນ

ທ່ານ ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ເກົາຫລີ​ໃຕ້​ຫລິ້ນ​ບົດບາດ​ຫລາຍ​ຂຶ້ນ​ໃນ​ກິດຈະການ​ຂອງ​ໂລກ​ນັ້ນ.

ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດໄດ້ ​ເດີນທາງ​ໄປ​ຮອດ​ກຸງ​ໂຊນໃນ​ວັນ​ອັງຄານ​ມື້​ນີ້ໃນການ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ເປັນ​ຄັ້ງ​ທໍາ​ອິດ​ນັບ​ແຕ່​ໄດ້​ຖືກ​ເລືອກ​ຕັ້ງ​ໃຫ້​ດໍາລົງ​ຕໍາ​ແໜ່​ງ​ເປັນ​ສະ​ໄໝ​ທີ​ສອງ​ຕື່ມ​ອີກ 5 ປີ​ນັ້ນ. ທ່ານ​ຈະ​ທໍາ​ການ​ພົບ​ປະ​ກັບ​ປະທານາທິບໍດີ Lee Myung-bak ​ແລະ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ອື່ນໆ​ ​ແລະ​ທໍາ​ການ​ຢ້ຽມຢາມ​ເມືອງ Eumseong ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ໃນ​ເຂດ​ຊົນນະບົດ​ນັ້ນນໍາ.

ທ່ານ​ພັນ​ກິ​ມູນ ກ່າວ​ໃນ​ຕອນ​ເດີນທາງ​ໄປ​ຮອດ​ສະໜາມ​ບິນ Gimpo ຂອງກຸງ​ໂຊນ ວ່າທ່ານ​ຢາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ວ່າ ​ເຮັດວິທີ​ໃດ ​ເກົາຫລີ​ໃຕ້​ຈຶ່ງ​ສາມາດ​ໝຸນ​ໃຊ້​ຄວາມ​ອຸດົມ​ຮັ່ງມີ​ໃໝ່ທີ່​ໄດ້​ຮັບ​ມາ​ໃໝ່ໆ​ ​ກັບ​ການ​ພັດທະນາ​ຂອງ​ຕົນ​ນັ້ນ ເພື່ອສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະເທດ​ອື່ນໆ. ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ຮຽກຮ້ອງ​ໃຫ້​ເກົາຫລີ​ໃຕ້​ຫລິ້ນ​ບົດບາດ​ຫລາຍ​ຂຶ້ນ​ໃນ​ກິດຈະການ​ຂອງ​ໂລກ​ນັ້ນ.

ທ່ານ​ພັນ​ກິ​ມູນ​ຍັງ​ໃຫ້​ຂໍ້​ສັງ​ເກດ​ເຊ່ນ​ກັນ​ວ່າ ປີ​ນີ້​ເປັນ​ຂີດ​ໝາຍ​ຄົບຮອບ 20 ປີ​ຂອງ​ການ​ເຂົ້າ​ຮ່ວມໃນ​ອົງການ​ສະຫະ​ປະຊາ​ຊາດຂອງ​ເກົາຫລີ​ໃຕ້ ໃນ​ຖານະ​ເປັນປະ​ເທດ​ສະມາ​ຊິກ​ນຶ່ງ​ທີ່​ມີ​ສິດ​ໂດຍ​ເຕັມ​.

ໃນ​ຂະນະ​ທີ່​ທໍາ​ການ​ຢ້ຽມຢາມ​ເກົາຫລີ​ໃຕ້​ນັ້ນ ທ່ານ​ພັນ​ກິ​ມູນ ຈະ​ກ່າວ​ປາ​ໄສ​ຫລາຍ​ຄັ້ງ​ຕໍ່​ພວກ​ນັກ​ການ​ທູດ​ໃນ​ທ້ອງ​ຖິ່ນ ນັກ​ສຶກສາ​ມະຫາວິທະຍາ​ໄລ​ແລະ​ພວກ​ຜູ້​ນໍາ​ທຸລະ​ກິດ. ນອກ​ນັ້ນ​ທ່ານ​ຍັງ​ຈະ​ເຂົ້າ​ຮ່ວມໃນ​ການໄຂ​ງານສະ​ແດງ​ຮູບ​ພາບ ທີ່​ເວົ້າ​ເຖິງ​ເລື້ອງບັນຫາ​ຜູ້​ຄົນ​ທ່ີ​ທຸກ​ຈົນ​ທີ່​ສຸດ​ໃນ​ໂລກ​.

XS
SM
MD
LG