ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເອເຊຍ ເພີ້ມການຮັກສາ ຄວາມປອດໄພ ໃນ ວັນຄຣິສມັສ ແລະປີໃໝ່


ຕຳຫຼວດອິນໂດເນເຊຍ ອອກປະຕິບັດງານ ກ່ອນວັນສະຫຼອງ ບຸນຄຣິສມັສ ແລະວັນຂຶ້ນປີໃໝ່ສາກົນ.
ຕຳຫຼວດອິນໂດເນເຊຍ ອອກປະຕິບັດງານ ກ່ອນວັນສະຫຼອງ ບຸນຄຣິສມັສ ແລະວັນຂຶ້ນປີໃໝ່ສາກົນ.

ບັນດາ​ປະ​ເທດ​ຕ່າງໆ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຮວມທັງ​ຟີ​ລິບ​ປິນ ອິນ​ໂດ​ເນ​ເຊຍ ​ແລະ​ໄທ ຕ່າງ​ກໍ​ເພີ້ມການ​ຮັກສາ​ຄວາມ​ປອດ​ໄພ ທ່າມກາງ​ທີ່​ມີ​ການ​ເຕືອນ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ສະໜັບສະໜຸນ​ຕໍ່​ອັນ​ທີ່​ເອີ້ນວ່າ ລັດ​ອິສລາມ ໃນ​ວັນ​ຄຣິສມັສ​ແລະ​ ວັນ​ຂຶ້ນປີ​ໃໝ່​ສາກົນ.

ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ກຳລັງ​ຫລາຍ​ກວ່າ 150,000 ຄົນ ອອກ​ປະຕິບັດ​ງານ​ຫລັງ​ຈາກ​ຕຳຫຼວດ​ຄົ້ນພົບ​ແຜນການ​ຂອງ​ເຄືອ​ຂ່າ​ຍກຸ່ມ​ລັດ​ອິສລາມທີ່ຈະ​ທຳ​ການ​ໂຈມ​ຕີ​ສະຫຼະຊີບ ​ໃນ​ຊ່ວງ​ເທສະ​ການ​ບຸນຄຣິສມັສ.

ມີ​ຊາວ​ຄຣິສຕຽນ​ປະມານ 24 ລ້ານ​ຄົນ​ຢູ່​ໃນ​ອິນ​ໂດ​ເນ​ເ​ຊຍປະກອບ​ເປັນ​ປະມານ 10 ​ເປີ​ເຊັນ​ຂອງ​ພົນລະ​ເມື​ອງທັງ​ໝົດ ພ້ອມ​ກັບ​ການ​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍຂອງພວກ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ທີ່​ພາກັນ​ໄປ​ຢ້ຽມຢາມ ​ສະຖານ​ທີ່​ຕາກ​ອາກາດ ​ຢູ່ເກາະ​ບາ​ຫລີ ໃນ​ລະ ຫວ່າງ​ໂອກາດ​ວັນພັກ.

ທ່ານ Sidney Jones ຜູ້ອຳນວຍການ​ສະ​ຖາ​ບັນ​ວິ​ເຄາະ​ນະ​ໂຍ​ບາຍ​ບັນຫາ​ຂັດ​ແຍ້​ງທີ່​ ມີສຳນັກງານ​ຢູ່​ຈາ​ກາ​ຕ້າກ່າວ​ວ່າ ການຮັກສາ​ຄວາມ​ສະຫງົບ​ເພີ້ມຂຶ້ນ ຈະຊ່ອຍ​ເຮັດ​ໃຫ້​ປະຊາຊົນ​ໂລ່ງໃຈ​ໄດ້.

ທ່ານ Jones ກ່າວ​ວ່າ “ປະຊາຊົນ​ໃນ​ອິນ​ໂດ​ເນ​ເຊຍມີ​ຄວາມ​ບໍ່​ສະບາຍ​ໃຈ ​ແຕ່ກໍ​ຮູ້ສຶກ​ດີ​ຂຶ້ນ​ແບບ​ໃດ​ແບບ​ນຶ່ງ ທີ່​ວ່າ​ທຸກໆ​ປີ​ຢູ່​ທີ່​ນັ້ນ ​ໄດ້​ມີ​ການ​ເຕືອນ​ທີ່ຄ້າຍຄື​ກັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີແລະ​ຕຳຫຼວດ​ກໍ​ໄດ້​ອອກ​ປະຕິບັດ​ງານ​ເປັນ​ຈຳນວນ​ຫຼວງຫຼາຍ ​ໂດຍ​ສະ​ເພາະ​ໃນ​ຄ່ຳຄືນ​ກ່ອນ​ວັນ​ບຸນຄຣິສມັສ ​ແລະ​ວັນຄຣິສມັສ​ແລະ​ວັນ​ຂຶ້ນປີ​ໃໝ່ ​ໃນ​ລະດັບ​ທີ່​ສາມາດ​ປ້ອງ​ກັນບໍ່​ໃຫ້​ມີ​ການ​ໂຈມ​ຕີ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້.”

ຄວາມເປັນ​ຫ່ວງ​ໄດ້​ມີ​ຂຶ້ນຫລັງ​ຈາກ​ມີ​ການ​ເຕືອນ​ໃນ​ອາທິດ​ນີ້ ​ໂດຍ​ກະຊວງ​ການຕ່າງປະ​ເທດ​ອອສ​ເຕຣ​ເລຍ​ວ່າ ຊາວ​ອອສ​ເຕຣ​ເລຍ ​ໃນ​ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ ​ແລະ​ໄທ ຕ້ອງ​ເອົາ​ມາດ​ຕະການ​ປ້ອງ​ກັນ ​ຢ່າງ​ລະມັດລະວັງ” ທ່າມກາງ​ທີ່​ມີ​ການຂົ່ມ​ ໃນ​ການ​ໂຈມ​ຕີ​ ກໍ່​ການ​ຮ້າຍ ຮວມທັງ​ທີ່​ບາງກອກ ​ແລະ​ເກາະ​ຕາກ​ອາກາດ​ພູເກັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG