ການຄົ້ນພົບແຜນທີ່ເກົ່າແກ່ຂອງເຂດທະເລຈີນໃຕ້ ທີ່ເຮັດຂຶ້ນເມື່ອ 70 ປີກ່ອນນັ້ນອາດຊ່ວຍສະໜັບສະໜູນ ການອ້າງເອົາກໍາສິດທາງທະເລຂອງປັກກິ່ງ ທີ່ມີພື້ນທີ່ກວ້າງທີ່ສຸດ
ຂອງທະວີບເອເຊຍທີ່ມີການຂັດແຍ້ງກັນນັ້ນ ວ່າເປັນເຂດນໍ້າແດນດິນຂອງຕົນແຕ່ກໍຈະ
ຖືກຕ່າງປະເທດຕໍາໜິ ແລະຢູ່ນອກເໜືອກອບຄຸ້ມຄອງຂອງກົດໝາຍສາກົນ, ອີງຕາມ
ການວິເຄາະຂອງພວກນັກຊ່ຽວຊານດ້ານນີ້.
ແຜນທີ່ ທີ່ເຮັດຂຶ້ນໃນປີ 1951 ດັ່ງທີ່ໄດ້ພັນລະນາຢູ່ໃນບົດຂຽນ ຂອງນັກຄົ້ນ ຄວ້າຈີນ 5
ຄົນ, ລວມມີຂອບເຂດທະເລທີ່ມີພື້ນທີ່ກວ້າງ 3 ລ້ານ 5 ແສນກິໂລແມັດມົນທົນ ທີ່ເຮັດໃຫ້
ປັກກິ່ງ ສະແດງໃຫ້ເຫັນແຈ້ງຂຶ້ນກວ່າເກົ່າວ່າ ເຂດນ່ານນໍ້າແລະໝູ່ເກາະເລັກໆນ້ອຍໆທີ່
ເປັນຂອງຕົນນັ້ນຢູ່ໃສແດ່, ອີງຕາມບົດລາຍງານຂອງນັກຄົ້ນຄວ້າດ້ານທະເລ. ທຸກວັນນີ້
ຈີນໄດ້ໃຊ້ເສັ້ນທີ່ຂີດເປັນ 9ຈຸດ ລັກສະນະຮູບໂຕຢູ (U) ທີ່ປະໃຫ້ມີບ່ອນຫວ່າງນັ້ນ ໃຫ້
ຄົນຕີຄວາມໝາຍເອົາເອງ.
ເຈົ້າໜ້າທີ່ຈີນຜ່ານມາຍັງບໍ່ທັນໄດ້ໃຊ້ແຜນທີ່ດັ່ງກ່າວເພື່ອເປັນບ່ອນອີງໃນການປ່ຽນແປງ
ນະໂຍບາຍຂອງຕົນເທື່ອ. ພວກເຂົາເຈົ້າອາດຈະຍັງລໍຖ້າເບິ່ງກ່ອນວ່າ ຜູ້ນໍາຢູ່ປະເທດອື່ນຈະຄິດວ່າແນວໃດ, ອີງຕາມການສັງເກດຂອງທ່ານ ເອືອນແກຣມ (Euan
Graham), ຫົວໜ້າວ່າດ້ວຍຄວາມໝັ້ນຄົງຂອງສາກົນ ຢູ່ສະຖາບັນສຶກສານະໂຍບາຍ
ສາກົນໂລວີ (Lowy).
ບຣູນາຍ, ມາເລເຊຍ, ຟີລິປິນ, ໄຕ້ຫວັນ, ແລະຫວຽດນາມ ຕ່າງກໍໄດ້ອ້າງເອົາກໍາມະສິດ
ທັງໝົດ ຫລືສ່ວນໃດສ່ວນນຶ່ງຂອງເຂດທະເລ ທີ່ອຸດົມສົມບູນໄປດ້ວຍບ່ອນຫາປາ, ນໍ້າ
ມັນ ແລະອາຍແກັສ. ຈີນໄດ້ລົບກວນບັນດາປະເທດເຫລົ່ານັ້ນ ໃນທົດສະວັດທີ່ຜ່ານມາ
ໂດຍການຖົມເກາະດອນນ້ອຍໆທີ່ມີການຂັດແຍ້ງກັນດັ່ງກ່າວ ເພື່ອໃຊ້ເຂົ້າໃນການທະ
ຫານ.
ທ່ານແກຣມ (Graham) ເວົ້າວ່າ ສານສາກົນຕ່າງໆ ອາດຈະບໍ່ຮັບຮູ້ແຜນທີ່ດັ່ງກ່າວວ່າ
ເປັນເຄື່ອງມືທີ່ຖືກຕ້ອງຕາມກົດໝາຍໄດ້.