ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະກຸ່ມອາຊ່ຽນ ພົບປະກັນ ເລື້ອງກົດ ການປະພຶດ ສໍາລັບເຂດ ທະເລຈີນໃຕ້


ແຜນທີ່ເຂດທີ່ມີບັນຫາຂັດແຍ້ງກັນເລື້ອງເຂດນໍ້າແດນດິນ
ແຜນທີ່ເຂດທີ່ມີບັນຫາຂັດແຍ້ງກັນເລື້ອງເຂດນໍ້າແດນດິນ
ເມື່ອມໍ່ໆມານີ້ ຄະນະຜູ້ແທນຈາກຈີນ ແລະກຸ່ມອາຊ່ຽນ ໄດ້ຈັດ
ການພົບປະກັນ ຕາມທີ່ຄາດໝາຍໄວ້ມາເປັນເວລາດົນນານ
ກ່ຽວກັບກົດປະພຶດສໍາລັບເຂດທະເລຈີນໃຕ້ ແຕ່ມີການເປີດເຜີຍ ລາຍລະອຽດໃຫ້ຊາບແຕ່ພຽງໜ້ອຍດຽວເທົ່ານັ້ນ ກ່ຽວກັບວ່າ
ການພົບປະກັນດັ່ງກ່າວໄດ້ບັນລຸການຕົກລົງຫຍັງແດ່. ຈີນເວົ້າວ່າ
ບັນດາຜູ້ເຂົ້າຮ່ວມເຫັນດີທີ່ຈະສົນທະນາຂັ້ນຕອນໃນການສ້າງ
ຂໍ້ຕົກລົງທີ່ມີການຜູກມັດທາງກົດໝາຍ ສໍາລັບຂົງເຂດ ທີ່ມີ
ການອ້າງເອົາກໍາມະສິດກວມກັນ ແລະອຸດົມຮັ່ງມີໄປດ້ວຍຊັບ
ພະຍາກອນທໍາມະຊາດ. Bill Ide ຜູ້ສື່ ຂ່າວຂອງວີໂອເອ ມີ
ລາຍງານເລື້ອງນີ້ ມາຈາກກຸງປັກກິ່ງ ຊຶ່ງ ບົວສະຫວັນ ຈະນໍາ
ມາສະເໜີທ່ານໃນອັນດັບຕໍ່ໄປ.
ລິງໂດຍກົງ

ສະມາຄົມບັນດາປະເທດຂົງເຂດເອເຊຍຕາເວັນອອກສຽງໃຕ້ຫລືອາຊ່ຽນ ໄດ້ພະຍາຍາມ
ມາຫລາຍກວ່ານຶ່ງທົດສະວັດແລ້ວ ເພື່ອໃຫ້ບັນລຸຂໍ້ຕົກລົງກັບຈີນ ກ່ຽວກັບກົດແຫ່ງການປະ
ພຶດ ໃນເຂດນ່ານນໍ້າທີ່ມີການຂັດແຍ້ງກັນ ໃນທະເລຈີນໃຕ້.

ກົດການປະພຶດນີ້ ຈະສ້າງລະບຽບພື້ນຖານ ເພື່ອແກ້ໄຂບັນຫາຂັດແຍ້ງກັນ ລະຫວ່າງພວກ
ເຮືອຫາປາ, ເຮືອການຄ້າ ແລະກໍ່າປັ່ນຂອງລັດຖະບານ ທີ່ມັກແລ່ນໄປມາຕາມປົກກະຕິ
ຢູ່ໃນເຂດແດນທີ່ຍັງມີການຂັດແຍ້ງກັນດັ່ງກ່າວ.

ຈີນ ໄດ້ຄັດຄ້ານການພົບປະກັນໃນທຳນອງນີ້ ມາໄດ້ຫລາຍປີແລ້ວ ແຕ່ໄດ້ຕົກລົງໃນຕົ້ນປີ
ນີ້ວ່າ ຈະເປັນເຈົ້າພາບຈັດກອງປະຊຸມ ຢູ່ທີ່ເມືອງຊູໂຈຂອງຈີນ. ແມ່ນແຕ່ ຍັງບໍ່ທັນໄດ້ເລີ້ມ
ຕົ້ນການເຈລະຈາກັນເທື່ອ ບັນດາເຈົ້າໜ້າທີ່ຈີນ ກໍໄດ້ຊີ້ບອກແລ້ວວ່າ ບໍ່ຕ້ອງຮີບຮ້ອນດໍາເນີນຄວາມພະຍາຍາມດັ່ງກ່າວ ໂດຍໄດ້ເນັ້ນໜັກວ່າ ກົດການປະພຶດບໍ່ແມ່ນສິ່ງໃດສິ່ງນຶ່ງ ທີ່ຈະສາມາດບັນລຸກັນໄດ້ພາຍໃນເວລາຂ້າມຄືນ.

ໃນວັນຈັນຜ່ານມານີ້ ທ່ານ Hong Lei ໂຄສົກກະຊວງການຕ່າງປະ ເທດຈີນໄດ້ປະຕິເສດວ່າ ບໍ່ແມ່ນແຕ່ກຸງປັກກິ່ງຝ່າຍດຽວເທົ່ານັ້ນ ທີ່ ຢາກໃຫ້ດຳເນີນການ ເທື່ອລະຂັ້ນລະຕອນອັນນັ້ນ.

ທ່ານ HONG LEI ໂຄສົກປະຈໍາກະຊວງການຕ່າງປະເທດຂອງຈີນ
ທ່ານ HONG LEI ໂຄສົກປະຈໍາກະຊວງການຕ່າງປະເທດຂອງຈີນ

ທ່ານ HONG LEI ເວົ້າວ່າ: “ນີ້ບໍ່ແມ່ນພຽງແຕ່ເປັນຄວາມຄິດ
ເຫັນຂອງແຕ່ຝ່າຍຈີນເທົ່ານັ້ນ ແຕ່ມັນຍັງແມ່ນຄວາມເປັນ
ເອກກະສັນກັນຂອງທຸກຝ່າຍທີ່ມີສ່ວນພົວພັນ ຢູ່ໃນການ
ເຈລະຈາ ເພື່ອສ້າງ ແລະເສີມຂະຫຍາຍໃນສິ່ງທີ່ພວກເຮົາ
ເຫັນດີນໍາກັນ ໃນຂະນະທີ່ເຮັດໃຫ້ສິ່ງບໍ່ເຫັນດີນໍາກັນຫລຸດ
ໜ້ອຍລົງ.”


ບໍ່ມີລາຍລະອຽດຫຍັງຫລາຍ ກ່ຽວກັບເລື່ອງຕ່າງໆທີ່ໄດ້ປຶກສາຫາ
ລື ກັນຢູ່ໃນກອງປະຊຸມເມືອງຊູໂຈນີ້. ອີງຕາມຖະແຫລງການຂອງ
ກະຊວງການຕ່າງປະເທດຈີນ ບັນດາຜູ້ເຂົ້າຮ່ວມ ໄດ້ເຫັນດີທີ່ຈະສືບຕໍ່ດໍາເນີນການປຶກ
ສາຫາລືກັນ ກ່ຽວກັບກົດປະພຶດດັ່ງກ່າວ ແຕ່ກໍບໍ່ໄດ້ ໃຫ້ຂໍ້ມູນ ຫລືກຳນົດເວລາແຕ່ຢ່າງໃດ.

ບັນດາຜູ້ແທນເຂົ້າຮ່ວມ ຍັງໄດ້ປຶກສາກັນກ່ຽວກັບການຮ່ວມມືດ້ານ ການເດີນທະເລ ແລະ
ຈີນກໍໄດ້ສະເໜີເປັນເຈົ້າພາບໃນການຝຶກຊ້ອມໃນການຊອກຄົ້ນຫາ ແລະກູ້ໄພທາງທະເລ
ຕະຫລອດທັງການສ້າງ ສາຍດ່ວນສຸກເສີນ.

ທ່ານນາງ Zhang Jie ນັກວິເຄາະຂົງເຂດເອເຊຍປາຊີຟິກ ເວົ້າວ່າ ການທີ່ຈະເຮັດໃຫ້
ກົດແຫ່ງການປະພຶດ ມີຂໍ້ຜູກມັດທາງກົດໝາຍນັ້ນ ຂໍ້ຫຍຸ້ງຍາກ ໃນການທີ່ຈະຕົກລົງກັນ ໄດ້ນັ້ນ ແມ່ນໃຫຍ່ຫລວງກວ່າ ຄຳປະກາດກ່ຽວກັບການປະພຶດ ທີ່ເຊັນໃນປີ 2002.

ທ່ານນາງ Zhang ເວົ້າອີກວ່າ ນາງຄິດວ່າ ຂັ້ນຕອນດັ່ງກ່າວຈະໃຊ້ ເວລາດົນນານ ແຕ່ໃນ
ຕົວຈິງ ການທີ່ທັງສອງຝ່າຍ, ຈີນແລະອາຊ່ຽນ ກໍາລັງພົບປະກັນ ແມ່ນເປັນຮ່ອງຮອຍ ສະແດງ
ທີ່ເປັນໄປໃນແງ່ບວກ ວ່າ ທັງສອງຝ່າຍຢາກໃຫ້ມີສັນຕິພາບ ແລະສະຖຽນລະພາບຢູ່ໃນ
ຂົງ ເຂດ. ທ່ານນາງ ZHANG ໃຫ້ຄວາມເຫັນວ່າ:

“ລະຫວ່າງຈີນ ແລະອາ ຊ່ຽນ ແມ່ນມີ 11 ປະເທດ ທີ່ກ່ຽວຂ້ອງນໍາການພົບປະ
ກັນ ແລະ ກໍມີຜົນປະໂຫຍດ ທີ່ແຂ່ງຂັນກັນຫລາຍຢ່າງແຕກຕ່າງກັນ. ຂ້ອຍບໍ່ຮູ້ ວ່າ ມາຮອດໜີ້ ອາຊ່ຽນໄດ້ມີການຕົກລົງກັນກ່ຽວກັບທ່າທີ ທີ່ມີຮວມ ກັນແລ້ວຫຼື
ບໍ່ ທີ່ຈະເອົາມາສົນທະນາກັນ ກັບຈີນ.”


ທ່ານນາງກ່າວຕື່ມອີກວ່າ ການຜິດຖຽງກັນເປັນແຕ່ລະປະເທດ ເຊັ່ນ ລະຫວ່າງຟີລິປິນ ແລະ
ຈີນນັ້ນ ຍິ່ງຈະເຮັດໃຫ້ມີຄວາມກ້າວໜ້າໄດ້ຍາກ.

ໃນຕົ້ນປີນີ້ ຟີລິປິນໄດ້ຍື່ນຟ້ອງຂໍໃຫ້ມີການໄກ່ເກ່ຍຄະດີ ຕໍ່ສານຂອງອົງການສະຫະປະ
ຊາຊາດ ກ່ຽວກັບສິ່ງທີ່ຕົນເອີ້ນວ່າ “ການກ່າວອ້າງ ເອົາກໍາມະສິດເກີນຂອບເຂດ” ຂອງຈີນ
ໃນທະເລຈີນໃຕ້.

ເກາະ Scarborough ຢູ່ເຂດທະເລຈີນໃຕ້
ເກາະ Scarborough ຢູ່ເຂດທະເລຈີນໃຕ້

ເມື່ອມໍ່ໆມານີ້ ຟີລິປິນກໍໄດ້ຍົກເອົາຄວາມເປັນຫ່ວງກ່ຽວກັບທ່ອນ
ຊີມັງທີ່ກຸງມະນີລາເວົ້າວ່າຈີນໄດ້ເອົາໄປໃສ່ເກາະ Scarborough
ທີ່ຍັງ ມີການຂັດແຍ້ງກັນຢູ່ນັ້ນ. ສ່ວນຈີນເວົ້າວ່າ ກຸງມະນີລາ ບໍ່ມີ
ສິດທີ່ຈະທໍາການກ່າວຫາເຊັ່ນນັ້ນ ກ່ຽວກັບເກາະ ທີ່ຈີນເອີ້ນວ່າ Huangyan.

ຈີນໄດ້ອ້າງເອົາກໍາມະສິດ ເກືອບໝົດເຂດທະເລຈີນໃຕ້ວ່າເປັນ
ຂອງຕົນ ແລະນັກວິເຄາະບາງຄົນໄດ້ໃຫ້ຄໍາເຫັນວ່າ ການອ້າງ
ເອົາກໍາມະສິດຕໍ່ເຂດນໍາແດນດິນດັ່ງກ່າວ ທີ່ນັບມື້ ນັບແຂງຂັນ
ຂຶ້ນຂອງຈີນໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ທີ່ເພີ້ມຂຶ້ນຢູ່ໃນຊົງເຂດດັ່ງກ່າວ ໃນທົດສະວັດທີ່
ຜ່ານມາ.

ນັກວິເຄາະບາງຄົນຢູ່ໃນຈີນ ໄດ້ໃຫ້ຂໍ້ສັງເກດອີກວ່າ ໂດຍການເຂົ້າ ຮ່ວມໃນການພົບປະກັນ
ກຸງປັກກິ່ງ ແມ່ນໄດ້ວາງໂຕເພື່ອໃຫ້ຄົນອື່ນຕິຕຽນ ແລະສ່ຽງຕໍ່ການເຮັດໃຫ້ການອ້າງເອົາ
ກໍາມະສິດຂອງຕົນ ຕໍ່ເຂດນໍ້າແດນດິນດັ່ງກ່າວ ອ່ອນແອລົງ. ບົດຄວາມເຫັນທີ່ພິມເຜີຍແຜ່
ໃນວັນຈັນຜ່ານມາ ຢູ່ໃນໜັງສືພິມປະຊາຊົນລາຍວັນ ຫລື People's Daily ຂອງພັກ
ຄອມມີວນິສຈີນ ໄດ້ກ່າວອ້າງວ່າ ຈີນໄດ້ຖືກກ່າວຫາວ່າ ເຮັດໃຫ້ຂັ້ນຕອນໃນການບັນລຸ
ຂໍ້ຕົກລົງຊ້າລົງ ໂດຍການໄດ້ສ້າງ ອຸບປະສັກທີ່ນັບບໍ່ຖ້ວນຂຶ້ນມາ.

ບົດຄວາມເຫັນດັ່ງກ່າວຍັງໄດ້ເວົ້າອີກ ວ່າ ບັນດາປະເທດທີ່ກ່າວອ້າງແບບນັ້ນ ກໍາລັງຈະ
ໃຊ້ກົດແຫ່ງການ ປະພຶດ ໃຫ້ເປັນເຄື່ອງມື ເພື່ອຕ້ານຢັນອໍານາດຂອງຈີນ ຫລືບໍ່ກໍເພື່ອ ເປັນວິທີທີ່ກົດດັນຈີນ ກ່ຽວກັບບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ.
XS
SM
MD
LG