ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ປະທ້ວງ ຮູບຢູ່ໃນ ພາສປອດໃໝ່ ຂອງຈີນ


ໜັງສືຜ່ານແດນ ຫຼືພາສປອດໃໝ່ຂອງຈີນ
ໜັງສືຜ່ານແດນ ຫຼືພາສປອດໃໝ່ຂອງຈີນ
ຟິລິບ​ປິນກໍາລັງ​ປະ​ທ້ວງ​ຮູບ​ວາດ​ຂອງ​ຈີນ ກ່ຽວ​ກັບ​ການ​ອ້າງ​ເອົາ​ກໍາມະສິດ ​ໃນເຂດ​ທະ​ເລ​ຈີນ​ໃຕ້​ທັງ​ໝົດຂອງ​ຕົນ ​ໃນ​ຮູບ​ແຜນ​ທີ່​ທີ່​ພິມ​ຢູ່​ໃນພາສປອດ ​ໃໝ່​ຂອງຈີນ​ນັ້ນ.

ທ່ານ Albert del Rosario ລັດຖະມົນຕີ​ຕ່າງປະ​ເທດ​ຟິລິບ​ປິນ ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ຮູບ​ພາບດັ່ງກ່າວ ມີ​ໂຮມ​ທັງ​ພື້ນ​ທີ່ທີ່​ເປັນເຂດ​ນໍ້າ ​ແດນ​ດິນ​ ​ແລະ​ເສັ້ນທາງ​ເດີນ​ເຮືອ​ສໍາຄັນ ຂອງ​ຟິລິບ​ປິນ.

ທັງ​ຟິລິບ​ປິນ​ແລະ​ຈີນ ​ແມ່ນ​ເກີດ​ມີ​ຂໍ້​ຂັດ​ແຍ້​ງກັນ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ ​ມາ ​ໄດ້​ດົນ​ນານ ກ່ຽວ​ກັບ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ຈີນ​ໄດ້​ອ້າງ​ເອົາ​ກໍາມະສິດເກືອບ​ວ່າທັງ​ໝົດນັ້ນ. ກໍ່າ​ປັ່ນ​ຂອງ​ຈີນ​ແລະ​ຂອງ​ຟິລິບ​ປິນເຄີຍ​ໄດ້​ເກີດ​ປະ​ເຊີນໜ້າ ​ກັນຢ່າງ​ເຄັ່ງ​ຕຶງມາ​ແລ້ວ​ໃນ​ບໍລິ​ເວນ​ດັ່ງກ່າວ.

ນອກ​ເໜືອ​ຈາກ​ຟິລິບ​ປິນ​ແລ້ວ ກໍ​ມີ​ຫວຽດນາມ ບຣູ​ໄນ ​ແລະ​ມາ​ເລ​ເຊຍ ທີ່​ພົວພັນ​ໃນ​ຂໍ້​ຂັດ​ແຍ້​ງກັນ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນນີ້​ກັບ​ຈີນ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

​ເຂດ​ທະເລ​ຈີນ​ໃຕ້ ທີ່​ມີພື້ນ​ທີ່ກ້ວາງ 3 ລ້ານ 5 ​ແສນກິ​ໂລ​ແມັດ​ມົນທົນ​ນີ້ ​ເປັນ​ເສັ້ນທາງ​ເດີນ​ເຮືອ​ທີ່​ສໍາຄັນ​ທີ່​ສຸດ​ແຫ່ງ​ນຶ່ງ​ຂອງ​ໂລກ ​ແລະ​ກໍ​ອຸດົມສົມບູນ​ໄປ​ດ້ວຍ​ປາ ​ແລະອາດ​ມີ​ພະລັງ ງານສຳຮອງ​ເປັນໃນ​ປະລິມານ​ມະຫາ ສານ.
XS
SM
MD
LG