ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຈີນ ອ້າງວ່າ ກຳປັ່ນພິຄາດ ສະຫະລັດ ລ່ວງລໍ້າ ອຳນາດອະທິໄປໄຕຂອງ ຕົນ


ກຳປັ່ນຕິດລູກສອນໄຟນຳວິຖີ USS Hopper ຂອງກອງທັບເຮືອ ສະຫະລັດ, ເດີນທາງເຂົ້າອ່າວນະຄອນ ຊິດນີ ປະເທດ ອອສ
ເຕຣເລຍ. 24 ພະຈິກ, 2004.
ກຳປັ່ນຕິດລູກສອນໄຟນຳວິຖີ USS Hopper ຂອງກອງທັບເຮືອ ສະຫະລັດ, ເດີນທາງເຂົ້າອ່າວນະຄອນ ຊິດນີ ປະເທດ ອອສ ເຕຣເລຍ. 24 ພະຈິກ, 2004.

ປັກກິ່ງ ໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການລ່ວງລະເມີດອຳນາດອະທິປະໄຕຂອງ
ຈີນ ຫຼັງຈາກກຳປັ່ນພິຄາດຕິດຈະຫຼວດນຳວິຖີຂອງ ສະຫະລັດ ລຳນຶ່ງໄດ້ເດີນທາງເຂົ້າ
ໃກ້ໝູ່ເກາະທີ່ມີຄວາມຂັດແຍ້ງກັນ ໃນທະເລຈີນໃຕ້.

ກຳປັ່ນ USS Hopper ໄດ້ແລ່ນເຂົ້າໄປໃກ້ເກາະ ຫວງຢານ "Huangyan" ພາຍໃນ
22 ກິໂລແມັດ, ເຊິ່ງເປັນທີ່ຮູ້ຈັກກັນວ່າ ໝູ່ເກາະ Scarborough, ເມື່ອວັນທີ 17 ທີ່
ຜ່ານມາ.

ກະຊວງປ້ອງກັນປະເທດຂອງ ຈີນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ເຮືອຮົບຂອງ
ຈີນ “ໄດ້ອອກປະຕິບັດການໃນທັນທີທັນໃດ ເພື່ອລະບຸ ແລະ ກວດສອບກຳປັ່ນ ສະຫະ
ລັດ ແລະ ເດີນທາງຈາກໄປດ້ວຍການເຕືອນ.”

ຈີນໄດ້ຍຶດເກາະ ຫວງຢານ "Huangyan" ຈາກ ຟີລິບປິນ ໃນປີ 2012.

ຈີນ ໄດ້ອ້າງເອົາພື້ນທີ່ໃນທະເລຈີນໃຕ້ ເກືອບທັງໝົດ ແລະ ໄດ້ດຳ ເນີນວຽກງານ ການ
ອ້າງເອົາເຂດແດນຂະຫຍາຍອອກໄປຕື່ມໃນເກາະ ແລະ ຫີນປະກາລັງຫຼາຍແຫ່ງທີ່ເຂົາ
ເຈົ້າອ້າງກຳມະສິດເອົານັ້ນ, ແລະ ໄດ້ຕິດຕັ້ງທາງແລ່ນເຮືອບິນ ແລະ ກອງທັບໃສ່ເກາະ
ບາງແຫ່ງ.

ທະເລຈີນໃຕ້ ມີເສັ້ນທາງການຂົນສົ່ງທາງທະເລທີ່ສຳຄັນ, ອຸດົມສົມບູນໄປດ້ວຍບ່ອນ
ຫາປາ ແລະ ອາດມີນໍ້າມັນ, ແກ໊ສທຳມະຊາດ ແລະ ແຮ່ທາດອື່ນໆດ້ວຍ.

ໃນຂະນະທີ່ ສະຫະລັດ ບໍ່ໄດ້ມີເຂດແດນທີ່ເອົາເປັນກຳມະສິດໃນທະເລຈີນໃຕ້ນັ້ນ ກໍໄດ້
ກ່າວວ່າ ເຂົາເຈົ້າແມ່ນປະເທດເປັນກາງ ໃນບັນຫາຂັດແຍ້ງນີ້, ເຂົາເຈົ້າໄດ້ກ່າວວ່າ ຕົນ
ມີຄວາມເປັນຫ່ວງວ່າ ຈີນ ກຳລັງພະຍາຍາມທີ່ຈະຕັ້ງກອງທັບໃສ່ບ່ອນທີ່ຄວນເປັນໜ່ານ
ນໍ້າເສລີ ແລະ ເປີດກວ້າງ. ສິນຄ້າມູນຄ່າປະມານ 3000 ຕື້ໂດລາ ໄດ້ເດີນທາງຜ່ານບໍລິ
ເວນດັ່ງກ່າວນັ້ນໃນແຕ່ລະປີ.

ກອງທັບເຮືອ ສະຫະລັດ ໄດ້ເດີນທາງຜ່ານຂົງເຂດດັ່ງກ່າວນັ້ນເປັນປະຈຳ ເພື່ອສະແດງ
ເຖິງສິດເສລີພາບໃນການເດີນເຮືອ.

ຈີນ ກ່າວວ່າ ເຂົາເຈົ້າຢາກແກ້ໄຂທຸກໆຄວາມຂັດແຍ້ງໃນທະເລຈີນໃຕ້ໂດຍຜ່ານການ
ເຈລະຈາສອງຝ່າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG