ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ປັກກິ່ງ ຫາທີ່ຈັ້ງ ດ້ານປະຊາສຳພັນ ຫຼັງຈາກ ການຕັດສິນ ຂອງສານ ສປຊ


ຜູ້ປະທ້ວງຄົນນຶ່ງ ທີ່ສະໜັບສະໜູນຈີນ ຢູ່ຮົງກົງ ຮ້ອງຄຳຂວັນ ຕໍ່ຕ້ານສະຫະລັດ ທີ່ໃຫ້ການສະໜັບສະໜູນ ການຕັດສິນ ຂອງສານນາໆຊາດ ທີ່ປະຕິເສດ ຕໍ່ການອ້າງກຳມະສິດ ຂອງປັກກິ່ງ ຢູ່ທະເລຈີນໃຕ້.

ຈີນ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ປະຊາສຳພັນ​ຫລັງ​ຈາກ​ສານ​ນາໆ​ຊາດ​ໄດ້​ຕັດສິນ​ປະຕິ​ເສດ ​ຕໍ່​ການ​ອ້າງ​ກຳມະສິດ​ຂອງ​ຈີນ ​ເອົາ​ທະ​ເລ​ຈີນ​ໃຕ້ ​ເກືອບ​ທັງ​ໝົດ​ນັ້ນ.

​ເກືອ​ບສາມ​ປີ​ມາ​ແລ້ວຈີນ​ໄດ້​ທຳ​ການ​ໂຈ​ມຕີ​ຢ່າງ​ບໍ່​ລົດ​ລະກ່ຽວ​ກັບ​ຄວາມ​ຖືກຕ້ອງຊອບ​ທຳ ຂອງ​ສານ​ນາໆ​ຊາດ​ ພາຍ​ໃຕ້​ສົນທິສັນຍາ​ ວ່າ​ດ້ວຍກົດໝາຍ​ທາງ​ທະ​ເລ ​ຫລື UNCLOS ຂອງ​ສະຫະ​ປະຊາ​ຊາດ ​ແລະ​ປະ​ເທດ​ຟີ​ລິບ​ປິນທີ່​ເປັນ​ຄູ່​ປໍ​ລະປັກ​ນັ້ນ.

ຊາວຟີລິບປິນສະແດງຄວາມດີໃຈ ຫລັງຈາກສານນາໆຊາດ ຕັດສິນ ເຫັນພ້ອມກັບຟີລິບປິນ ໃນຄະດີການຂັດແຍ້ງ ຢູ່ທະເລຈີນໃຕ້.
ຊາວຟີລິບປິນສະແດງຄວາມດີໃຈ ຫລັງຈາກສານນາໆຊາດ ຕັດສິນ ເຫັນພ້ອມກັບຟີລິບປິນ ໃນຄະດີການຂັດແຍ້ງ ຢູ່ທະເລຈີນໃຕ້.

ປັກ​ກິ່ງ ​ໄດ້​ອ້າງ​ເອົາ​ອະທິປະ​ໄຕ ສິດທິ​ຕາມ​ກົດໝາຍ ແລະ​ປະຫວັດສາດ​ ​ໃນ​ບໍລິ​ເວນ 90 ກວ່າ​ເປີ​ເຊັນ​ ຂອງ​ທະ​ເລ​ຈີນ​ໃຕ້. ​ແຕ່​ພາສາ ​ທີ່​ພວກ​ຜູ້ນຳ​ຂອງ​ຈີນໄດ້​ນຳ​ໃຊ້​ ​ເພື່ອ​ສະໜັບ ສະໜຸູນການ​ອ້າງ​ກຳມະສິດ​ແລະ​ບ່ອນ​ທຳລາຍ​ສານ​ດັ່ງກ່າວ ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ຕື່ມ​ຂຶ້ນ ທີ່​ຈະ​ດຳ​ເນີນ​ການເພື່ອກ້າວ​ໄປ​ໜ້າ.

ທ່ານ Scott Kennedy ຮອງ​ຜູ້ອຳນວຍການ​ອົງການ Freeman Chair ​ໃນ​ການ​ສຶກສາ​ກ່ຽວ​ກັບ​ຈີນ​ຢູ່​ທີ່​ສະ​ຖາ​ບັນ​ຍຸດ​ທະ​ສາດແລະ​ການ​ສຶກສາ​ນາໆ​ຊາດ​ທີ່​ນະຄອນ​ວໍ​ຊິງ​ຕັນ​ກ່າວ​ວ່າ ຈີນ​ໄດ້ວາດພາບຕົນເອງວ່າຖືກ​ປ້ອງເຂົ້າ​ແຈ ​ແລະ​ມີ​ທ່າ​ທາງ​ວ່າ​ຈະ​ສືບຕໍ່​ແຕ້ມ​ສີ​ໃສ່​ຝາ​ໂດຍ​ບໍ່​ມີ​ຜົນ​ກະທົບ​ໃດໆ ​ມີ​ແຕ່​ຈະ​ແຍກ​ເຂົາ​ເຈົ້າ​ ​ອອກ​ຈາກປະ​ເທດ​ສ່ວນ​ໃຫຍ່​ເທົ່າ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG