ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ກໍ່​ສ້າງ ​​ຂອງ​ຈີນ ຢູ່ເກາະ​ດອນ ​ສອ​ກ​ຫລີກ​​ ສ້າງ​ຄວາມ​ເຄັ່ງ​ຕຶງ​ອີກ ກັບ​ຫວຽດ​ນາມ


ຜູ້ຄົນ​ພາ​ກັນ​​ປະ​ທ້​ວງ ຢູ່​ນະ​ຄອນ​ຮາ​ໂນ່ຍ ເພື່ອ​ເປັນ​ຂີດ​ໝາຍ ປີ​ທີ 43 ​ທີ່​ຈີນ ຢູ່ທີ​ເກາະ​ພາ​ຣາ​ແຊ​ລ ໃນ​ທະ​ເລ​ຈີນຢູ່​ໃຕ້ ວັນ​ທີ 19 ມັງ​ກອນ 2017.
ຜູ້ຄົນ​ພາ​ກັນ​​ປະ​ທ້​ວງ ຢູ່​ນະ​ຄອນ​ຮາ​ໂນ່ຍ ເພື່ອ​ເປັນ​ຂີດ​ໝາຍ ປີ​ທີ 43 ​ທີ່​ຈີນ ຢູ່ທີ​ເກາະ​ພາ​ຣາ​ແຊ​ລ ໃນ​ທະ​ເລ​ຈີນຢູ່​ໃຕ້ ວັນ​ທີ 19 ມັງ​ກອນ 2017.

ການ​ກໍ່​ສ້າງໃໝ່ຂອງ​ຈີນຢູ່ເກາະ​ດອນ​ນ້ອຍ​ທີ່ສອ​ກ​ຫລີກແຫ່ງ​ນຶ່ງ​ໃນທະ​ເລ​ຈີນ​ໃຕ້ ໄດ້
​ສ້າງ​ຄວາມ​ເຄັ່ງ​ຕຶງ​ອີກ ​ໃຫ້​ແກ່​ຄວາມ​ສຳ​ພັນກັບ​ຫວຽດ​ນາມ ຜູ້​ທີ່​ອ້​າງ​ເອົາ​ກຳ​ມະສິດ​
ໃນ​ເກາະ​ດອນ​ດຽວ​ກັນ​ນີ້ ຫຼັງ​ຈາກ​ໄດ້​ມີ​ຄວາມສະ​ຫງົບ ​ມາ​ຊົ່ວ​ໄລ​ຍະ​ນຶ່ງ ແລະ​ອາດ
​ຈະ​ມີ​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຈາກ​ຟິ​ລິບ​ປີນ​ນຳ​ດ​ວ້ຍ.

ຮູບ​ພາບ​ຈາກ​ດາບ​ທຽມ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຫວ່າງ​ມໍ່ໆ​ມາ​ນີ້ຈີນ​ໄດ້​ຕິດ​ຕັ້ງ “ເວ​ທີ​” ໃໝ່
​ ຢູ່​ທີ່​ເກາະ​ບອມ​ເບ ຊຶ່ງ​ບໍ່​ໄດ້​ພັດ​ທະ​ນາ​ ໃນໝູ່​ເກາະພາ​ຣາ​ແຊ​ລ ທີ່​ເປັນ​ເກາະ​ດອນ​ຕິດ
ຕໍ່ລຽງ​ລາຍກັນ​ຢູ່​ທະ​ເລ​ຈີນ​ໃຕ້ ທີ່​ອົງ​ການຂໍ້ລິ​ເລີ້​ມຄວາມ​ໂປ່ງ​ໃສທາງ​ທະ​ ເລເຂດ​ເອ​
ເຊຍ ພາຍ​ໃຕ້​ສູນ​ກາງ ​ຍຸດ​ທະ​ສາດ ແລະ​ການ​ສຶກ​ສາ​ສາ​ກົນ ​ທີ່​ກ່າວ​ຢູ່​ໜ້າ​ເວັບ​ໄຊ
​ຂອງ​ຕົນ.

ກະ​ຊ​ວງ​ຕ່າງປະ​ເທດ​ຫວຽດ​ນາມ​ໄດ້ປະ​ທ້ວງໃນ​ເດືອນ​ນີ້ຕໍ່ການ​ປະ​ຕິ​ບັດ​ງານ​ຂອງ
​ຈີນ​ຢູ່ເກາະບອມ​ເບ. ​ມີ​ການ​ອ້າງ​ຄຳ​ເວົ້າ ​ຂອງຮອງໂຄ​ສົກ ກະ​ຊວງ​ຕ່າງ​ປະ​ເທດ
ທ່ານ​ນາງ​ຫວງຽນ ເຟືອງ ຈາ ​ທີ່​ໄດ້ກ່າວ​ໃນ​ວັນ​ທີ 22 ພະ​ຈິກ​ຜ່ານ​ມານີ້​ວ່າ ຕົນ “ໄດ້
​ຮຽ​ກ​ຮ້ອງ​ໃຫ້​ຈີນ​ໂຈະ​ໃນ​ທັນ​ທີແລະ​ບໍ່​ໃຫ້​ດຳ​ເນີນ​ການ​ແບບນີ້ຊ້ຳ​ອີກ ແລະໃຫ້ ​ສົ່ງ
​ເສີມ​ຕໍ່​ການ​ພັດ​ທະ​ນາຄວາມ​ສຳ​ພັນ.”

ຈີນ ແລະ​ຫວຽດ​ນາມ ທີ່​ເປັນ​ເພື່ອນ​ບ້ານປະ​ເທດຄອ​ມ​ມິວ​ນິ​ສ ໄດ້​ມີ​ການ​ຂັດ​ແຍ້ງກັນ
​ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ​ ມາ​ເປັນ​ເວ​ລາ​ຫຼາຍ​ສັດ​ຕະ​ວັດ ຫວ່າງ​ມໍ່ໆ​ມາ​ນີ້ ປະ​ເທດທັງ​
ສອງຕ່າງ​ກໍ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ ໃນທະ​ເລ​ຈີນ ທີ່​ຢູ່​ທາງ​ໃຕ້ຂອງຮົງ​ກົງ ແລະ​ພາກ​
ຕາ​ເວັນ​ອອກ​ຂອງ​ອ່າວ​ຕົງ​ແກງ. ຈີນ​ໄດ້​ເຂົ້າ​ຄວບ​ຄຸມ ​ໝູ່​ເກາະ​ພາ​ຣາ​ແຊ​ລ ມາ​ແຕ່​
ຊຸມ​ປີ 1970 ເຖິງ​ແມ່ນ​ວ່າ​ຫວຽດ​ນາມ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ຕໍ່​ໝູ່ ເກາະດັ່ງ​ກ່າວ​ເຊັ່ນ
ດຽວ​ກັນ.

ທະ​ຫານ​ຂອງກອງທັບປົດປ່ອຍປະຊາຊົນຈີນ (PLA)​ ຍ່າງ​ລາດ​ຕະ​ເວນ​ຢູ່​ເກາະ​ວຸດ​ດີ ໃນ​ເຂດ​ເກາະ​ພາ​ຣາ​ແຊລ ຢູ່​ທະ​ເລ​ຈີນ​ໃຕ້ ໃນ​ທີ 29 ມັງ​ກອນ 2016.
ທະ​ຫານ​ຂອງກອງທັບປົດປ່ອຍປະຊາຊົນຈີນ (PLA)​ ຍ່າງ​ລາດ​ຕະ​ເວນ​ຢູ່​ເກາະ​ວຸດ​ດີ ໃນ​ເຂດ​ເກາະ​ພາ​ຣາ​ແຊລ ຢູ່​ທະ​ເລ​ຈີນ​ໃຕ້ ໃນ​ທີ 29 ມັງ​ກອນ 2016.

ທ່ານ​ໂອ ອີ ຊັນ ສະ​ມາ​ຊິກ​ອາ​ວຸ​ໂສ​ທີ່ ​ສະ​ຖາ​ບັນກິດ​ຈະ​ການ​ນາໆ​ຊາດ​ສິງ​ກະ​ໂປ
ກ່າວ​ວ່າ “ຈີນ ແລະ​ຫວຽດ​ນາມ ​ຄື​ກັນ​ກັບ​ເຮັດສົງ​ຄາມ​ການດຶງ​ເຊືອກ​ ກ່ຽວ​ກັບ​ເກາະ
​ດອນ​ຕ່າງໆ​ໃນທະ​ເລ ເພາະ​ສະ​ນັ້ນ​ ຂ້າ​ພ​ະເຈົ້າ​ເບິ່ງ​ວ່າ ​ເລື້ອງດັ່ງ​ກ່າວ​ນີ້​ ເປັນ​ການ​
ທົດ​ລອງ​ເທື່ອ​ຫລ້າ​ສຸດ​ໃນ​ສືບ​ຕໍ່​ເຮັດ​ສົງ​ຄາມ​ດຶງ​ເຊືອກ​ກັນ.”

ຫວຽດ​ນາມ​ອາດ​ເປັນ​ຫ່ວງ​ວ່າ​ຈີນ ຈະອາດ​ຈະສ້າງ​ເວ​ທີ ທີ່​ຄ້າຍ​ຄື​ກັນ ​ກັບ​ສ້າງ​ຢູ່
​ເກາະ​ບອມ​ເບ ​ແລະ​ເກາະ​ດອນແຫ່ງ​ອື່ນໆ ເພື່ອ​ຂະ​ຫຍາຍ​ການ​ຄວບ​ຄຸມ​ຂອງ​ຕົນ
​ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານທາງ​ທະ​ເລ​.

ທະ​ຫານກອງ​ທັບ​ເຮືອ​ຫວຽດ​ນາມ ຢືນ​ຍາມ​ຢູ່ເກາະທຸຍ ໄຈ ຢູ່ໝູ່​ເກາະ​ສະ​ແປ​ຣ​ລີ ໃນ​ທະ​ເລ​ຈີນ​ໃຕ້.
ທະ​ຫານກອງ​ທັບ​ເຮືອ​ຫວຽດ​ນາມ ຢືນ​ຍາມ​ຢູ່ເກາະທຸຍ ໄຈ ຢູ່ໝູ່​ເກາະ​ສະ​ແປ​ຣ​ລີ ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ​ເກ​ຣກໍ​ຣີ ໂພ​ລ​ລິງ ຈາກອົງ​ການຂໍ້ລິ​ເລີ້​ມຄວາມ​ໂປ່ງ​ໃສທາງ​ທະ​ເລເຂດ​ເອ​ເຊຍ
​ກ່າວ​ວ່າ “ອັນ​ທີ່​ມີ​ລັກສະ​ນະ​ແປກ​ໄປຢູ່​ທີ່​ນີ້​ກໍ​ຄື ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນການກໍ່​
ສ້າງ​ຂອງ​ຈີນທີ່​ວ່ອງ​ໄວ ມີຜົນ​ກະ​ທົບ​ຕ່ຳ.” ອົງ​ການ​ດັ່ງ​ກ່າວ​ເວົ້າວ່າ ເວ​ທີ​ດັ່ງ​ກ່າວ​ອາດ​
ຈະໃຊ້​ເພື່ອ​ຊ່ວຍ​ໃນ​ການ​ເດີນ​ເຮືອ ກວມ​ເອົາ 124 ຕາ​ລາງ​ແມັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG