ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຂດທະເລຈີນໃຕ້ ກໍາລັງກາຍມາເປັນ ເຂດທະຫານຫລາຍຂຶ້ນ (ວີດີໂອ)


ໃນ​ຂະນະ​ທີ່​ກໍ່າ​ປັ່ນ​ລົບ​ສອງ​ລໍາ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຈີນ ​ເດີນທາງ​​ໄປ​ເຖິງຮ່ອງກົງໃນອາທິດ ແລ້ວນີ້ ​ກໍໄດ້ມີ​ການ​ຕັກ​ເຕືອນ​ວ່າ ​ເຂດ​ທະ​ເລ​ຈີນ​ໃຕ້​ກໍາລັງ​ກາຍ​ເປັນ​ເຂດ​ທະຫານ​ ຫລາຍ​ຂື້ນ​ນັບ​ມື້. ການ​ປະ​ເຊີນ​ໜ້າ​ກັນ​ໃນປັດຈຸບັນ​ນີ້ລະຫວ່າງຈີນ​ແລະ​ຟິລິບປິນ ແມ່ນ​ເປັນ​ບັ້ນລ່າ​ສຸດ ຂອງ​ເຫດການທາງທະເລທີ່ໄດ້ເກີດຂຶ້ນຕິດຕໍ່ກັນມາ ​ລະຫວ່າງ​ປັກ​ກິ່ງກັບບັນດາປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້. ສະຖານນະການດັ່ງກ່າວນີ້ໄດ້​ມີ​ຂຶ້ນລຸນຫລັງ ການ​ປະກາດ​ເມື່ອ​ບໍ່​ນານມາ​ນີ້​ ທີ່ວ່າ​ ສະຫະລັດ​ກໍາລັງ​ວາງຈຸດສຸມຂອງ​ແຜນການ​ຄວາມ​ໝັ້ນ ຄົງ​ຂອງ​ຕົນ ​ຄືນ​ໃໝ່ ຢູ່​ໃນ​ຂົງ​ເຂດ​ເອ​ເຊ​ຍ-ປາຊິ​ຟິກນັ້ນ. ທອງ​ປານມີເລື້ອງນີ້​ມາສະ​ເໜີ​ທ່ານ ຈາກລາຍງານຂອງ Henry Ridgwell ຜູ້ສື່ຂ່າວວີໂອເອ ທີ່ລອນດອນ..

ເບິ່ງວີດີໂອລາຍງານພາສາອັງກິດ:

ກໍ່າ​ປັ່ນ​ລົບຂະໜາດນ້ອຍ Yuncheng 571 ຈອດທຽບ​ທ່າ​ທີ່​ທ່າ​ເຮືອ​ວິກຕໍ​ເຣຍຂອງຮ່ອງ​ກົງ ເພື່ອທໍາການ​ຢ້ຽມຢາມ​ເປັນ​ເວລາ​ຫ້າ​ມື້. ຢູ່ທາງ​ຫລັງ​ຕິດໆ​ກັນ​ນັ້ນ​ ຄືເຮື​ອພິຄາດ Haikou 171.

ກໍ່າ​ປັ່ນເຫລົ່ານີ້ ​ຊຶ່ງເປັນ​ສ່ວນ​ນຶ່ງຂອງ​ໜ່ວຍສະ​ເພາະກິດ​ຕິດຕາມຄຸ້ມກັນທາງທະເລ ໜ່ວຍທີ 10 ຂອງ​ຈີນ​ ແມ່ນເປັນ​ສອງລໍາໃນຈໍານວນກໍ່າ​ປັ່ນ​ລົບ​ສໍາຄັນຂອງ​ກອງທັບ​ເຮືອ​ຈີນ. ການ​ເດີນ ທາງໄປ​ເຖິງ​ຖານ​ທັບ​ຈີນ​ຢູ່​ຮ່ອງ ມີ​ຂຶ້ນ​ໃນ​ຊ່ວງ​ທີ່​ຄວາມ​ເຄ່ງຕຶງ​ກໍາລັງ​ເພີ່ມ​ທະວີ​ຂຶ້ນຢູ່​ໃນ​ເຂດ ​ທະ​ເລ​ຈີນ​ໃຕ້.

ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ຈາກ​ພວກ​ນັກວິ​ເຄາະ​ດ້ານ​ຄວາມ​ໝັ້ນຄົງ​ປະ​ຈໍາ​ກຸ່ມ International
Crisis Group ຫລື ວິ​ກິດ​ການ​ລະ​ຫວ່າງ​ຊາດ ໄດ້​ເຕືອນເຖິງ​ການເຮັດໃຫ້ເຂດນັ້ນກາຍມາ
ເປັນຂເດ​ທະຫານ ຫລາຍ​ຂື້ນ​ນັບ​ມື້. Stephanie-Kleine-Ahlbrandt ​ເປັນ​ຜູ້ອໍານວຍ​ການ
ຝ່າຍໂຄງການ ສໍາລັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ເໜືອຂອງກຸ່ມ​ດັ່ງກ່າວ.​ ນາງເວົ້າວ່າ

“ຢູ່​ໃນ​ຈີນ ກໍາລັງທັບ​ເຮືອທະ​ເລໃຕ້ ຊຶ່ງ​ເປັນໜ່ວຍທີ່​ຮັບ​ຜິດ​ຊອບ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ ​
ແຕ່ໃດໆມາແລ້ວ ​ແມ່ນ​ເປັນໜ່ວຍທີ່ມີກໍາລັງໜ້ອຍ​ທີ່ສຸດ ໃນທັງໝົດ​ສາມ​ກໍາລັງເຮືອ​ລົບ
ຂອງຈີນ. ​ແລະ​ດັ່ງ​ນັ້ນ ​ຄວາມ​ເຄັ່ງ​ຕຶງທີ່ມີຂຶ້ນຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ນັ້ນ ຈຶ່ງນັບ​ວ່າເປັນ
​ເຫດຜົນທີ່ດີເລີດ ສໍາລັບ​ການປັບປຸງໜ່ວຍ​ເຮືອໜ່ວຍນີ້ ໃຫ້ທັນ​ສະ​ໄໝ.”

ກໍາປັ່ນພິຄາດ Haikou 171 ຂອງຈີນ ທີ່ໄປຢ້ຽມຢາມຮ່ອງກົງ. ເທິງກໍາປັ່ນ ມີລູກສອນໄຟຕິດຕັ້ງຢູ່.
ກໍາປັ່ນພິຄາດ Haikou 171 ຂອງຈີນ ທີ່ໄປຢ້ຽມຢາມຮ່ອງກົງ. ເທິງກໍາປັ່ນ ມີລູກສອນໄຟຕິດຕັ້ງຢູ່.

ຂົງ​ເຂດ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ເນື້ອ​ທີ່
3 ​ລ້ານ 5 ​ແສນ​ ກິ​ໂລ​ແມດ​ມົນທົນ
ນັ້ນ ​ເປັນ​ບ່ອນ​ທີ່​ມີການຍາດແຍ່ງ
ກັນ ​ອ້າງ​ເອົາ​ກໍາມະສິດຢ່າງແຂງ
ຂັນ​ ໂດຍ​ຈີນ ມາ​ເລ​ເຊຍ ຟິລິບ​ປິນ
ບຣູ​ໄນ ​ແລະ​ຫວຽດນາມ.

​ເມື່ອ​ປີຜ່ານມາ ຫວຽດນາມໄດ້
​ກ່າວ​ຫາເຮືອ​ລາດຕະ​ເວນ​ຈີນວ່າ ​
ກໍ່ກວນ​ກໍ່າ​ປັ່ນ​ສໍາຫລວດ​ນໍ້າມັນ​
ແລະ​ແກ​ສທໍາ​ມະ​ຊາດ​ລໍາ​ນຶ່ງ​
ຂອງ​ຕົນ.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຈີນແລະ
​ຟິລິບ​ປິນ ​ໃນຂະນະນີ້ ແມ່ນ​ໄດ້ເພີ່ມ​ທະວີ​ຂຶ້ນ​ ຍ້ອນ​ໝູ່​ດອນຫາດ​ຕື້ນ​ໝູ່​ນຶ່ງທີ່​ເປັນຫົວຂໍ້ຂັດ
ແຍ້ງກັນ ທີ່ມີ​ຊື່​ເປັນ​ພາສາ​ອັງກິດ​ວ່າ Scarborough.

​ເມື່ອ​ທ້າຍເດືອນແລ້ວນີ້ ສະຫະລັດ​ແລະ​ຟິລິບ​ປິນ​ໄດ້​ທໍາ​ການຊ້ອມ​ລົບທາງທະເລຮ່ວມ​ກັນ​
ໂດ​ຍ​ໃຊ້​ກະສຸນ​ແທ້ ຊຶ່ງໄດ້ກະຕຸ້ນ​ໃຫ້​ຈີນ​ເຕືອນ​ສະຫະລັດ​ໃນ​ທັນທີ​ ​ຕໍ່ການເຂົ້າຫຍຸ້ງ​ກ່ຽວ​ຢູ່​
ໃນ​ຂົງ​ເຂດ​ດັ່ງກ່າວ ​ແຕ່​ໃນມື້ກ່ອນອອກເດີນທາງໄປຢ້ຽມຢາມ​ປັກ​ກິ່ງ​ໃນອາທິດແລ້ວນີ້ ລັດ
ຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ​ຮິ​ລແລ​ຣີ ຄລິນຕັນ ​ໄດ້ກ່າວຢືນຢັດວ່າ ​ວໍ​ຊິງ​ຕັນ​
ບໍ່ໄດ້​ເຂົ້າຂ້າງ​ຝ່າຍ​ໃດ. ທ່ານ​ນາງ​ຮິ​ລແລ​ຣີ ຄລິນຕັນ ກ່າວວ່າ:

“​ໃນ​ຖານະທີ່ເປັນອໍານາດນຶ່ງໃນຂົງ​ເຂດ​ປາຊີຟິກ​ນັ້ນ ພວກ​ເຮົາ​ກໍມີ​ຜົນ​ປະ​ໂຫຍດ​
ແຫ່ງ​ຊາດ​ ​ໃນການຮັກສາ​ເສລີພາບ​ໃນການ​ເດີນ​ເຮືອຢູ່ໃນເຂດນັ້ນ ​ແລະ​ຮັກສາໄວ້
ຊຶ່ງ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ ​ແລະການ​ເຄົາລົບ​ກົດໝາຍ​ສາກົນ.”

ກຸ່ມ​ວິ​ກິດ​ການ​ລະຫວ່າງຊາດ​ກ່າວ​ວ່າ ການ​ຂາດ​ຄວາມ​ແຊ່ມ​ແຈ້ງ​ທາງດ້ານກົດໝາຍ​ກ່ຽວ
ກັບ​ການ​ແຂ່ງ​ກັນ​ອ້າງ​ເອົາ​ກໍາມະສິດ​ນັ້ນ ​ເປັນ​ແກນ​ກາງຂອງ​ຄວາມ​ເຄັ່ງ​ຕຶງທີ່​ເພີ່ມທະວີຂຶ້ນ.

​ແຕ່​ສາດສະດາ​ຈາກ Steven Tsang ຜູ້​ອໍານວຍ​ການ​ສະ​ຖາ​ບັນນະ​ໂຍບາຍ​ຈີນ ​ປະ​ຈໍາ​
ມະຫາ​ວິ​ທະຍາ​ໄລ Nottingham ທີ່ອັງກິດ ​ກ່າວວ່າ​ ຈີນ​ອາດມີ​ຄວາມ​ມຸ້ງ​ຫວັງ​ດ້ານ​ຍຸ​ດ
ທະ​ສາດ ​ທີ່ກວ້າງໄກໄປ​ກວ່າ​ນັ້ນ. ສາດສະດາ​ຈາກ Tsang ເວົ້າວ່າ:

“ສິ່ງ​ທີ່​ພວກ​ເຂົາ​ເຈົ້າຕ້ອງການ​ແທ້ໆ​ນັ້ນ ບໍ່​ແມ່ນ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ​ຫລາຍ​ປານ​
ໃດດອກ ​ແຕ່​ໂດຍ​ພື້ນຖານ​ແລ້ວ​ແມ່ນຢາກ​ຈະເຮັດ​ໃຫ້ພວກປະເທດໃນ​ຂົງ​ເຂດນັ້ນ
ຍອມຮັບ​ໃຫ້ໄດ້ວ່າ ​ບ່ອນນີ້​ຄື​ເຂດ​ອິດ​ທິພົນ​ຂອງ​ຈີນ ແລະ​ວ່າພວກ​ເຂົາ​ເຈົ້າທັງ​ໝົດ
​ຈະຕ້ອງຮັບເອົາ​ການ​ນໍາ​ພາຂອງ​ຈີນ ຫລື​ຄວາມ​ສໍາຄັນຂອງ​ຈີນ​ຢູ່ໃນເຂດ​ນັ້ນ. ເພາະ
ວ່າ ຖ້າເຂົາເຈົ້າຍອມຮັບເອົາແລ້ວ ພວກ​ເຂົາ​ເຈົ້າກໍບໍ່​ປາດ​ຖະໜາ​ທີ່ຈະ​ໃຫ້​ອາ​ເມຣິກາ
​ເຂົ້າໄປ​ຫຍຸ້ງກ່ຽວ​ຢ່າງ​ເລິກ​ເຊິ່ງ​ ​ແລະ​ເພາະສະ​ນັ້ນ ຂົງເຂດນັ້ນ​ກໍ​ເລີຍເກືອບ​ວ່າ ຈະ
ກາຍ​ເປັນທະ​ເລ​ຂອງ​ຈີນ​ໄປ​ແທບ​ທັງ​ໝົດ.”

ຈີນ​ກ່າວ​ວ່າ ຕົນ​ມີ​ແຜນການ​ທີ່​ຈະ​ຍື່ນ​ສະ​ເໜີ​ການ​ອ້າງ​ເອົາ​ກໍາມະສິດ​ໃນເຂດແດນທາງ ທະເລຂອງຕົນຢູ່ໃນເຂດນັ້ນ ​ອີງ​ຕາມ​ສົນທິສັນຍາ​ອົງການ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ
ກົດໝາຍທາງທະ​ເລ. ​ແຕ່​ວ່າ ຍ້ອນ​ວ່າ​ຂົງເຂດດັ່ງກ່າວມີ​ຄວາມ​ສໍາຄັນ​ດ້ານ​ຍຸດ​ທະ​ສາດ
​ຫລາຍ ​ແລະ​ເປັນ​ນ່ານນໍ້າ​ທີ່​ອຸດົມສົມບູນ​ດ້ວຍ​ຊັບພະຍາກອນ​ທໍາ​ມະ​ຊາດ​ນັ້ນ ພວກ​ນັກ
ວິ​ເຄາະ​ກ່າວ​ວ່າ ການ​ທີ່​ຈະ​ຫາ​ຂໍ້​ຕົກລົງ​ກັນໄດ້ ໃນ​ລະຫວ່າງ​ຫລາຍ​ໆປະ​ເທດ​ທີ່​ແຂ່ງຂັນ
​ກັນ​ຢູ່ໃນ​ຂະນະ​ນີ້ ແມ່ນ​ຈະ​ລໍາບາກ​ຫລາຍ.

XS
SM
MD
LG