ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ທຸກຝ່າຍ ຢູ່ໃນຄວາມສະຫງົບ


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກທ່ານ Kurt Campbell ທີ່ກອງປະຊຸມຢູ່ເກົາຫຼີໃຕ້ (10 ມິຖຸນາ 2011)
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກທ່ານ Kurt Campbell ທີ່ກອງປະຊຸມຢູ່ເກົາຫຼີໃຕ້ (10 ມິຖຸນາ 2011)

ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍທີ່ພົວພັນກັບບັນຫາ
ຂັດແຍ້ງໃນເລື່ອງເຂດນໍ້າແດນດິນຢູ່ໃນເຂດທະເລຈີນໃຕ້ຈົ່ງໃຊ້ຄວາມຢັບຢັ້ງ.

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດທ່ານ Kurt Campbell ກ່າວ
ໃນມື້ວັນສຸກວານນີ້ວ່າສະຫະລັດບໍ່ໄດ້ເອົາຈຸດຢືນກ່ຽວກັບເລື່ອງອຳນາດອະທິປະໄຕທາງທະເລ
ທີ່ອ້າງກຳມະສິດໂດຍຈີນ ຟີລິບປິນແລະຫວຽດນາມນັ້ນ.

ປະເທດທັງ 3 ໄດ້ຖົກຖຽງໂຕ້ແຍ້ງກ່ຽວກັບເຂດທະເລຈີນໃຕ້ ແລະລັດຖະມົນຕີກະຊວງການ
ຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າສະຫະລັດຈະໃຫ້ການຊ່ອຍເຫຼືອ ແກ່ຟີລິບປິນຖ້າຫາກມີຄວາມຈຳເປັນ.

ທ່ານ Campbell ເວົ້າວ່າ ສະຫະລັດບໍ່ມີຄວາມຕັ້ງໃຈ ທີ່ຈະເຮັດໃຫ້ສະຖານະການຮຸນແຮງ
ຂຶ້ນ ແລະມີຜົນປະໂຫຍດອັນໃຫຍ່ຫຼວງໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບ
ຢູ່ໃນພູມີພາກດັ່ງກ່າວ.

ໃນວັນເສົາມື້ນີ້ທ່ານ Campbell ມີແຜນການທີ່ຈະທຳການເຈລະຈາຫາລືຢູ່ທີ່ລັດຮາວາຍກັບ
ຮອງລັດຖະມົນຕີການຕ່າງປະເທດຈີນທ່ານ Cui Tiankai ທີ່ກ່າວວ່າ ປະເທດໃດກໍຕາມທີ່
ທ້າທາຍຕໍ່ການອ້າງກຳມະສິດຂອງຈີນ ເອົາໝູ່ເກາະໝູ່ດອນຕ່າງໆ ໃນເຂດທະເລຈີນໃຕ້ນັ້ນ
ແມ່ນພວມຫຼິ້ນກັບໄຟແລະທ່ານເວົ້າຕື່ມວ່າທ່ານຫວັງວ່າສະຫະລັດຈະບໍ່ຖືກແກ່ດຶງເຂົ້າສູ່ການ
ທະເລາະວິວາດດັ່ງກ່າວນີ້.

XS
SM
MD
LG