ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນປະນາມຫວຽດນາມ ທີ່ລ່ວງລະເມີດ ເຂດນ່ານນໍ້າຂອງຕົນ


ເຮືອພິຄາດລຳນຶ່ງຂອງກອງທັບເຮືອຈີນພວມຍິງລູກສອນໄຟໃນລະຫວ່າງການຊ້ອມລົບໃນເຂດທະເລຈີນຕອນໃຕ້
ເຮືອພິຄາດລຳນຶ່ງຂອງກອງທັບເຮືອຈີນພວມຍິງລູກສອນໄຟໃນລະຫວ່າງການຊ້ອມລົບໃນເຂດທະເລຈີນຕອນໃຕ້

ຈີນໄດ້ກ່າວຫາຫວຽດນາມວ່າ ເຂົ້າໄປໃນເຂດນ່ານນໍ້າຂອງ
ຕົນແບບຜິດກົດໝາຍແລະເຮັດໃຫ້ຊີວິດຂອງພວກຊາວປະ
ມົງຈີນຕົກຢູ່ໃນອັນຕະລາຍໃນກໍລະນີພິພາດກ່ຽວກັບເລື່ອງ
ເຂດນໍ້າແດນດິນໃນທະເລຈີນໃຕ້.

ກະຊວງການຕ່າງປະເທດຈີນໄດ້ອອກຄຳປະນາມຕໍ່ຫວຽດ
ນາມໃນຕອນແລງວັນພະຫັດວານນີ້ ຫຼັງຈາກຮາໂນ່ຍກ່າວ
ວ່າເຮືອປະມົງຂອງຈີນໄດ້ແລ່ນຕຳກຳປັ່ນສຳຫຼວດນໍ້າມັນລຳ
ນຶ່ງຢູ່ໃນເຂດນ່ານນໍ້າຂອງຫວຽດນາມ.

ແຕ່ໂຄສົກກະຊວງການຕ່າງປະເທດຈີນທ່ານ Hong Lei
ກ່າວວ່າ ເຮືອປະມົງຈີນ ໄດ້ແລ່ນໄປເກາະເອົາສາຍເຊືອກ
ເຄເບີ້ລຂອງກຳປັ່ນຫວຽດນາມ ແລະຖືກແກ່ດຶງໄປເປັນເວລານຶ່ງຊົ່ວໂມງ. ໂຄສົກກະຊວງ
ຕ່າງປະເທດຈີນຍັງກ່າວວ່າ ຫວຽດນາມໄດ້ທຳການສຳຫຼວດຫານໍ້າມັນ ແລະແກັສທຳມະ
ຊາດຢູ່ໃນເຂດນ່ານນໍ້າຂອງຈີນແລະທວງໃຫ້ຫວຽດນາມຢຸດເຊົາການລ່ວງລະເມີດທັງໝົດ.

ໃນທ້າຍເດືອນແລ້ວນີ້ ຫວຽດນາມກ່າວວ່າ ເຮືອຂອງຈີນຫຼາຍລຳໄດ້ຕັດສາຍເຄເບີ້ລຂອງ ກຳປັ່ນສຳຫຼວດຫວຽດນາມອີກລຳນຶ່ງ.

XS
SM
MD
LG