ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຊ້ອມລົບຮ່ວມ ທາງທະເລ ລະຫວ່າງ ສະຫະລັດ ກັບຟິລິບປິນ


ສະມາຊິກນັກເຄື່ອນໄຫວ ອັກບາຢານ ຮ້ອງໂຮປະນາມຈີນ ໃນ ຂະນະທີ່ເດີນຂະບວນໄ ປສູ່ກົງສູນຈີນ ໃນນະຄອນມະນີລາ ວັນທີ 12 ກໍລະກົດ 2018.
ສະມາຊິກນັກເຄື່ອນໄຫວ ອັກບາຢານ ຮ້ອງໂຮປະນາມຈີນ ໃນ ຂະນະທີ່ເດີນຂະບວນໄ ປສູ່ກົງສູນຈີນ ໃນນະຄອນມະນີລາ ວັນທີ 12 ກໍລະກົດ 2018.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຊ້ອມລົບຮ່ວມທາງ​ທະ​ເລ ​ລະຫວ່າງ ຟິລິບ​ປິນ ​ແລະ​
ສະຫະລັດ ​ຢູ່​ທະ​ເລ​ຈີນ​ໃຕ້ ​ເປັນ​ການສະແດງໃຫ້ເຫັນວ່າ ​ປະ​ເທດ​ເກາະ ດອນດັ່ງກ່າວ
ກຳລັງ​ມີຄວາມ​ໃກ້​ຊິດຫຼາຍຂຶ້ນ ກັບອະ​ດີດ​ຜູ້​ປົກຄອງສະໄໝຫົວ​ເມືອງ​ຂຶ້ນ ​ແລະເພື່ອນ
ມິດ​ປະຫວັດສາດ ຫຼັງ​ຈາກ​ຫຼາຍໆ​ປີ​ທີ່​ໄດ້ມີ​ຄວາມ​ສຳພັນ​ອັນອົບ​ອຸ່ນກັບຈີນ ຊຶ່ງເປັນ
ຄູ່ປໍລະປັກໃນສະໄໝ​ສົງ​ຄາມເຢັນກັບ​ສະຫະລັດ.

ປະທານາທິບໍດີຟິລິບປິນ ທ່ານໂຣດຣິໂກ ດູເຈີເຕ
ປະທານາທິບໍດີຟິລິບປິນ ທ່ານໂຣດຣິໂກ ດູເຈີເຕ

ການ​ຊ້ອມ​ລົບ​ ຊຶ່ງກຳລັງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9 ຫາ 16 ກໍ​ລະ​ກົດ ແມ່ນຮວມທັງ​ກຳ​ປັ່ນລົບ
​ຟິລິບ​ປິນສອງ​ລຳ ພ້ອມ​ດ້ວຍ​ກຳ​ປັ່ນລົບສະຫະລັດ 2 ລຳ ແລະກຳປັ່ນ​ບັນທຸກ​ເຮືອບິນ
ລຳ​ນຶ່ງຂອງ​ສະຫະລັດ ອີງ​ຕາມ​ໜ້າ​ເວັບ​ໄຊ ​ຂອງກອງບັນ ຊາ​ການ​ກອງທັບ​ເຮືອ​ເຂດ​ອິນ​ໂດ-ປາຊິ​ຟິກ. ສະຖານ​ທີ່ຢູ່​ນອກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ເກາະ​ລູຊອນ ທີ່ໃກ້ໆກັບທະ​ເລ
ບ່ອນ​ທີ່​ຟິລິບ​ປີນແລະ​ຈີນ​ໂຕ້ຖຽງໃນ​ການ​ອ້າງເອົາອະທິປະໄຕ.

ພວກລູກເຮືອ ແລະເຮືອບິນລົບ ທີເຫັນຢູ່ກຳປັ່ນບັນທຸກສະຫະລັດ USS ຣໍໂນລ ເຣກັນ (CVN 76) ທີ່ຈອດຢູ່ນອກຝັ່ງນະຄອນມານິລາ Manila ທີ 26, ມິຖຸນາ 2018.
ພວກລູກເຮືອ ແລະເຮືອບິນລົບ ທີເຫັນຢູ່ກຳປັ່ນບັນທຸກສະຫະລັດ USS ຣໍໂນລ ເຣກັນ (CVN 76) ທີ່ຈອດຢູ່ນອກຝັ່ງນະຄອນມານິລາ Manila ທີ 26, ມິຖຸນາ 2018.

​ປະທານາທິບໍດີ​ຟິລິບ​ປິນ ທ່ານ​ໂຣດຣິ​ໂກ ດູ​ເຕີ​ເຕ ປັດຈຸບັນ​ນີ້ ​ຢູ່​ໃນ​ຕຳ​ແໜ່​ງ​ມາເປັນ​ເວ
ລາ​ສອງ​ປີ​ແລ້ວ ​ໄດ້​ປະ​ການໂຕ້​ຖຽງກ່ຽວກັບອະທິ​ໄຕ​ໄວ້​ຢູ່​ທາງຂ້າງ ​ເພື່ອ​ສ້າ​ງຄວາມສຳ
ພັນ​ກັບ​ຈີນ ​ແລະ​ເມີນເສີຍຕໍ່​ສະຫະລັດ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ທ່ານ​ດູ​ເຕີ​ເຕໃນປັດ
​ຈຸ​ບັນ​ນີ້​ກຳລັງ​ຊອກ​ຫາ​ຊ່ອງທາງເພື່ອຟື້ນຟູຄວາມ​ສຳພັນ​ຄືນ​ໃໝ່​ກັບ​ວໍຊິ​ງຕັນ ​ເພາະວ່າ
ປະຊາຊົນ​ຟິລິບ​ປິນ ກອງ ​ແລະ​ແມ່ນ​ແຕ່​ບັນດາ​ສະມາຊິກ​ໃນຄະນະລັດຖະບານ ​ເຫັນ​
ພ້ອມ​ກັບ​ການ​ປ້ອງ​ກັນ​ທາງ​ທະ​ເລ​ທີ່ມີຄວາມເຂັ້ມ​ແຂງ​.

ກຳປັ່ນລົບຟິລິບປິນ BRP Gregorio Del Pilar ຈອດຢູ່ທ່າເຮືອນະຄອນມະນີລາ Manila's ປະເທດຟິລິບປີນ ວັນທີ 17 ທັນວາ 2014.
ກຳປັ່ນລົບຟິລິບປິນ BRP Gregorio Del Pilar ຈອດຢູ່ທ່າເຮືອນະຄອນມະນີລາ Manila's ປະເທດຟິລິບປີນ ວັນທີ 17 ທັນວາ 2014.

​ຈີນ ບໍ່​ຄາດ​ວ່າ​ຈະ​ຍິນ​ຍອມ ກ່ຽວ​ກັບ​ຄວາມສຳພັນ​ກັບຟີລິບປິນ ​ເຖິງ​ຢ່າງ​ໃດ​ກໍ​ດີ ນອກ
ຈາກວ່າ ການ​ຊ້ອມລົບຮ່ວມຈະ​ໃຫຍ່​ຂຶ້ນ.

ເນື້ອທີ່ທະເລຈີນໃຕ້ ທີ່ອ້າງເອົາໂດຍຈີນ.
ເນື້ອທີ່ທະເລຈີນໃຕ້ ທີ່ອ້າງເອົາໂດຍຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG