ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄດ້ມີການຊ້ອມຮົບ ເພີ່ມຂຶ້ນ ໃນທະເລຈີນໃຕ້ ໃນປີ 2018 ເປັນການລົບກວນ ປັກກິ່ງ


ກຳປັ່ນ ຮ່ວງຊານ ຂອງຈີນ ຈອດຢູ່ໜ້ານໍ້າ ນອກຖານທັບເຮືອ ຈາງກີ ສິງກະໂປ. 15 ພຶດສະພາ, 2017.
ກຳປັ່ນ ຮ່ວງຊານ ຂອງຈີນ ຈອດຢູ່ໜ້ານໍ້າ ນອກຖານທັບເຮືອ ຈາງກີ ສິງກະໂປ. 15 ພຶດສະພາ, 2017.

ການຊ້ອມຮົບທາງທະເລທີ່ເພີ່ມຂຶ້ນໃນທະເລຈີນໃຕ້ ໂດຍບັນດາພັນທະມິດປະເທດຕາ
ເວັນຕົກໃນປີນີ້ ໄດ້ປ້ອງກັນ ຈີນ ຈາກການຂະຫຍາຍເຂດແດນເພີ່ມເຕີມ ໃນເຂດນໍ້າທີ່
ມີບັນຫາຂັດແຍ້ງກັນ, ອີງຕາມການກ່າວຂອງບັນດານັກວິເຄາະ.

ກຳປັ່ນຫຼາຍລຳ ຈາກປະເທດ ອອສເຕຣເລຍ, ຝຣັ່ງ, ຍີ່ປຸ່ນ ແລະ ສະຫະລັດ ໄດ້ຖືກສົ່ງ
ໄປທະເລທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດ ໃນປີ 2018. ເຂົາເຈົ້າເຊື່ອວ່າ
ທະເລທີ່ອຸດົມສົມບູນ ໄປດ້ວຍປາ ແລະ ບໍ່ນໍ້າມັນຟອສຊິລນັ້ນ ແມ່ນເສັ້ນທາງ ການເດີນ
ເຮືອສາກົນ, ແຕ່ ຈີນ ໄດ້ອ້າງເອົາເນື້ອທີ່ຂອງມັນ ປະມານ 90 ເປີເຊັນ ແລະ ໄດ້ຕິດຕັ້ງ
ກອງທັບໃສ່ເກາະດອນທີ່ສຳຄັນຫຼາຍເກາະ.

ບັນດາຜູ້ຊ່ຽວຊານເຊື່ອວ່າ, ການຝຶກຊ້ອມທາງທະຫານຂອງຕ່າງປະ ເທດ, ເສັ້ນທາງ
ການສັນຈອນຂອງກຳປັ່ນ ແລະ ທ່າເຮືອ, ພ້ອມກັບການບິນຜ່ານ ຂອງເຮືອບິນຖິ້ມລະ
ເບີດ B-52 ຂອງ ສະຫະລັດ ລຳນຶ່ງ ໄດ້ຢຸດ ຈີນ ຈາກການຜັກດັນຂະຫຍາຍເຂດແດນ
ຂອງ ຈີນ ໄດ້ຢ່າງມີປະສິດທີຜົນ ເຊິ່ງມັນຍັງໄດ້ຖືກຄັດຄ້ານ ໂດຍປະເທດທີ່ອ້າງເອົາ
ເຂດແດງທາງທະເລໃນເອເຊຍອື່ນໆອີກ 5 ປະເທດ ນຳ.

ທ່ານ ອາລັນ ຈັອງ (Alan Chong) ຮອງສາສະດາຈານ ທີ່ພາກວິຊາການສຶກສາສາກົນ
ມະຫາວິທະຍາໄລ ຣາຈາຣັດນາມ ໃນປະເທດ ສິງກະໂປ ເວົ້າວ່າ “ເຈົ້າເອົາວິໄສທັດ
ກ່ຽວກັບ ອຳນາດທີ່ເປັນຈິງ, ແລະ ມັນກໍແມ່ນວິທີນຶ່ງໃນການຮັບປະກັນວ່າ ທະເລຈີນໃຕ້
ແມ່ນມີບັນຫາຂັດແຍ້ງຢ່າງຖາວອນ.”

ທ່ານໄດ້ເວົ້າວ່າ “ສະນັ້ນ, ຈີນ ຈະອອກຖະແຫຼງການ ທີ່ໂມໂຫ ແລະ ເລື້ອຍໆໄປ, ການ
ເຕືອນ ກ່ຽວກັບ ຜົນທີ່ຈະຕາມມາ, ແຕ່ເລື່ອງກໍແມ່ນວ່າ ກອງທັບເຮືອຈາກຫຼາຍປະເທດ
ທັງໝົດນີ້ ຈະສືບຕໍ່ເຮັດຕໍ່ໄປ ເຖິງແມ່ນຈະມີການເຕືອນຈາກ ຈີນ ກໍຕາມ, ມັນເປັນການ
ຕໍ່ຕ້ານ ປັກກິ່ງ.”

ຈຳນວນຂອງຊົ່ວໂມງທີ່ ກຳປັ່ນກອງທັບເຮືອໄດ້ໃຊ້ຢູ່ໃນທະເລຈີນໃຕ້ ນັ້ນ ແມ່ນສູງ
ຫຼາຍໃນປີນີ້, ອີງຕາມການກ່າວຂອງສາສະດາຈານກຽດຕິຄຸນ ທ່ານ Carl Thayer ທີ່
ມີຄວາມຊຳນານ ກ່ຽວກັບ ເອເຊຍ ຢູ່ມະຫາວິທະຍາໄລ ນິວ ຊາວທ໌ ແວລສ໌ ປະເທດ
ອອສເຕຣເລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG