ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​ອາ​ຊຽນ ແລະ​ຈີນ ແນ່​ໃສ່​​ ໃຫ້​ໄດ້ເຊັນ ​ຂໍ້​ຕົກ​ລົງ​ຂັ້ນ​ຕົ້ນ ກ່ຽວ​ກັບ​ ທະ​ເລຈີນ​ໃຕ້ ​ພາຍ​ໃນເວ​ລາ ອີກບໍ່​ເທົ່າ​ໃດ​ເດືອນ


ຜຸ້​ນຳ ຂອງສິບ​ປະ​ເທດ​ສະ​ມາ​ຊິກ​ ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ASEAN ກຳ​ລັງ​ລົງ​ຈາກ​ເວ​ທີ ພາ​ຍ​ຫລັງ​ທີ່​ໄດ້​ຖ່າຍ​ຮູ​ບລວມ​ກັນ ຢູ່ກອງ​ປະ​ຊຸມ​ສຸດຍອດຂອງ​ຕົນ ໃນສິງ​ກະ​ໂປ, ວັນ​ທີ 14 ພະ​ຈິກ, 2018.
ຜຸ້​ນຳ ຂອງສິບ​ປະ​ເທດ​ສະ​ມາ​ຊິກ​ ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ASEAN ກຳ​ລັງ​ລົງ​ຈາກ​ເວ​ທີ ພາ​ຍ​ຫລັງ​ທີ່​ໄດ້​ຖ່າຍ​ຮູ​ບລວມ​ກັນ ຢູ່ກອງ​ປະ​ຊຸມ​ສຸດຍອດຂອງ​ຕົນ ໃນສິງ​ກະ​ໂປ, ວັນ​ທີ 14 ພະ​ຈິກ, 2018.

ຈີນ ແລະ​ກຸ່ມປະ​ເທດອາ​ຊຽນ ຊຶ່ງ​ໄດ້​ຜິດ​ຂ້ອງ​ຕ້ອງ​ຖຽງ​ກັນ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ
ກ່ຽວ​ກັບ​ການ​ຄອບ​ຄອງ​ທະ​ເລ​ຈີນ​ໃຕ້ລະ​ຫວ່າງ​ພວກ​ເຂົາ​ເຈົ້ານັ້ນ ​ແນ​ໃສ່​ທີ່​ຈະ​ສຳ​ເລັດ​
ເສັດ​ສິ້ນ​ຂັ້ນ​ຕອນ​ທຳ​ອິດ ​ກ່ຽວ​ກັບກົດ​ການ​ປະ​ພຶດ ​ໃນ​ເຂດ​ທະ​ເລ​ດັ່ງກ່າວ ພາຍ​ໃນ​ອີກ​
ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້ານີ້ຫຼັງ​ຈາກ​ໄດ້​ພະ​ຍາ​ຍາມ​ມາ​ເປັນ​ເວ​ລາ 17 ປີ ເພື່ອ​ແກ້​ໄຂ​ບັນ​
ຫາ​ຂັດ​ແຍ້ງ ​ໃນ​ເລື້ອງ​ດິນ​ແດນ​ ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ເຂດ​ເອ​ເຊຍ.

ສິບ​ປະ​ເທດ​ສະ​ມາ​ຊິກ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື
​ອາ​ຊຽນ ແລະ​ຈີນ ໄດ້​ເຈ​ລະ​ຈາ​ກັນ​ ບາງ​ທີ​ ອາດ​ຈະ​ຢູ່​ໃນ​ຂັ້ນ​ທີ່​ພຽງ​ພໍ​ແລ້ວ ເພື່ອກຳ​ຈັດ​
ບັນ​ຫາ​ຄົງ​ຄ້າງ​ຕ່າງໆກ່ຽວ​ກັບ​ກົດ​ການ​ປະ​ພຶດ ທີ່​ເວົ້າ​ເຖິງວ່​າ ປະ​ເທດ​ໃດເປັນ​ເຈົ້າ​ຂອງ
​ເກາະ​ໃດ​ດອນ​ໃດ ຊຶ່ງ​ຕົວ​ຢ່າງ​ດັ່ງ​ກ່າວ​ຈະ​ໄດ້​ອ່ານ​ກັນ ທັນ​ກັບ​ກອງປະ​ຊຸມ​ປະ​ຈຳ​ປີ​ຄັ້ງ
​ສຳ​ຄັນ ໃນ​ເດືອນ​ພະ​ຈິກທ້າຍ​ປີນີ້ ອີງ​ຕາມ​ຄຳ​ເວົ້າຂອງ​ພວກ​ນັກ​ຊ່ຽວ​ຊານເຂດ​ເອ​ເຊຍ​
ທີ່​ໄດ້​ກ່າວ​ໄວ້.

ກົດ​ການ​ປະ​ພຶດ​ນີ້ ​ຈະ​ຊ່ວຍ​ນຳ​ພາ​ກຳ​ປັ່ນອອກ​ໄປ​ຈາກເຫດ​ຮ້າຍ​ຕ່າງໆ​ແລະ​ແກ້​ໄຂ​ອຸ​
ບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນ ​ຢູ່ໃນທະ​ເລ​ຈີນ​ໃຕ້ ​ທີ່ກວ້າງ​ໃຫຍ່ແຕ່​ກໍ​ແອອັດ ໂດຍ​ບໍ່​ໄດ້​ໃຫ້​ລັດ
ຖະ​ບານ​ໃດໆ​ອອກ​ມາ​ສະ​ແດງ​ບູ​ລິ​ມະ​ສິດ. ການ​ຕຳ​ກັນ​ລະ​ຫວ່າງ​ກຳ​ປັ່ນ​ຟີ​ລິບປິນ​ແລະ
​ກຳ​ປັ່ນ​ຈີນ ເມື່ອ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍ​ໄດ້​ຮັບ​ການ​ກົດ​ດັນ​ເພີ້ມຂຶ້ນ​ຂອງ​ຂົງ​ເຂດ
ຕໍ່​ຈີນ ຈຶ່ງ​ຜັກ​ດັນ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ລົງ​ໃນ​ກົດ​ບັດ​ນີ້.

ທ່ານ​ເອ​ດົວ​ໂດ ອາ​ຣາ​ຣາ​ລ (Eduardo Araral) ຮອງ​ສາ​ສະ​ດາ​ຈານ ທີ່​ສະຖາບັນ​ນະ​
ໂຍ​ບາຍ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ ກ່າວ​ວ່າ “ຖ້າພວກ​ເຮົາ​ຫາກມອງ
​ເບິ່ງ ​ກົດ​ບັດ​ການ​ປະ​ພຶດນີ້ ນັບ​ແຕ່​ປີ 2002 ເປັນ​ຕົ້ນ​ມາ ນັ້ນ​ແມ່ນ​ປະ​ມ​ານ 17 ປີ​ກ່ອນ
ດ້ວຍ​ເຫດນັ້ນ ມັນ​ອາດ​ຈະ​ເປັນ​ບາດ​ກ້າວສຳຄັນ​ອັນ​ໃຫຍ່ ຖ້າ​ຫາກ​ມີ​ການ​ຮັບ​ຮອງ​ເອົາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG