ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສິງກະໂປຮຽກຮ້ອງໃຫ້ຈີນ ເອົາທ່າທີແຈ່ມແຈ້ງຂຶ້ນ ກ່ຽວກັບທະເລຈີນໃຕ້


ແຜນທີ່ບໍລິເວນທະເລຈີນໃຕ້ ທີ່ປະເທດຕ່າງໆ ອ້າງເອົາກໍາມະສິດ (ເສ້ນສີແດງແມ່ນເຂດທີ່ຈີນອ້າງເອົາ)
ແຜນທີ່ບໍລິເວນທະເລຈີນໃຕ້ ທີ່ປະເທດຕ່າງໆ ອ້າງເອົາກໍາມະສິດ (ເສ້ນສີແດງແມ່ນເຂດທີ່ຈີນອ້າງເອົາ)

ສິງກະ​ໂປ​ໄດ້ຮຽກຮ້ອງ​ໃຫ້​ຈີນ​ລະບຸ​ການ​ກ່າວ​ອ້າງຂອງ​ຕົນເອົາເຂດ​ນໍ້າ​ແດນ​ດິນ​ໃນທະ​ເລ​ຈີນ​ໃຕ້​ ອອກ​ມາ​ຢ່າງ​ລະອຽດ​ຄັກ​ແນ່.

ໃນ​ຖະ​ແຫລ​ງການ​ທາງ​ການສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ກະຊວງການ​ຕ່າງປະ​ເທດ​ສິງກະ​ໂປ​ກ່າວ​ວ່າ ມັນ​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ເອງ ທີ່​ຈະ​ບອກ​ມາ​ຢ່າງ​ແຈ້ງ​ຂາວກ່ຽວ​ກັບ​ເຂດ​ແດນ​ທ່ີ​ຕົນ​ອ້າງ​ເອົາ​ກໍາມະສິດນັ້ນ ແລະວ່າ ການ​ກ່າວ​ອ້າງ​ທີ່​ບໍ່​ແຈ້ງ​ຂາວ​ໃນ​ປັດຈຸບັນ​ນີ້​ພາ​ໃຫ້ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ໃນ​ບັນດາ​ປະ​ເທດທີ່​ຕັ້ງ​ຢູ່​ອ້ອມ​ແອ້ມ​ທະ​ເລ​ຈີນ​ໃຕ້​ນັ້ນ.

ຖະ​ແຫລ​ງການ​ດັ່ງກ່າວ​ນີ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ສິງກະ​ໂປ​ຕ້ອນຮັບ​ກໍາ​ປັ່ນ Haixun 31 ຂອງ​ຈີນ
ທີ່ເຂົ້າ​ຢ້ຽມຢາມ​ທ່າ​ເຮືອ​ຂອງ​ສິງກະ​ໂປ. ກໍາ​ປັ່ນ Haixun 31 ເປັນນຶ່ງ​ໃນ​ບັນດາກໍາ​ປັ່ນ​ລາດ
ຕະ​ເວນ​ທາງ​ທະ​ເລ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ແລະ​ກໍ​ເປັນເທື່ອ​ທໍາ​ອິດ​ທີ່​ກໍາ​ປັ່ນ​ໃຫຍ່​ຂະໜາດ​ນີ້​ຂອງ​
ຈີນ​ໄດ້​ເຂົ້າ​ຈອດ​ທຽບ​ທ່າ​ເຮືອ​ຂອງ​ອີກ​ປະ​ເທດ​ນຶ່ງ.

ສິງກະ​ໂປ​ກ່າວ​ເນ້ນ​ວ່າ ຕົນ​ບໍ່​ໄດ້​ອ້າງ​ເອົາ​ດິນ​ແດນ​ໃດໆ​ໃນ​ທະ​ເລ​ຈີນ​ໃຕ້ແລະ​ຕົນ​ບໍ່​ໄດ້​ເອົາ​ທ່າ​
ທີ​ໃດໆ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ເອົາ​ດິນ​ແດນ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນຂອງ​ຈີນ​ແລະ​ຂອງ​ລັດ
ຖະບານ 5 ປະ​ເທດ​ອື່ນໆ. ​ແຕ່​ສິງກະ​ໂປ​ກ່າວ​ວ່າ ​ໃນ​ຖານະທີ່ເປັນ​ປະ​ເທດ​ຄ້າ​ຂາຍລາຍ​
ໃຫຍຕົນ​ມີ​ຜົນ​ປະ​ໂຫຍ​ດອັນ​ສໍາຄັນໃນ​ການ​ຮັກສາ​ໃຫ້​ມີການ​ເດີນ​ເຮືອຢ່າງ​ເສລີ​ຜ່ານ​ຂົງ​ເຂດ​
ນີ້.

XS
SM
MD
LG