ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ຈະບໍ່ໃຊ້ກໍາລັງ ໃນເຂດທະເລຈີນ ຕອນໃຕ້.


ແຜ່ນທີ່ ທະເລຈີນຕອນໃຕ້
ແຜ່ນທີ່ ທະເລຈີນຕອນໃຕ້

ຈີນ​ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ​ຕົນ​ຈະ​ບໍ່​ໃຊ້​ກໍາລັງ​ໃນການ​ຂັດ​ແຍ້​ງ​ກັບບັນດາປະເທດ​ເພື່ອນ
ບ້ານ​ກ່ຽວ​ກັບເລື່ອງ​ເຂດ​ນໍ້າ​ແດນ​ດິນ​ໃນ​ທະ​ເລ​ຈີນ​ຕອນ​ໃຕ້​ນັ້ນ ​ແຕ່​ກໍໄດ້ກ່າວຕຳໜິໂດຍທາງ
ອ້ອມຕໍ່ບັນດາສະມາຊິກສະພາສູງ ສະຫະລັດທີ່​ເວົ້າວ່າ ກອງທັບ​ສະຫະລັດ​ຄວນເປັນ​ຜູ້ໃຫ້
ຄວາມຄຸ້ມກັນໃນ ດ້ານຄວາມປອດໄພແກ່ເດີນເຮືອໃນເຂດນ່ານນໍ້າຍຸດທະສາດດັ່ງກ່າວນີ້.

ໃນ​ການ​ຖະ​ແຫລ​ງຂ່າວ​ທີ່ກຸງປັກ​ກິ​ງໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong
Lei ກ່າວ​ວ່າ ຈີນຈະ​ບໍ່​ໃຊ້​ກຳລັງຫຼື​ການຂົ່ມຂູ່ໃດ​ໆທີ່ຈະໃຊ້ກຳລັງໃນ​ກໍລະນີພິພາດກ່ຽວກັບ
ເຂດ​ນໍ້າ​ແດນ​ດິນ​ທີ່ກຳລັງຟົດເດືອດກັບ​ຫວຽດນາມ​ແລະ​ຟິລິບ​ປີນ.

ແຕ່ທ່ານ Hong ກ່າວ​ວ່າ ບາງປະເທດໄດ້ນຳອອກເຜີຍແຜ່ຄວາມເຫັນທີ່ ບໍ່ມີພື້ນຖານແລະ
ຂາດຄວາມຮັບຜິດຊອບ ໃນຄວາມພະຍາຍາມເພື່ອຂະ ຫຍາຍບັນຫາຂັດແຍ້ງໃຫ້ກວ້າງ
ອອກຕື່ມ. ທ່ານ Hong ເວົ້າຕື່ມວ່າ ບັນດາປະເທດທີ່ບໍ່ໄດ້ພົວພັນການຂັດແຍ້ງ ຄວນປ່ອຍ
ໃຫ້ພວກປະເທດທີ່ຂັດແຍ້ງກັນ ແກ້ໄຂບັນຫາຂອງພວກເຂົາເຈົ້າໂດຍກົງ.

ເປັນທີ່ປາກົດວ່າ ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Hong ແມ່ນເປັນ ການກ່າວຕອບ ຕໍ່ຮ່າງກົດໝາຍທີ່ໄດ້ນຳສະເໜີທີ່ກຸງ Washington ​ໃນ​ວັນ​ຈັນ​ວານ​ນີ້ໂດຍສະມາຊິກສະພາ
ສູງທີ່ສຳຄັນ 2 ທ່ານ ຕໍ່ຄະນະກຳມະການທີ່ກຳກັບດູແລນະໂຍບາຍການຕ່າງປະເທດຂອງ
ສະຫະລັດໃນເຂດເອເຊຍຕາເວັນອອກ.

ຮ່າງກົດໝາຍ​ທີ່ນຳສະເໜີໂດຍທ່ານ Jim Webb ສະມາຊິກສະພາສູງຂອງພັກເດໂມ
ແຄຣັທ ​ແລະ​ທ່ານ James Inhofe ສະມາຊິກສະພາສູງ ຂອງພັກຣີພັບບລີກັນໄດ້ກ່າວ
ຫາຈີນວ່າ ໃຊ້​ກໍາລັງໃນການຂັດແຍ້ງທາງທະເລ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ກອງທັບສະຫະລັດ
ປົກປັກຮັກສາແລະປ້ອງກັນອິດສະຫຼະພາບກ່ຽວກັບສິດທິໃນການເດີນເຮືອຢູ່ໃນເຂດທະເລ
ຈີນຕອນໃຕ້.

XS
SM
MD
LG