ນໍ້າຖ້ວມໃນຂົງເຂດປາກແມ່ນໍ້າຂອງ ຂອງຫວຽດນາມ ໄດ້ສູງ ຂຶ້ນສູ່ລະດັບສູງສຸດໃນກາງ
ເດືອນກັນຍາ ແຕ່ມາຮອດປັດຈຸບັນນີ້ ລະດັບ ນໍ້າກໍຍັງບໍ່ໄດ້ເຫືອດແຫ້ງໄປໝົດເທື່ອ.
ທ່ານນາງ Lotta Sylwander ຜູ້ຕາງໜ້າກອງທຶນເດັກຂອງອົງການສະຫະປະຊາຊາດ ປະຈໍາຫວຽດນາມ ກ່າວວ່າ ໄພນໍ້າຖ້ວມຢູ່ທີ່ນັ້ນແມ່ນຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ.
ທ່ານນາງຊີລວັນເດີເວົ້າວ່າ “ປົກກະຕິແລ້ວ ໃນແຂວງ An Giang ນັ້ນ ນໍ້າບໍ່ເຄີຍຖ້ວມໄປເຖິງເມືອງຫລວງ ແຕ່ມາເທື່ອນີ້ ນໍ້າໄດ້ໄຫລຖ້ວມໄປໝົດທຸກແຫ່ງ. ໂດຍພື້ນຖານແທ້ໆແລ້ວ ເຂດແຂວງທັງໝົດແມ່ນຖືກນໍ້າຖ້ວມ. ສະນັ້ນ ຈຶ່ງວ່າມັນຮ້າຍແຮງ ຮ້າຍແຮງຫລາຍທີ່ສຸດ. ນັ້ນໝາຍຄວາມວ່າຖະໜົນຫົນທາງທຸກໆເສັ້ນຖືກຖ້ວມໝົດ. ໂຮງຮຽນໝົດທຸກແຫ່ງຖືກປິດລົງ ແລະກໍຍາກລໍາບາກສໍາລັບຜູ້ຄົນຈະໄປຮອດໄປເຖິງໂຮງໝໍ ແລະສຸກສາລາ ເພາະວ່າເຂົາເຈົ້າຕ້ອງຕ້ອງອາໄສເຮືອເທົ່ານັ້ນ. ຖ້າບໍ່ມີເຮືອ ກໍແມ່ນໄປບໍ່ຮອດ.”
ເກືອບຮອດ 600,000 ຄົນໃນ 7 ເຂດແຂວງ ໄດ້ຮັບຜົນກະທົບຈາກນໍ້າ ຖ້ວມ ທີ່ມີລະດັບນໍ້າສູງເຖິງຫົກແມັດ ໃນບາງເຂດ.
ອົງການສະຫະປະຊາຊາດກ່າວ
ວ່າ ໃນຈໍານວນຜູ້ເສຍຊີວິດນັ້ນ
ມີເດັກນ້ອຍ 72 ຄົນ. ຈໍານວນ
ຫລາຍ ແມ່ນເດັກທາລົກ ຫລື
ພວກເດັກນ້ອຍທີ່ຍັງລອຍນໍ້າ ບໍ່ເປັນ.
ທ່ານນາງ Sylwander ກ່າວ
ວ່າ ບັນຫາໃຫຍ່ອັນນຶ່ງນັ້ນ ກໍ
ຄື ພວກຜູ້ຄົນຈະຕ້ອງໄດ້ປະ
ກອບທຸລະກິດປະຈໍາວັນຂອງເຂົາເຈົ້າຢູ່ຕໍ່ໄປ ເຖິງແມ່ນລະດັບນໍ້າ ຍັງສູງຢ່າງເປັນອັນຕະລາຍຢູ່ກໍຕາມ.
ທ່ານນາງຊີລແວນເດີເວົ້າວ່າ “ພວກເຂົາເຈົ້າແມ່ນລື້ງກັບການລຸຍຂ້າມຕາມທາງນໍ້າໄດ້
ດີ ແລະບາງເທື່ອ ພວກເຂົາເຈົ້າຫໍຈະລອຍນໍ້າໄປ ແລະລຶ້ງເອົາຖົງເປ້ໂຮງຮຽນ
ຢອງໃສ່ເທິງຫົວ ເວລາລຸຍນໍ້າຮ່ອງໄປ ຫລືຢ່າງໃດຢ່າງນຶ່ງ ແຕ່ບັນຫາກໍແມ່ນ ເວ
ລານີ້ ມີນໍ້ານອງຫລາຍແທ້ໆ ແລະກະແສນໍ້າກໍໄຫລແຮງຫລາຍ ແລະພວກເດັກ
ນ້ອຍກໍຈະຖືກນໍ້າພັດເອົາໄປ ຊຶ່ງຕາມປົກກະຕິແລ້ວ ມັນບໍ່ເປັນເຊ່ນນັ້ນ.”
ໄພຫາຍະນະຄັ້ງນີ້ ບໍ່ແມ່ນຈະຮູ້ສຶກຢູ່ໃນເຂດພາກໃຕ້ແຕ່ແຫ່ງດຽວເທົ່ານັ້ນ ຄື ບໍ່ເທົ່າໃດອາ
ທິດຫລັງຈາກນໍ້າໄດ້ໄຫລຖ້ວມແມ່ນໍ້າຂອງ ຝົນທີ່ຕົກລົງມາຢ່າງໜັກກໍໄດ້ພາໃຫ້ເກີດນໍ້າປ່າທີ່
ໄຫລຖ້ວມໄວໃນທັນທີທັນໃດ ໃນພາກກາງຂອງປະເທດ. ພວກເຈົ້າໜ້າທີ່ຫວຽດນາມກ່າວວ່າ
ມີ 20 ຄົນເສຍຊີວິດຢູ່ທີ່ນັ້ນແລ້ວ. ສ່ວນຫລາຍແມ່ນເສຍຊິວີດໃນອາທິດຜ່ານມານີ້.
ມີປະມານ 30,000 ຄົນໄດ້ພາກັນອົບພະຍົບຫລົບໜີຈາກບ້ານຢູ່ອາໃສ ຂອງພວກເຂົາເຈົ້າ.
ຢ່າງໃດກໍຕາມ ທ່ານ Bhupinder Tomar ຈາກສະຫະພັນສະພາກາແດງນາໆຊາດກ່າວວ່າ
ເຖິງແມ່ນຈະປະເຊີນກັບໄພພິບັດຮ້າຍແຮງທໍານອງດຽວກັນກໍຕາມ ແຕ່ພວກປະຊາຄົມຕ່າງໆ
ໃນເຂດພາກກາງຂອງປະເທດ ແມ່ນມີຄວາມສາມາດກັບຄືນສູ່ສະພາບເດີມໄດ້ດີກວ່າພວກທີ່
ຢູ່ພາກໃຕ້.
ທ່ານ ໂທມາຣ໌ ເວົ້າວ່າ “ໃນເຂດແມ່ນໍ້າຂອງນັ້ນ ພວກຄົນພາກັນດໍາລົງຊີວິດປະ
ຈໍາວັນຢູ່ກັບນໍ້າຖ້ວມ ເພາະມັນໃຫ້ຜົນປະໂຫຍດແກ່ພວກເຂົາເຈົ້າ. ສ່ວນໃນເຂດພາກກາງ ນໍ້າຖ້ວມແມ່ນເປັນນໍ້າປ່າທີ່ໄຫລຖ້ວມຢ່າງແຮງ ໄວແລະຫລວງຫລາຍໃນທັນທີທັນໃດ ແລະກໍສົ່ງຜົນກະທົບຕໍ່ຫລາຍໆຂົງເຂດ ທີ່ແຕກຕ່າງກັນ ຂຶ້ນຢູ່ກັບປະລິມານອັ່ງອໍຂອງນໍ້າ. ເພາະສະນັ້ນ ຄວາມສາມາດໃນການກັບຄືນສູ່ສະພາບເດີມ ກໍຈະຕໍ່າກວ່າຫລາຍ. ຜົນກະທົບໃນໄລຍະຍາວນັ້ນ ກໍແມ່ນວ່າ ມັນສ້າງຄວາມເສຍຫາຍໃຫ້ແກ່ພວກໂຄງລ່າງພື້ນຖານ ແລະເຮືອນຊານ ຢ່າງຫລວງຫລາຍ. ການຟື້ນຕົວຄືນແມ່ນ ຈະໄວກວ່າໃນເຂດພາກກາງ ເພາະພື້ນທີ່ທີ່ຖືກກະທົບນັ້ນ ບໍ່ກວ້າງໃຫຍ່ພໍປານໃດ.”
ທ່ານໂທມາຣ໌ ກ່າວຕໍ່ໄປວ່າ ຜົນກະທົບໃນໄລຍະຍາວໃນເຂດແຂວງພາກ ກາງ ກໍຄືການທໍາລາຍພວກໂຄງລ່າງພື້ນຖານແລະເຮືອນຊານ. ຢ່າງໃດກໍດີ ການຟື້ນຕົວຄືນໃນເຂດພາກກາງນັ້ນຈະໄວກວ່າ ເພາະພື້ນທີ່ທີ່ຖືກກະທົບນັ້ນບໍ່ກວ້າງໃຫຍ່ພໍປານໃດ. ສະເພາະໃນແຂວງກວາງນໍາແຂວງ ດຽວນັ້ນ ຜົນເສຍຫາຍກໍອາດຈະຕົກຢູ່ປະມານຫ້າລ້ານໂດລາ ອີງຕາມລາຍງານຂ່າວ.
ຄ່າເສຍຫາຍ ເບິ່ງຄືວ່າຈະຫລວງຫລາຍຄືກັນ ໃນເຂດແຂວງປາກແມ່ນໍ້າຂອງ. ເມື່ອສອງອາທິດຜ່ານມານີ້ ໜັງສືພິມຂອງລັດຫວຽດນາມເວົ້າວ່າ ນໍ້າຖ້ວມໃນເຂດປາກແມ່ນໍ້າຂອງ ໄດ້ສ້າງຜົນເສຍຫາຍ ຄິດເປັນມູນຄ່າ ຫລາຍກວ່າ 135 ລ້ານໂດລາ ນັບຕັ້ງແຕ່ເລິ່ມເກີດໄພນໍ້າຖ້ວມມາຕັ້ງແຕ່ທ້າຍເດືອນສິງຫາ.
ທ່ານ ໂທມາຣ໌ ກ່າວຕື່ມວ່າ ຄວາມແຕກຕ່າງສໍາລັບພວກຊາວນາໃນເຂດແມ່ນໍ້າຂອງ ກໍຄືພວກເຂົາເຈົ້າອາໃສນໍ້າທີ່ຖ້ວມນັ້ນ ຟື້ນຟູໜ້າດິນໃນທົ່ງນາຂອງພວກເຂົາເຈົ້າ ຊຶ່ງໝາຍຄວາມວ່າ ຜົນກະທົບຂອງນໍ້າຖ້ວມຄົງຈະໃຫ້ຜົນປະໂຫຍດແກ່ພວກເຂົາເຈົ້າໃນໄລຍະຍາວ.
ທ່ານ ໂທມາຣ໌ ເວົ້າວ່າ “ຂ້າພະເຈົ້າແນ່ໃນວ່າ ໃນເວລາອີກປີເຄິ່ງ ນໍ້າທີ່ໄຫລຖ້ວມເຫລົ່ານີ້ ຈິງໆແລ້ວ ຈະໃຫ້ໝາກຜົນໄດ້ດີຫລາຍເພາະວ່າມັນນໍາເອົາສິ່ງເສດເຫລືອຂີ້ຕະກອນ ແລະດິນໃໝ່ມາສູ່ພື້ນທີ່ປູກຝັງ ຊຶ່ງນັ້ນມັນກໍຈະເປັນປະໂຫຍດຢ່າງຫລວງຫລາຍ ແກ່ພວກຊາວນາ.”
ໃນຂະນະທີ່ລະດັບນໍ້າຖ້ວມກໍາລັງເລີ່ມລົດລົງໄປ ຈາກພື້ນທີ່ຕອນເທິງແມ່ນໍ້າຂອງນັ້ນ ທ່ານນາງ Sylwander ກ່າວວ່າ ທ່ານນາງຄິດວ່າສະຖານະ ການຈະດີຂຶ້ນ. ເຖິງແມ່ນລະດັບນໍ້າຖ້ວມຍັງສູງຂຶ້ນຢູ່ຕໍ່ມາ ໃນແຂວງຕ່າງໆ ຕາມເຂດລຸ່ມແມ່ນໍ້າຂອງກໍຕາມ ແຕ່ພວກເຂົາເຈົ້າກໍໄດ້ມີເວລາຫລາຍກ່ວາ ສໍາລັບກຽມຮັບມືກັບເຫດສຸກເສີນນັ້ນ.
ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ໄພພິບັດຈະສິ້ນສຸດລົງເທື່ອ. ຄືຈາກທີ່ການເກັບກ່ຽວເຂົ້າລະດູນຶ່ງໄດ້ຖືກທໍາລາຍໄປແລ້ວນັ້ນ ຫລາຍໆຄອບຄົວກໍເລີຍ ບໍ່ມີລາຍໄດ້ ແລະບັນດາອົງການຊ່ວຍເຫລືອຕ່າງໆກໍກໍາລັງດິ້ນຮົນເພື່ອຊ່ວຍພວກທີ່ຕົກອັບແທ້ໆ. ແຫລ່ງນໍ້າດື່ມນໍ້າໃຊ້ກໍເປື້ອນເປີະ ແລະມີການ ສ່ຽງຕໍ່ການເກີດພະຍາດທີ່ມາຈາກນໍ້າບໍ່ສະອາດ ເຊັ່ນໂຣກທ້ອງຊຸຫລືທ້ອງນີ້ຮາກ ທີ່ມັກຈະລະບາດຫລັງຈາກໄພນໍ້າຖ້ວມ.