ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອາຊຣັຟ ການີ ກ່າວວ່າ ທ່ານໄດ້ຫລົບໜີ ຈາກອັຟການິສຖານ ເພື່ອຫລີກເວັ້ນ ການນອງເລືອດ ໃນນະຄອນຫຼວງກາບູລ


ປະທານາທິບໍດີ ອັຟການິສຖານ ອາຊຣັຟ ການີ ກ່າວຖະແຫລງ ກ່ຽວກັບສະຖານະການຄວາມຄືບໜ້າຫຼ້າສຸດ ໃນປະເທດ ຈາກສະຫະລັດອາຣັບເອເມີເຣັສ ຊຶ່ງເປັນສະຖານທີ່ລີ້ໄພ, ພາບນີ້ທີ່ໄດ້ມາຈາກໜ້າຈໍຂອງວີດີໂອ ສື່ສັງຄົມເມື່ອວັນທີ 18 ສິງຫາ 2021.
ປະທານາທິບໍດີ ອັຟການິສຖານ ອາຊຣັຟ ການີ ກ່າວຖະແຫລງ ກ່ຽວກັບສະຖານະການຄວາມຄືບໜ້າຫຼ້າສຸດ ໃນປະເທດ ຈາກສະຫະລັດອາຣັບເອເມີເຣັສ ຊຶ່ງເປັນສະຖານທີ່ລີ້ໄພ, ພາບນີ້ທີ່ໄດ້ມາຈາກໜ້າຈໍຂອງວີດີໂອ ສື່ສັງຄົມເມື່ອວັນທີ 18 ສິງຫາ 2021.

ອະດີດປະທານາທິບໍດີອັຟການິສຖານ ອາຊຣັຟ ການີ ໄດ້ກ່າວໃນວັນພຸດວານນີ້ ວ່າ ທ່ານໄດ້ຫລົບໜີຈາກປະເທດຂອງທ່ານເມື່ອເດືອນແລ້ວນີ້ ໄປຍັງສະຫະລັດອາຣັບເອເມີເຣັສ ເພື່ອຫຼີກເວັ້ນການນອງເລືອດຢູ່ໃນທ້ອງຖະໜົນຂອງນະຄອນ ຫຼວງກາບູລ ໃນຂະນະທີ່ກຸ່ມພວກກະບົດຕາລີບານເຂົ້າຄວບຄຸມອຳນາດ. ທ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າ ທ່ານປົ້ນເອົາເງິນລັດຖະບານຂະນະທີ່ໜີອອກຈາກປະເທດໄປນັ້ນ.

“ຂ້າພະເຈົ້າໜີໄປຍ້ອນການຮຽກຮ້ອງຂອງໜ່ວຍອາລັກຂາ ຜູ້ທີ່ໄດ້ແນະນໍາໃຫ້ຂ້າພະເຈົ້າວ່າ ຄັນຢູ່ຕໍ່ໄປກໍຈະເຮັດໃຫ້ເກີດການຕໍ່ສູ້ທີ່ເປັນຕາຢ້ານຢູ່ຖະໜົນໃນແຕ່ລະສາຍແບບດຽວກັນທີ່ໄດ້ປະສົບໃນລະຫວ່າງສົງຄາມກາງເມືອງເມື່ອ ຊຸມປີ 1990” ນັ້ນແມ່ນຄໍາເວົ້າຂອງທ່ານການີ ທີ່ໄດ້ກ່າວໄປໃນຖະແຫລງການ. ທ່ານກ່າວຕໍ່ໄປວ່າ “ການອອກໄປຈາກນະຄອນຫຼວງເປັນການຕັດສິນໃຈທີ່ຍາກທີ່ສຸດໃນຊີວິດຂອງຂ້າພະເຈົ້າ ແຕ່ຂ້າພະເຈົ້າເຊື່ອວ່າ ມັນເປັນພຽງທາງດຽວເທົ່ານັ້ນ ເພື່ອໃຫ້ສຽງປືນທັງຫຼາຍງຽບສະຫງົບ ແລະຊ່ອຍຮັກສານະຄອນຫຼວງໄວ້ ແລະພົນລະເມືອງຂອງນະຄອນຫຼວງ 6 ລ້ານຄົນ.”

ທ່ານການີ ອາຍຸ 72 ປີ ໄດ້ກ່າວວ່າ ທ່ານໄດ້ເຮັດວຽກເປັນເວລາ 20 ປີ ເພື່ອສ້າງຕັ້ງລັດຖະບານປະຊາທິປະໄຕ ໃນອັຟການິສຖານ ແຕ່ກໍໄດ້ຍອມຮັບວ່າ ທ່ານໄດ້ລົ້ມແຫຼວທີ່ຈະຮັບປະກັນ “ສະຖຽນລະພາບ ແລະຄວາມຈະເລີນ” ຊຶ່ງຜົນທີ່ໄດ້ຮັບກໍຄືແບບດຽວກັນກັບລັດຖະບານອັຟການິສຖານອື່ນໆທັງຫຼາຍ ເປັນເວລາຫຼາຍທົດສະຫວັດ.

ສະຫະລັດອາຣັບເອເມີເຣັສ ໄດ້ກ່າວວ່າ ຕົນຍິນດີຕ້ອນຮັບເອົາທ່ານການີ “ໃນພື້ນຖານດ້ານມະນຸດສະທຳ.”

ທ່ານການີ ໄດ້ກ່າວວ່າ ທ່ານຈະໃຫ້ລາຍລະອຽດຂອງຄຳອະທິບານຕື່ມອີກສຳລັບການເດີນທາງອອກຢ່າງກະທັນຫັນໃນວັນທີ 15 ສິງຫາ “ໃນອະນາຄົດອັນໃກ້ໆນີ້” ແຕ່ທ່ານໄດ້ກ່າວວ່າ ທ່ານ “ບັດນີ້ຕ້ອງໄດ້ອອກມາແກ້ຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ ທີ່ວ່າໃນຂະນະທີ່ຂ້າພະເຈົ້າອອກໄປຈາກກາບູລ ຂ້າພະເຈົ້າເອົາເງິນຫຼາຍລ້ານໂດລາທີ່ເປັນຂອງປະຊາຊົນອັຟການິສຖານໄປນຳນັ້ນ.”

ອົງການຂ່າວ RIA ຂອງຣັດເຊຍ ໄດ້ລາຍງານວ່າ ທ່ານໄດ້ຫລົບໜີຈາກກາບູລດ້ວຍລົດສີ່ຄັນ ແລະເຮລິຄັອບເຕີລຳນຶ່ງ ທີ່ເຕັມໄປດ້ວຍເງິນສົດແລະໄດ້ປະເງິນບາງສ່ວນໄວ້ເນື່ອງຈາກວ່າເງິນທັງຫຼາຍເອົາເຂົ້າຕື່ມບໍ່ໄດ້. ອົງການຂ່າວອື່ນໆໄດ້ລາຍງານວ່າ ປາກົດວ່າທ່ານໄດ້ເອົາເງິນ 169 ລ້ານໂດລາ ອອກຈາກຄັງລັດຖະບານ ຊຶ່ງເປັນຂໍ້ກ່າວຫາທີ່ເອກອັກຄະລັດຖະທູດອັຟການິສຖານ ປະຈຳຕາຈິກກິສຖານ ກໍຍັງໄດ້ກ່າວອ້າງເຊັນກັນ.

ທ່ານການີ ໄດ້ກ່າວໃນຖະແຫລງການວ່າ “ຂໍ້ກ່າວຫາທັງຫຼາຍເຫຼົ່ານີ້ ແມ່ນບໍ່ເປັນຄວາມຈິງທັງສິ້ນເລີຍ.”

ທ່ານໄດ້ກ່າວວ່າ ທ່ານແລະພັນລະຍາຂອງທ່ານ “ໄດ້ລະມັດລະວັງໃນເລື້ອງການເງິນສ່ວນຕົວຂອງພວກເຮົາ” ແລະວ່່າ ທ່ານໄດ້ເປີດເຜີຍຊັບສິນທຸກຢ່າງຂອງທ່ານ. ທ່ານການີ ໄດ້ກ່າວອີກວ່າ ທ່ານຍິນດີໃຫ້ອົງການສະຫະປະຊາຊາດກວດເບິ່ງຄືນການເງິນຂອງທ່ານ ຫຼື ໃຫ້ອົງການກວດກາທີ່ເປັນອິດສະຫລະອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG