ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ຈາກລັດຄາໂຣໄລນາໃຕ້,​ ທ່ານ ທິມ ສກັອດ ຢຸດຕິ​ການ​ໂຄ​ສ​ະ​ນາ​ຫາ​ສຽງ ຊິງຕໍາແໜ່ງປະທານາທິບໍດີ ໃນປີ 2024 ຢ່າງກະທັນຫັນ


ແຟ້ມພາບ - ສະມາຊິກສະພາສູງສະຫະລັດ ທ່ານ ທິມ ສກັອດ ກ່າວ ຢູ່ງານລ້ຽງອາຫານຄໍ່າລິນຄອນ (Lincoln Dinner) ປະຈຳປີ 2023 ຂອງພັກ ຣີພັບບລີກັນ ລັດໄອໂອວາ ຢູ່ທີ່ສູນຈັດງານໄອໂອວາ ໃນເມືອງ Des Moines ລັດໄອໂອວາ ໃນວັນທີ 28 ກໍລະກົດ 2023.
ແຟ້ມພາບ - ສະມາຊິກສະພາສູງສະຫະລັດ ທ່ານ ທິມ ສກັອດ ກ່າວ ຢູ່ງານລ້ຽງອາຫານຄໍ່າລິນຄອນ (Lincoln Dinner) ປະຈຳປີ 2023 ຂອງພັກ ຣີພັບບລີກັນ ລັດໄອໂອວາ ຢູ່ທີ່ສູນຈັດງານໄອໂອວາ ໃນເມືອງ Des Moines ລັດໄອໂອວາ ໃນວັນທີ 28 ກໍລະກົດ 2023.

ສະໝັກຊິງຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ ທິມ ສກັອດ (Tim Scott) ກ່າວວ່າ ທ່ານຈະຢຸດການສະໝັກຊິງຕໍາແໜ່ງປະທານາທິບໍດີ ໃນປີ 2024 ຂອງທ່ານ ເຊິ່ງເປັນການເຄື່ອນໄຫວທີ່ສ້າງຄວາມແປກໃຈໃຫ້ກັບຜູ້ໃຫ້ທຶນຂອງທ່ານ ແລະສ້າງຄວາມປະຫລາດໃຈໃຫ້ແກ່ພະນັກງານໂຄສະນາຫາສຽງຂອງທ່ານ, ອີງຕາມອົງການຂ່າວເອພີ. ສະມາຊິກສະພາສູງລັດຄາໂຣໄລນາໃຕ້ ໄດ້ປະກາດໃນລາຍການ “Sunday Night in America” ຂອງໂທລະພາບ Fox News ກັບ ເທຣ ກາວດີ (Trey Gowdy). ທ່ານສະກັອດ ກ່າວວ່າ "ຂ້າພະເຈົ້າຄິດວ່າ ຜູ້ລົງຄະແນນສຽງທີ່ເປັນຄົນທີ່ພິເສດທີ່ສຸດໃນໂລກ ຈະ ແຈ້ງວ່າພວກເຂົາກຳລັງບອກຂ້າພະເຈົ້າວ່າ, "ບໍ່ແມ່ນດຽວນີ້, ທິມ." ການຕັດສິນໃຈມີຂຶ້ນ ເມື່ອທ່ານສກອັດ ຍັງຄົງຕໍ່ສູ້ດິ້ນຮົນ ໃນການຢັ່ງຫາງສຽງ ທີ່ອະດີດປະ ທານາທິບໍດີ ໂດໂນລ ທຣຳ ຄອບງຳຢູ່. ທ່ານສກອັດ ຊຶ່ງເປັນສະມາຊິກສະພາສູງຄົນດຽວ ຂອງພັກຣີພັບບລີກັນທີ່ເປັນຄົນຜິວດຳ, ໄດ້ເຂົ້າຮ່ວມການແຂ່ງຂັນດ້ວຍເງິນສົດ ຫຼາຍກວ່າຜູ້ສະໝັກຈາກພັກຣີພັບບລີກັນຄົນອື່ນໆ ແຕ່ບໍ່ສາມາດຊອກຫາວິທີ ເພື່ອໃຫ້ໄດ້ຮັບຄະແນນສຽງນຳໜ້າໝູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG