ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ຍິງປືນໃຫຍ່ ໃສ່ນ່ານນຳ້ ​ຂອງ​ກັນ ແລະ​ກັນ


ຜູ້ຊາຍເກົາຫລີໃຕ້ ຄົນນຶ່ງກຳລັງເບິ່ງ ລາຍງານໂທລະພາບ ຊຶ່ງ ເກົາຫລີເໜືອ ມີແຜນທີ່ຈະເຝິກຊ້ອມການຍິງປືນໃຫຍ່
ຜູ້ຊາຍເກົາຫລີໃຕ້ ຄົນນຶ່ງກຳລັງເບິ່ງ ລາຍງານໂທລະພາບ ຊຶ່ງ ເກົາຫລີເໜືອ ມີແຜນທີ່ຈະເຝິກຊ້ອມການຍິງປືນໃຫຍ່
ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ປືນ​ໃຫຍ່​ເຂົ້າໄປ​ໃສ່ ​ເຂດນ່ານ​ນໍ້າ
ຂອງ​ເກົາຫລີ​ໃຕ້ ຊຶ່ງ​ປະກົດ​ວ່າ ​ເປັນການຕອບ​ໂຕ້ຕໍ່​ການ
​ຊ້ອມລົບຮ່ວມທີ່​ກຳລັງ​ດຳ​ເນີນ​ຢູ່​ຕໍ່​ມາລະຫວ່າງສະຫະລັດ
​ແລະ​ເກົາຫລີໃຕ້ນັ້ນ.

​ເກົາຫລີ​ໃຕ້ ​ໄດ້​ຕອບ​ໂຕ້​ໃນ​ທັນ​ໃດ ​ໃນ​ວັນ​ຈັນ​ມື້​ນີ້ ​ໂດ​ຍ​ຍິງ​
ເຂົ້າ​ໄປ​ໃສ່​ນ່ານ​ນໍ້າ ຂອງເກົາຫລີ​ເໜືອ​ເຊັ່ນ​ກັນ. ບັນດາ​ເຈົ້າ​
ໜ້າ​ທີ່ກ່າວ​ວ່າ ລູກປືນ​ບໍ່​ໄດ້​ຕົກ​ໃສ່​ບໍລິ​ເວນ​ພື້ນ​ດິນ ​ຢູ່​ທັງ​ສອງ
ຟາກຂອງຊາຍ​ແດນ​ທະ​ເລ​ ທາງກ້ຳຕາ​ເວັນ​ຕົກນັ້ນ ​ແລະ​ບໍ່​ມີ
​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ. ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີໃຕ້ ກ່າວ​ວ່າ
ຊາວບ້ານ​ທີ່ຢູ່​ ​ເທິງ​ເກາະຕາມ​ຊາຍ​ແດນ​ນັ້ນ ​ໄ​ດ້ຖືກຍົກຍ້າຍ​
ໜີ​ໄປ​ຢູ່​ບ່ອນ​ລີ້​ໄພ ​ເພື່ອ​ເປັນ​ການ​ປ້ອງ​ກັນ.

ນາຍ​ພົນສະຫະລັດ Paul Kennedy ​ກ່າວ​ວ່າ ການ​ຊ້ອນ​ລົບ​ຮ່ວມ ທີ່​ດຳ​ເນີນ​ໄປ​ຢູ່​ທາງ​ທິດ​ເໜືອ​ຂອງ​ນະຄອນຫລວງ​ໂຊ​ລ ຫ່າງ​ອອກ​ໄປ 360 ຫລັກ​ນັ້ນ ບໍ່​ໄດ້​ມີ​ຈຸດປະສົງ​ທາງ​ການ​ເມືອງ​ໃດໆ.

​ໃນ​ບໍ່​ເທົ່າ​ໃດ​ອາທິດ ທີ່​ຜ່ານ​ມາ​ນີ້ ​ເກົາຫລີ​ໃຕ້ ​ໄດ້​ເພີ້​ມທະວີການໃຊ້​ສຳນວນ​ທີ່​ເປັນຂົ່ມຂູ່​ເລື້ອຍ​ຂຶ້ນ ທັງໄດ້​ຍິງລູກຈະ​ຫລວດ​ແລະ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ເຂົ້າມາສູ່​ນ່ານ​ນໍ້າ ນອກ​ຝັ່ງ​ຝັ່ງ​ຕາ​ເວັນ​ອອກ ຂອງ​ແຫລມ​ເກົາຫລີ.

ກຸງ​ພຽງຢາງ ​ໄດ້​ຂົ່ມຂູ່​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ຈະ​ກະທຳ​ໃນ​ອັນ​ທີ່​ຮ້ອງ​ວ່າ “ການ​ຍິງທົດ ລອງ​ນິວ​ເຄລຍ​ໃນ​ຮູບ​ແບບ​ໃໝ່” ຫລັງ​ຈາກສະພາ​ຄວາມ​ໜັ້ນຄົງ ສະຫະ ປະຊາ​ຊາດ ​ໄດ້​ປະນາມ ​ເກົາຫລີ​ເໜືອ ​ທີ່​ໄດ້​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຫວ່າງ​ໝໍ່ໆ​ມາ​ນີ້.

ນັກ​ຂ່າວ​ຂອງອົງການ​ຂ່າວ KRT ​ປະກາດ​ວ່າ:

“​ເກົາຫລີ​ເໜືຈະ​ບໍ່​ຕັດ​ອອກ ຊ່ອງ​ທີ່​ວ່າ​ອາດ​ຈະ​ມີການ​ທົດ​ລອງ​ນິວ​ເຄລຍ ​ໃນ​ຮູບ​ແບບ
ໃໝ່ ​ເພື່ອ​ເສີມ​ສ້າງພະລັງ​ຕ້ານ​ຢັ​ນ​ນິວ​ເຄລຍຂອງ​ຕົນນັ້ນ. ສະຫະລັດຄວນ​ຈະ​ຄິດ​ພິຈາ
ລະນາ​ໃຫ້​ດີ ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ຢຸດ​ເຊົາ​ການປະພຶດທີ່​ບໍ່​ຮອບ​ຄອບ​ນັ້ນ​ເສຍ​ ບໍ່​ດັ່ງ​ນັ້ນ​ແລ້ວ ກໍອາດ​ຈະ​ເກີດ​ເຫດການພາ​ຍະ​ນະ ທີ່​ບໍ່ມີໃຜ​ຕ້ອງການ​ຢາກໃຫ້​ເກີດ​ຂື້ນນັ້ນ.
XS
SM
MD
LG