ສົບຂອງທ່ານ Nelson Mandela ອະດີດປະທານາທິບໍດີອາຟຣິກາໃຕ້ ໄດ້ຖືກນໍາໄປຝັງຮຽບຮ້ອຍແລ້ວຫຼັງຈາກການໄວ້ອາໄລເປັນເວລາສິບວັນ ໃຫ້ແກ່ຜູ້ນໍາໃນການຕໍ່ຕ້ານ ການແບ່ງແຍກຜິວພັນ ທີ່ທົ່ວໂລກເຄົາລົບນັບຖືທ່ານນີ້.
ພາຍໃຕ້ອາກາດອັນແຈ່ມໃສ ທ້ອງຟ້າສີນໍ້າເງິນ ທະຫານກອງກຽດຕິຍົດຂະບວນນຶ່ງ ໄດ້ຫາມສົບຂອງທ່ານ Mandela ໄປຍັງສຸສານ ທີ່ໝູ່ບ້ານ ຊົນນະບົດ Qunu ບ້ານເກີດຂອງທ່ານ ໃນວັນອາທິດມື້ນີ້.
ຫຼັງຈາກການທໍາພິທີໄວ້ອາໄລສັ້ນໆ ທະຫານໄດ້ຍິງປືນຄໍານັບ 21 ນັດ. ເຮືອບິນກອງ ທັບບິນເວີ່ນຢູ່ເໜືອບໍລິເວນສຸສານດັ່ງກ່າວ ແລະສົບຂອງທ່ານກໍຖືກຢ່ອນລົງຫຼຸມຝັງສົບ.
ກ່ອນໜ້ານັ້ນ ປະຊາຊົນຫຼາຍກວ່າ 4,000 ຄົນ ໄດ້ເຂົ້າຮ່ວມໃນພິທີສົ່ງ ສະການຢ່າງ ເປັນທາງການ ດ້ວຍຄວາມເສົ້າສະເທືອນໃຈ ໃຫ້ແກ່ທ່ານ Mandela ທີ່ໝູ່ບ້ານ Qunu ບ່ອນທີ່ພວກເພື່ອນເກົ່າ ບັນດາຜູ້ນໍາອາຟຣິ ກາ ແລະຫຼານໆຂອງທ່ານ Mandela ໄດ້ ພາກັນສະແດງຄວາມເຄົາລົບເປັນຄັ້ງສຸດທ້າຍ ຕໍ່ບຸລຸດທີ່ຄົນສ່ວນຫຼາຍພາກັນເອີ້ນວ່າ Madiba ຊຶ່ງເປັນ ຊື່ປະຈໍາຊົນເຜົ່າຂອງທ່ານ.
ທ່ານ Jacob Zuma ປະທານາທິບໍດີອາຟຣິກາໃຕ້ ໄດ້ເອີ້ນຜູ້ທີ່ທ່ານສືບຕໍາແໜ່ງແທນນັ້ນວ່າ “ແຫຼ່ງກໍາເນີດຂອງຄວາມສະຫຼາດ ເສົາຫຼັກແຫ່ງຄວາມເຂັ້ມແຂງ ແລະຜູ້ໃຫ້ຄວາມຫວັງ ສໍາລັບທຸກໆຄົນທີ່ຕໍ່ສູ້ເພື່ອຄວາມເປັນທໍາ ແລະເພື່ອຄວາມເປັນລະບຽບ
ຂອງໂລກ.
ພວກໄວ້ອາໄລ ຢູ່ທີ່ພີທີສົ່ງສະການເມື່ອວັນອາທິດມື້ນີ້ ມີໂຮມທັງທ່ານນາງ Oprah Winfrey ມະຫາເສດຖີ Richard Branson ແລະບັນດານັກ ເຄື່ອນໄຫວຊາວອາຟຣິ
ກາຫຼາຍຄົນ ພວກທີ່ໄດ້ຊ່ວຍທ່ານ ແມນເດລລາ ຕໍ່ສູ້ເພື່ອຍຸຕິລະບອບການຈໍາແນກຜິວ
ພັນ. ທ່ານ ແມນເດລລາ ໄດ້ໃຊ້ ເວລາຢູ່ໃນຄຸກ 27 ປີ ຍ້ອນການຄັດຄ້ານຂອງທ່ານ
ແລະໄດ້ໂຜ່ໂຕຂຶ້ນມາ ເປັນປະທານາທິບໍດີຜິວດໍາຄົນທໍາອິດຂອງອາຟຣິກາໃຕ້ ໃນປີ 1994.