ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ວິ​ທະ​ຍາ​ສາດ​ອາ​ຟ​ຣິ​ກາ​ໃຕ້ ພົບ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ແລະ​ອົງ​ການ​ອະ​ນາ​ໄມ​ໂລກ ຈະ​ຊັ່ງ​ຊາ ແລະ​ໃສ່​ຊື່


ແມ່ຄົນ​ນຶ່ງ​ພວມ​ສັກ​ຢາ​ວັກ​ຊີນ​ຟາຍ​ເຊີ ກັນ​ໂຄວິດ-19 ທີ່​ເມືອງ Diepsloot ໃກ້​ນະ​ຄອນ​ໂຈ​ແຮນ​ແນັ​ສ​ເບີກ ເມື່ອ​ວັນ​ທີ 21 ຕຸ​ລາ 2021.
ແມ່ຄົນ​ນຶ່ງ​ພວມ​ສັກ​ຢາ​ວັກ​ຊີນ​ຟາຍ​ເຊີ ກັນ​ໂຄວິດ-19 ທີ່​ເມືອງ Diepsloot ໃກ້​ນະ​ຄອນ​ໂຈ​ແຮນ​ແນັ​ສ​ເບີກ ເມື່ອ​ວັນ​ທີ 21 ຕຸ​ລາ 2021.

ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ​ໄດ້​ຖືກ​ພົບ​ເຫັນ​ຢູ່​ທີ່​ອາ​ຟ​ຣິ​ກາ​ໃຕ້ ທີ່​ພວກ​ນັກ​ວິ​ທະ​ຍາ​ສາດ​ມີ​ຄວາມ​ເປັນ​ຫ່ວງ​ຍ້ອນ​ວ່າມັນມີ​ຄວາມ​ສາ​ມາດສູງ​ໃນ​ການ​ກາຍ​ພັນ​ແລະແຜ່​ລະ​ບາດ​ໄດ້​ຢ່າງວ່ອງ​ໄວ​ໃນ​ໝູ່​ພວກ​ຊາ​ວ​ໜຸ່ມ​ທີ່​ແຂວງ​ໂກ​ເຕິງ ຊຶ່ງ​ເປັນ​ແຂວງທີ່​ມີ​ປະ​ຊາ​ຊົນ​ຫຼາຍ​ທີ່​ສຸດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ​ໂຈພະ​ອາ​ລາ (Joe Phaahla) ໃນ​ວັນ​ພະ​ຫັດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ໄວ​ຣັ​ສ​ໂຄ​ໂຣ​ນາ​ໄດ້​ມີ​ການປ່ຽນ​ແປງ​ໃນ​ຂະ​ນະ​ທີ່​ມັນ​ແຜ່​ລະ​ບາດ​ ​ກາຍ​ພັນເປັນສາຍ​ພັນໃໝ່​ຫຼາຍໆ​ສາຍ​ພັນ ຮວມ​ທັງ​ສາຍ​ພັນ​ທີ່​ໜ້າ​ເປັນ​ຫ່ວງ ຊຶ່ງ​ມັກ​ຈະ​ສູນ​ພັນໄປ​ເລີຍ​ກໍ​ມີ. ພວກ​ນັກ​ວິ​ທະ​ຍາ​ສາດ​ທີ່​ຕິດ​ຕາມ​ເບິ່ງ​ການ​ປ່ຽນ​ແປງ​ທີ່​ອາດ​ເປັນ​ໄປ​ໄດ້​ທີ່ເຮັດ​ໃຫ້​ເຊື້ອ​ໄວ​ຣັ​ສນີ້ສາ​ມາດ​ຕິດ​ຕໍ່​ໄດ້​ຫຼາຍ​ຂຶ້ນຫຼື​ມີ​ຄວາມ​ຮ້າຍ​ແຮງ​າ​ຂຶ້ນ ແຕ່ການ​ຕິດ​ຕາມ​ເບິ່ງວ່າ ​ສາຍ​ພັນ​ໃໝ່​ເຫຼົ່າ​ນີ້​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ນັ້ນ ສາ​ມາດ​ໃຊ້​ເວ​ລາ.

ທ່ານ​ພະ​ອາ​ລາກ່າ​ວວ່າ ອາ​ຟ​ຣິ​ກາ​ໃຕ້​ໄດ້​ພົບ​ເຫັນ​ມີ​ການ​ແຜ່ລະ​ບາດ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ໃນລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ທາງ​ອອນ​ລາຍ​ນ໌.

ທ່ານ​ກ່າວ​ວ່າ “ໃນ​ໄລ​ຍະ 4-5 ມື້ ​ຜ່ານ​ມານີ້ ໄດ້​ມີ​ການ​ລະ​ບາດ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ” ແລະ​ກ່າວ​ຕື່ມ​ວ່າ ສາຍ​ພັນ​ໃໝ່​ນີ້​ປາ​ກົດ​ວ່າ ແມ່ນ​ເປັນ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ກໍ​ລະ​ນີ​ໃໝ່​ເພີ້ມ​ຂຶ້ນ. ພວກ​ນັກ​ວິ​ທະ​ຍາ​ສາດ​ ໃນ​ອາ​ຟ​ຣິ​ກາ​ໃຕ້​ກຳ​ລັງ​ເຮັດ​ວຽກ ເພື່ອ​ລົງຄວາມ​ເຫັນ​ວ່າ ມີ​ຈັກ​ເປີ​ເຊັນ​ທີ່​ກໍ​ລະ​ນີ​ໃໝ່ ມາ​ຈາກ​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່.

ໃນ​ປັດ​ຈຸ​ບັນ​ນີ້​ຖືກ​ລະ​ບຸ​ວ່າ ເປັນ​ສາຍ​ພັນ B.1.1.529 ສາຍ​ພັນ​ໃໝ່​ນີ້​ຍັງ​ໄດ້​ພົບເຫັນ​ຢູ່ບອ​ສວາ​ນາ ແລະ​ຮົງ​ກົງ ໃນ​ພວກ​ທີ່​ເດີນ​ທາງ​ໄປ​ຈາກ​ອາ​ຟ​ຣິ​ກາ​ໃຕ້ ອີງຕາມ​ຄຳ​ເວົ້າ​ຂອງ​ທ່ານພະ​ອາ​ລາ.

ກຸ່ມ​ເຮັດ​ວຽກ​ທາງ​ດ້ານ​ເຕັກ​ນິກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັນ​ໃນ​ວັນ​ສຸກມື້ນີ້ ເພື່ອ​ຊັ່ງ​ຊາເບິ່ງ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ແລະ​ອາດ​ຈະ​ຕັດສິນ​ໃຈ​ເພື່ອ​ລະ​ບຸ​ຊື່​ໃຫ້​ສາຍ​ພັນ​ດັ່ງ​ກ່າວ​ເປັນ​ຕົວ​ອັກ​ສອນກ​ຣີ​ສ.

ລັດ​ຖະ​ບານ​ອັງ​ກິດ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້​ຫ້າມ​ຖ້ຽວ​ບິນ​ ຈາກ​ອາ​ຟ​ຣິ​ກາ​ໃຕ້​ແລະ​ປະ​ເທ​ດ​ອື່ນໆ​ອີກ 5 ປະ​ເທດ​ຈາກ​ອາ​ຟ​ຣິ​ກາເລີ້ມ​ແຕ່​ຕອນ​ທ່ຽງ ຕາມ​ເວ​ລາ​ມາດ​ຕະ​ຖານ​ສາ​ກົນ​ໃນ​ວັນ​ສຸກມື້ກນີ້ແລະ​ຜູ້​ໃດ​ກໍ​ຕາມ​ທີ່​ຫາ​ກໍ​ໄປຮອດ​ໃໝ່​ຈາກ​ປະ​ເທດ​ເຫຼົ່າ​ນັ້ນ​ ຈະ​ຖືກ​ຂໍ​ຮ້ອງ​ໃຫ້​ໄປ​ກວດ​ເບິ່ງວ່າ​ຕິດ​ເຊື້ອ​ໄວ​ຣັ​ສ​ຫຼື​ບໍ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG