ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະມາຊິກ ຝ່າຍຄ້ານ ຂັດຂວາງ ການກ່າວຄຳປາໄສ ຂອງ ປ. ອາຟຣິກາໃຕ້ ຢູ່ສະພາ


ທ່ານ Julius Malema (ກາງ) ແລະ ສະມາຊິກຄົນອື່ນໆ ຂອງ ພັກບັນດານັກ​ຕໍ່ສູ້ ເພື່ອສິດເສລີພາບດ້ານ​ເສດຖະກິດ ກຳລັງຍ່າງອອກຈາກຫ້ອງສະພາ.
ທ່ານ Julius Malema (ກາງ) ແລະ ສະມາຊິກຄົນອື່ນໆ ຂອງ ພັກບັນດານັກ​ຕໍ່ສູ້ ເພື່ອສິດເສລີພາບດ້ານ​ເສດຖະກິດ ກຳລັງຍ່າງອອກຈາກຫ້ອງສະພາ.

ສະພາແຫ່ງຊາດອາຟຣິກາ​ໃຕ້ ໄດ້​ຕົກໄປ​ຢູ່​ໃນ​ຄວາມ​ວຸ້ນວາຍ
​ໃນ​ວັນ​ພະຫັດ​ວານ​ນີ້ ​ເວລາ​ບັນດາ​ຜູ້​ແທນຝ່າຍຄ້ານຂັດ​ຂວາງ
ບໍ່​ໃຫ້​ປະທານາທິບໍດີ Jacob Zuma ກ່າວຄຳປາໄສປະຈຳ​ປີ
ຂອງ​ທ່ານ ​ເພື່ອລາຍງານສະພາບຂອງປະ​ເທດ​ຊາດ.

ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ​ໄດ້​ເຂົ້າ​ໄປ​ໃນ​ສະພາ ​
ແລະໃຊ້ກຳລັງ​ຍົກ ຍ້າຍ​ບັນດາ​ສະມາຊິກພັກ​ຝ່າຍ​ຄ້ານ ຄື
ພັກບັນດານັກ​ຕໍ່ສູ້ເພື່ອສິດເສລີພາບດ້ານ​ເສດຖະກິດ ຫຼື
EFF ຮວມທັງຜູ້ນຳຂອງພັກ ທ່ານ Julius Melama ຜູ້​ທີ່​
ໄດ້​ໂຈະ​ການ​ຖະ​ແຫລ​ງຂອງປະທານາທິບໍດີ ​ໂດຍ​ຖາມ​ວ່າ
​ເວລາ​ໃດ ທ່ານ Zuma ຈະ​ຈ່າຍ​ເງິນຫລາຍ​ກວ່າ 20 ລ້ານ
​ໂດ​ລາ ຄືນໃຫ້ລັດຖະບານ ທີ່​ໄດ້​ໃຊ້​ສ້ອມ​ແປງ​ເຮືອນສ່ວນໂຕ​ຂອງ​ທ່ານນັ້ນ.

ຫລັງ​ຈາກ​ໄດ້​ຍົກຍ້າຍບັນດາ​ຜູ້​ແທນຂອງພັກທ່ານ Melema ແລ້ວ ສະມາຊິກ ສະພາຈາກ
​ພັກ​ຝ່າຍ​ຄ້ານໃຫຍ່ສຸດ ຄືພັກພັນທະ​ມິດປະຊາທິປະໄຕ ​ໄດ້​ປະ​ທ້ວງ​ ຕໍ່ການໃຊ້ກຳລັງຍົກ
ຍ້າຍສະມາຊິກພັກທ່ານ Melema ​ແລະ​ໄດ້​ພາກັນຍ່າງ​ອອກ​ຈາກ​ຫ້ອງ​ສະພາ. ຫລັງ​ຈາກ​
ນັ້ນ ທ່ານ Zuma ​ຈຶ່ງໄດ້​ກ່າວຄຳປາໄສ​ຂອງ​ທ່ານ ​ຕໍ່ບັນດາ​ຜູ້​ຮ້ອງ​ໂຮ​ສະໜັບສະໜູນ ຈາກ
​ບັນດາ​ຜູ້​ແທນ​ພັກ ANC ຂອງ​ທ່ານ ​ໃນ​ຂະນະ​ທີ່​ທ່ານ ​ໄດ້​ກ່າວເນັ້ນເຖິງຄວາມສຳເລັດ
ຂອງອາ​ຟຣິກາໃຕ້ ທີ່​ໄດ້ຮັບມາ​ນັບ​ຕັ້ງ​ແຕ່ການສີ້​ນສຸດໃນ​ການ​ປົກຄອງຂອງຊາວຜິວຂາວ
ຊຶ່ງຊົນກຸ່ມ​ນ້ອຍ ມາ​ໄດ້​ສອງ​ທົດ​ສະ​ວັດ​ກ່ອນນັ້ນ.

ຢູ່​ໃນ​ໃຈໝາກ​ຫົວ​ໃຈ​ຂອງການ​ຂອງ​ການ​ລຸກ​ຮື​ຂື້ນນັ້ນ ທ່ານ Zuma ​ໄດ້​ປະຕິ​ເສດ​ຮັບເອົາ
ລາຍ​ງານ​ທີ່​ເປັນເອກ​ກະລາດ ນຳ​ອອກ​ມາ​ອາທິດ​ແລ້ວ​ນີ້ ກ່າວ​ວ່າ ​ປະ​ທາ​ນາ​ທິບໍດີ ​ໄດ້ “ຮັບ
​ຜົນ​ກຳ​ໄລ​ທີ​ຜິດ​ຕໍ່​ໜ້າ​ທີ່” ຈາກ​ການ​ສ້ອມ​ແປງ​ຈຳນວນ​ນຶ່ງຮວມທັງ a cattle enclosure
​ແລະ ຫ້ອງ​ສາຍຮູບ​ເງົາ ​ແລະ​ຕ້ອງ​ຈ່າຍ​ເງິນຈຳນວນ​ນຶ່ງນັ້ນ​ຄືນ ​ໃນ​ອັນ​ທີ່​ບໍ່​ມີ​ຄວາມ​ຈຳ​ເປັນ​
ສ້ອມ​ແປງ.

ທ່ານ Zuma ​ໄດ້​ປະ​ຕິ​ເສດວ່າທ່ານບໍ່ໄດ້ກະທຳ​ຜິດ​ໃດໆ ​ໃນການ​ໃຊ້​ຈ່າ​ຍ​ເພື່ອ ສ້ອມແປງ
​ເຮືອນ​ຂອງ​ທ່ານ ​ໂດຍ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພລັດຖະບານ ​ເປັນ​ຜູ້
​ຄວບ​ຄຸມ​ໂຄ​ງການນີ້.

SOUTH AFRICA - ZUMA CNPK Kells 12
please wait

No media source currently available

0:00 0:01:29 0:00

XS
SM
MD
LG