ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຂຸດບໍ່ແຮ່ ອາຟຣິກາໃຕ້ ຖືກກ່າວຫາວ່າ ເປັນຄາດຕະກອນ


ພວກຂຸດບໍ່ແຮ່ ທີ່ ອາຟຣິກກາໃຕ້ ຖືກກ່າວຫາວ່າ ສັງຫານເພື່ອນ ຮ່ວມງານ
ພວກຂຸດບໍ່ແຮ່ ທີ່ ອາຟຣິກກາໃຕ້ ຖືກກ່າວຫາວ່າ ສັງຫານເພື່ອນ ຮ່ວມງານ
ຄະນະໄອ​ຍະ​ການຂອງອາ​ຟຣິກາ​ໃຕ້ ​ກ່າວ​ຫາພວກ​ຂຸດ​ບໍ່ແຮ່ 270
ຄົນ​ວ່າ​ເປັນຜູ້ສັງຫານ​ເພື່ອນ​ຮ່ວມ​ງານ​ຂອງ​ເຂົາ​ເຈົ້າ 34 ຄົນ ທີ່​
ຖືກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຍິງ​ຕາຍ ​ໃນ​ຂະນະ​ທີ່​ທໍາ​ການ​ປະ​ທ້ວງ
ນັດ​ຢຸດ​ງານ ຊຶ່ງ​ເປັນການ​ຕັດສິນ​ໃຈ ທີ່​ຊາວອາ​ຟຣິກາ​ໃຕ້ຮ້ອງ​
ວ່າ “ບ້າ​ເລືອດ.”

ບັນດາ​ເຈົ້າໜ້າ​ທີ່ໄດ້ໃຊ້ກົດ​ລະບຽບ​ທີ່​ບໍ່​ແຈ່​ມ​ແຈ້ງ ຊຶ່ງ​ຮ້ອງ​ກັນ​ວ່າ
ກົດໝາຍ​ສາ​ມັນ ຊຶ່ງ​ພາຍ​ໃຕ້​ກົດໝາຍ​ດັ່ງກ່າວ​ນີ້ ຜູ້​ຄົນ​ທີ່ຢູ່​ໃນ​ຝູງ
​ຊົນ ​ບ່ອນ​ທີ່ກໍ່​ຄວາມ​ຜິດ​ນັ້ນ ​ເຈົ້າ​ໜ້າ​ທີ່​ສາມາດ​ດຳ​ເນີນ​ຄະດີ​ໄດ້​
ໃນ​ຖານ​ເປັນ​ຜູ້​ສົມຮູ້​ຮ່ວມຄິດ. ກົດໝາຍ​ດັ່ງ ກ່າວ​ບໍ່​ໄດ້​ຖື​ກນໍາ​ມາ
ນໍາໃຊ້ຢູ່​ໃນອາ​ຟຣິກາ​ໃຕ້ ນັບ​ຕັ້ງ​ແຕ່ລະບົບການ​ແບ່ງ​ແຍກ​ເຊື້ອ
ຊາດຜີວພັນ ​ໄດ້​ສີ້​ນສຸດ​ລົງເມື່ອເກືອບ 20 ປີ​ກ່ອນ. ພາຍ​ໃຕ້​ກົດ
ໝາຍ​ສະບັບ​ນີ້ ພວກ​ຂຸດ​ບໍ່ແຮ່ ຈະ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ກ່ຽວ​ກັບ​ການ​ເສຍ​ຊີວິດ ເຖິງ​ແມ່ນ​ວ່າ ເຈົ້າ​ໜ້າ​ທີ່​ຕໍາຫລວດ​ເປັນ​ຜູ້ຍິງກໍ​ຕາມ.

ຄະນະ​ໄອ​ຍະ​ການກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຕໍາຫລວດໄດ້​ຖືກ​ບັງ​ຄັບ​ໃຫ້​ຍິງ​ ​ເພາະ​ວ່າ ພວກ​ປະ​ທ້ວງ​ພາກັນ​ໂຈມ​ຕີເຈົ້າ​ໜ້າ​ທີ່​ຕໍ​າຫລວດ ດ້ວຍ​ໄມ້ຄ້ອນ ​ແລະ​ມີດ. ​ເຈົ້າ​ໜ້າ​ທີ່​ຕໍ​າຫລວດ​ກ່າວ​ວ່າ ພວກ​ຂຸດ​ບໍ່​ແຮ່ໄດ້​ຍິງ​ປືນ ຢ່າງ​ໜ້ອຍ​ຈາກ​ນຶ່ງ​ກະບອກ.

ແຕ່ວ່າບັນດາ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ​ບາງທ່ານກ່າວ​ວ່າ ​ເຂົາ​ເຈົ້າບໍ່​ເຊື່ອ​ວ່າ ສານຈະຕັດ
ສິນ​ເຫັນ​ພ້ອມ​ກັບ​ຂໍ້​ຫາຄາດ​ຕະກໍາຕໍ່ພວກ​ຂຸດ​ບໍ່ແຮ່.

ບັນດາ​ພະນັກງານ ທີ່​ເຮັດ​ວຽກ​ຂຸດຄຳ​ຂາວ platinum ​ໄກ້​ກັບ​ເມືອງ Johan-nesburg ​ໄດ້​ພາກັນນັດ​ຢຸດ​ງານ​ປະ​ທ້ວງຕົ້ນ​ເດືອນ​ແລ້ວ​ນີ້ ຮຽກຮ້ອງ​ຂື້ນ​ເງິນ​ເດືອນ. ຫລັງ​ຈາກ​ນັ້ນ​ຄວາ​ມຮຸນ​ແຮງກໍ​ໄດ້​ເກີດຂື້ນ ​ເວລາ​ເຈົ້າ​ໜ້າ​ທີ່​ຂອງ​ບໍລິສັດ ​ໄດ້​ຮ້ອງ​ຂໍໃຫ້​ຕໍາຫລວດທັບ​ມ້າງ​ການ​ປະ​ທ້ວງ.

ບັນດາ​ຜູ້​ເຫັນ​ເຫ​ດການ​ກ່າວ​ວ່າ ຕໍາຫລວດ​ຍິງພວກ​ຂຸດ​ບໍ່ແຮ່ຈໍານວນນຶ່ງ ທາງ​ຫຼັງ ​ແລະ​ອີກ​ຈໍານວນນຶ່ງ​ໄດ້​ຖືກຍິງ ມາ​ແຕ່​ໄລຍະໄກຈາກບ່ອນ​ເກີດ​ເຫ​ດ.

ກ່ຽວຂ້ອງກັນ

XS
SM
MD
LG