ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາແພດ ຈາກອາຟຣິກາໃຕ້ ຄ້ວາຕຳແໜ່ງ ນາງງາມໂລກ ປະຈຳປີ 2014

ນາງສວາ Rolene Strauss (ກາງ) ນາງງາມອາຟຣີກາໃຕ້ ດ້ຖືກຄັດເລືອກ ໃຫ້ເປັນນາງງາມໂລກ ຫຼື Miss World ປະຈຳປີ 2014 ໃນລະຫວ່າງ ການແຂ່ງຂັນຂັ້ນສຸດທ້າຍ ຢູ່ທີ່ ExCel Center ໃນນະຄອນຫລວງລອນດອນ ຂອງອັງກິດ ເມື່ອວັນທີ 14 ທັນວາ 2014. ຢືນຢູ່ຄຽງຂ້າງນາງ ແມ່ນ ນາງງາມຮັງ​ກາຣີ Edina Kulcsar (ຊ້າຍ) ແລະ ນາງງາມສະຫະລັດ Elizabeth Safrit (ຂວາ).

ນາງ​ງາມປະ​ເທດ​ອາ​ຟຣິກາ​ໃຕ້ ​ໄວ 22 ປີ ​ໄດ້​ຮັບ​ໄຊຊະນະ ​
ໃນການ​ປະ​ກວດ​ນາງ​ງາມ​ໂລກ​ ຄັ້ງທີ 64 ປະຈຳ​ປີ 2014.

ນາງ​ສາວ Rolene Strauss ນັກ​ສຶກສາ​ແພດ ​ໄດ້​ຖືກ​ຄັດ
​ເລືອກເປັນ​ຜູ້​ຊະນະ​ເລີດຂອງ​ປີ​ນີ້ ຢູ່​ໃນ​ງານ​ປະ​ກວດ​ນາງ​ງາມ
​ໂລກ​ ທີ່​ນະຄອນຫລວງ​ລອນ​ດອນ ຂອງ​ອັງກິດ ເມື່ອຄືນວັນ​
ອາທິດວານ​ນີ້. ປະ​ເມີນ​ກັນ ວ່າ ​ມີຫຼາຍລ້ານ​ຄົນ​ໃນທົ່ວ​ໂລກ​
ພາກັນຕິດຕາມ​ເບິ່ງ ງານ​ປະ​ກວດ​ດັ່ງກ່າວທາງໂທລະພາບ.

ນາງ​ງາມຮັງ​ກາຣີ Edina Kulcsar ​ໄດ້​ເປັນ​ຮອງ​ນາງ​ງາມ​ໂລກ
​ຜູ້​ທີ​ໜຶ່ງ ​ແລະ ນາງງາມສະຫະລັດ Elizabeth Safrit ເປັນຮອງ
ຜູ້​ທີສອງ. ຫຼາຍກວ່າ 120 ປະ​ເທດ​ໄດ້ສົ່ງ​ນາງ​ງາມເຂົ້າຮ່ວມແຂ່ງຂັນ.

ການ​ປະ​ກວດ​ນາງ​ງາມ​ໂລກ​ໃນ​ປີ​ນີ້ ​ໄດ້​ປະສົບ​ກັບໂສກ​ນາດຕະກຳ ຍ້ອນ​ການ​ຄາດຕະກຳ
ນາງ​ງາມຮອນ​ດູຣັສ Maria Jose Alvarado ​ທີ່ຖືກຍິງ​ຕາຍ​ ພ້ອມ​ກັນ​ກັບ​ເອື້ອຍຂອງ​ນາງ ​
ເມື່ອ​ເດືອນ​ແລ້ວ​ນີ້. ​ເຈົ້າໜ້າ​ທີ່​ຕຳຫລວດ ສົງໄສຊາຍ​ຊູ້ ​ຂອງ​ຜູ້​ເປັນເອື້ອຍ​ວ່າ ​ເປັນ​ຜູ້ຍິງ
ເອື້ອຍ​ນ້ອງຄູ່ນີ້ ຫຼັງຈາກ​ທີ່​ໄດ້​ເຫັນແຟນຂອງ​ຕົນ ​ເຕັ້ນ​ລຳ​ກັບຊາຍອີກ​ຄົນ​ນຶ່ງ ຢູ່ໃນງານພາ​ຕີ້​
ແຫ່ງ​ໜຶ່ງ.

ນາງ​ງາມ​ໂລກ​ຄົນ​ໃໝ່ ມີ​ແຜນ​ທີ່​ຈະ​ເດີນທາງ​ໄປ​ຍັງ​ປະ​ເທດ​ຮອນ​ດູຣັສ ​ເພື່ອ​ໄປ​ຊ່ອຍ​ສ້າງ​
ໂຮງຮຽນຫຼັງນຶ່ງ ​ເປັນ​ກຽດແກ່​ສອງ​ເອື້ອຍ​ນ້ອງ​ ທີ່​ຖືກ​ຄາດ​ຕະກຳ​ນັ້ນ.

MISS WORLD VOSOT
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG