ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ອາຟຣິກາໃຕ້ ບໍ່ດີໃຈ ກັບການຂຶ້ນເງິນເດືອນ ໃຫ້ປະທານາທິບໍດີ


ພາບຖ່າຍ ຂອງ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ໃນລະຫວ່າງ ການຢ້ຽມຢາມ ບ້ານພັກຂອງຄົນສະລາ Lodewyk P. Spies ໃນເທດສະບານ Eersterust ໃກ້ກັບນະຄອນ Pretoria ຂອງອາຟຣິກາໃຕ້, ວັນທີ 15 ທັນວາ 2015.
ພາບຖ່າຍ ຂອງ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ໃນລະຫວ່າງ ການຢ້ຽມຢາມ ບ້ານພັກຂອງຄົນສະລາ Lodewyk P. Spies ໃນເທດສະບານ Eersterust ໃກ້ກັບນະຄອນ Pretoria ຂອງອາຟຣິກາໃຕ້, ວັນທີ 15 ທັນວາ 2015.

ພວກກຸ່ມຄົນສ່ວນນຶ່ງຂອງອາຟຣິກາໃຕ້ ບໍ່ດີໃຈ ກັບການປະ
ກາດຂຶ້ນເງິນເດືອນໃຫ້ແກ່ ປະທານາທິບໍດີ Jacob Zuma
ຊຶ່ງມີກຳນົດຈະເລີ້ມຕົ້ນ ໃນເດືອນໜ້ານີ້ ອີງຕາມ ທ່ານ Jordan
Lewis ສະມາຊິກສະພາ ຈາກພັກຝ່າຍຄ້ານ Democratic
Alliance ຫຼືຫຍໍ້ວ່າ DA.

ການຂຶ້ນເງິນໃຫ້ແກ່ທ່ານ Zuma ຈະເຫັນວ່າ ທ່ານຈະໄດ້ຮັບ
ເງິນ 188,000 ໂດລາຕໍ່ປີກັບບ້ານ. ຄະນະກຳມະການ ທີ່ເປັນ
ອິດສະລະ ເພື່ອການຕອບສະໜອງ ຂອງຜູ້ດຳລົງຕຳແໜ່ງລັດ
ຖະກອນ ໄດ້ໃຫ້ການສະເໜີແນະ ເມື່ອເດືອນພະຈິກ ປີກາຍນີ້
ໃຫ້ເພີ້ມເງິນເດືອນຂຶ້ນ 5 ເປີເຊັນ. ບັນດາຂ້າລາດສະການຄົນ
ອື່ນໆ ກໍຈະໄດ້ຮັບ ການເພີ້ມເງິນເດືອນ ຂຶ້ນ 5 ເປີເຊັນ ເຊັ່ນກັນ ໃນງົບປະມານ ສົກປີ 2015-
2016.

ແຕ່ຝ່າຍຄ້ານບາງສ່ວນ ແລະ ກຸ່ມສັງຄົມພົນລະເຮືອນຕ່າງໆ ກ່າວວ່າ ປະທານາທິບໍດີ Zuma
ບໍ່ສົມຄວນຈະໄດ້ຮັບ ການເພີ້ມຂຶ້ນນັ້ນ ຍ້ອນອັນທີ່ ພວກເຂົາເຈົ້າ ໂຕ້ຖຽງວ່າ ສະພາບເສດ
ຖະກິດທີ່ຕົກຕ່ຳ ຊຶ່ງກຳລັງແຜ່ຫຼາຍ ໃນປັດຈຸບັນນີ້.

XS
SM
MD
LG