ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາເສດຖີ ອາຟຣິກາໃຕ້ ຈະມອບເງິນ ເຄິ່ງນຶ່ງ ທີ່ທ່ານມີ ໃຫ້ແກ່ການກຸສົນ


ທ່ານ Patrice Motsepe ມະຫາເສດຖີພັນລ້ານ ຊາວອາຟຣິກາໃຕ້
ທ່ານ Patrice Motsepe ມະຫາເສດຖີພັນລ້ານ ຊາວອາຟຣິກາໃຕ້
ທ່ານ Patrice Motsepe ມະຫາ​ເສດຖີ​ພັນ​ລ້ານຊາວ​ອາ​ຟຣິກາ​ໃຕ້​ເວົ້າ​ວ່າ ທ່ານ​ຈະມອບ​ເງິນ​ເຄິ່ງນຶ່ງ​ຂອງ​ຊັບ​ສົມບັດ​ທັງ​ໝົດຂອງ​ຄອບຄົວທ່ານໃຫ້​ແກ່ ມູນ​ນິທິການ​ກຸສົນ.

ທ່ານ Motsepe ​ເຈົ້າຂອງ​ບໍລິສັດ​ບໍ່​ແຮ່ African Rainbow Minerals ​ໄດ້​ປະກາດກ່ຽວ​ກັບແຜນການ​ຈະ​ເຂົ້າຮ່ວມໃນ​ໂຄງການ​ມອບ​ເງິນ ຫຼື Giving Pledge ຊຶ່ງ​ເປັນຄວາມ​ພະຍາຍ​າມທີ່​ໄດ້​ຈັດ​ຕັ້ງ​ຂຶ້ນມາ​ໂດຍ​ທ່ານ Bill Gates ຜູ້​ກໍ່​ຕັ້ງບໍລິສັດ Microsoft ​ແລະ​ທ່ານ Warren Buffett ນັກ​ລົງທຶນທີ່​ລໍ້າ​ລວຍ ​ເພື່ອ​ຊຸກຍູ້​ໃຫ້​ພວກ​ຄົນຮັ່ງມີ​ທີ່​ສຸດ​ທັງຫຼາຍ ຂອງ​ໂລກ ບໍລິຈາກຊັບສິນ​ຂອງ​ພວກ​ຕົນ​ຢ່າງ​ໜ້ອຍ​ເຄິ່ງນຶ່ງ​ຂອງ​ຊັບ​ສິນ​ທັງໝົດ.

ທ່ານ Motsepe ກໍ​ເປັນ​ຜູ້​ນຶ່ງ​ທີ່​ຮັ່ງມີ​ທີ່​ສຸດ​ຂອງ​ອາ​ຟຣິກາ. ວາລະສານ Forbes ທີ່​ມີ​ສໍານັກງານ​ຢູ່​ໃນ​ສະຫະລັດ ປະ​ເມີນ​ວ່າ ຊັບ​ສິນ​ຂອງ​ທ່ານ Motsepe ມີ​ປະມານ 2 ພັນ ຫົກ​ຮ້ອຍ​ຫ້າ​ສິບ​ລ້ານ​ໂດ​ລາ.

​ເຈົ້າຂອງ​ບໍ​ລິ​ສັດ​ບໍ່​ແຮ່ທ່ານ​ນີ້​ເວົ້າ​ວ່າ ທ່ານ​ຈະ​ສະຫຼະ​ເງິນ​ເຄິ່ງນຶ່ງ​ຂອງ​ທັງ​ໝົດ​ທີ່ທ່ານ​ມີຢູ່ ​ໃຫ້​ແກ່​ມູນ​ນິທິ Motsepe Foundation ຊຶ່ງ​ເປັນ​ມູນ​ນິທິ​ການ​ກຸສົນ ທີ່​ທ່ານ​ແລະ​ພັນ​ລະ​ຍາ​ໄດ້​ກໍ່​ຕັ້ງ​ຂຶ້ນມາໃນ​ປີ 1999 ​ເພື່ອ​ຊ່ວຍ​ເຫຼືອຊາວອາ​ຟຣິກາ​ໃຕ້​ທີ່​ດ້ອຍ​ໂອກາດ​ທັງຫຼາຍ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນ ທ່ານ Motsepe ​ເວົ້າ​ວ່າ ​ເງິນ​ບໍລິຈາກ​ຂອງທ່ານນີ້ ຈະໃຊ້​ເພື່ອ​ປັບປຸງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາ​ຊົນໃຫ້​ດີ​ຂຶ້ນ ພ້ອມທັງ​ພວກ​ທີ່​ເສຍ​ອົງຄະ ຫວ່າງ​ງານ ຫຼືມີ​ສະພາບຫຼໍ່​ແຫຼມ​ໃນ​ວົງ​ສັງຄົມ.
XS
SM
MD
LG