ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການທະຫານ ຂອງອາຟຣິກາໃຕ້ ຢ້ຽມຢາມມົສກູ ເພື່ອການເຈລະຈາສອງຝ່າຍ


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂ​ອ້ລົມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຈິ, ຣັດເຊຍ, ວັນທີ 23 ຕຸລາ 2019
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂ​ອ້ລົມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຈິ, ຣັດເຊຍ, ວັນທີ 23 ຕຸລາ 2019

ກອງທັບ​ແຫ່ງຊາດອາຟຣິກາໃຕ້ ຫຼື (SANDF) ກ່າວໃນວັນຈັນວານນີ້ວ່າ ນາຍພົນ ລໍເຣນຊ໌ ເອັມບາທາ (Lawrence Mbatha) ຜູ້ບັນຊາການທະຫານຂອງຕົນ ກຳລັງຢູ່ໃນນະຄອນຫຼວງມົສກູ ເພື່ອປະຊຸມສອງຝ່າຍ

ກອງທັບ​ແຫ່ງຊາດອາຟຣິກາໃຕ້ ຫຼື (SANDF) ກ່າວໃນວັນຈັນວານນີ້ວ່າ ນາຍພົນ ລໍເຣນຊ໌ ເອັມບາທາ (Lawrence Mbatha) ຜູ້ບັນຊາການທະຫານຂອງຕົນ ກຳລັງຢູ່ໃນນະຄອນຫຼວງມົສກູ ເພື່ອປະຊຸມສອງຝ່າຍ, ເຊິ່ງທ່ານຈະໄປຢ້ຽມ ຢາມວິທະຍາຄານການທະຫານຂອງຣັດເຊຍ ແລະເຈລະຈາຫາລືກັບບັນດາເຈົ້າໜ້າທີ່, ອີງຕາມອົງການຂ່າວຮອຍເຕີສ໌.

SANDF ກ່າວໃນຖະແຫຼງການສະບັບນຶ່ງວ່າ​ "ມັນຕ້ອງໄດ້ຖືກຮັບຮູ້ວ່າອາຟຣິກາໃຕ້ ມີການພົວພັນສອງຝ່າຍ ທາງທະຫານກັບທະຫານ ກັບບັນດາປະເທດຕ່າງໆ ທັງໃນ ແລະ ນອກທະວີບ," ພ້ອມກ່າວຕື່ມອີກວ່າ ກອງປະຊຸມໃນຣັດເຊຍໄດ້ຖືກວາງແຜນໄວ້ລ່ວງຫນ້າເປັນຢ່າງດີ.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ກ່າວ​ວ່າ ຈຸດຢືນໃນການບໍ່ຝັກໃຝ່ຝ່າຍໃດຂອງປະເທດນີ້​ບໍ່​ໄດ້ສະໜັບສະໜຸນຣັດເຊຍຫຼາຍກວ່າປະເທດອື່ນໆ ​ແລະ​ໄດ້​ເນັ້ນຢໍ້າເຖິງການຮຽກຮ້ອງໃຫ້ມີການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໃນ​ຢູ​ເຄຣນ​ໂດຍ​ສັນຕິ.

ທ່ານ ຣາມາໂຟຊາ (Ramaphosa) ໄດ້ສະແດງຄວາມເຫັນດັ່ງກ່າວ ໃນຈົດ ຫມາຍຂ່າວປະຈຳອາທິດ ຂອງປະທານາທິບໍດີ. ອາທິດແລ້ວນີ້, ສະຫະລັດໄດ້ກ່າວຫາວ່າ ມີການຂົນອາວຸດຂຶ້ນກຳປັ່ນ Lady R ຂອງຣັດເຊຍ ຈາກຖານທັບເຮືອໃນເມືອງ Cape Town ໃນທ້າຍປີກາຍ, ເຊິ່ງ​ຫາກໍ່ໃຫ້ເກີດການປະທະກັນທາງດ້ານການທູດ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG