ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາການຂອງທ່ານ Mandela ຍັງສາຫັດ ແຕ່ທຸ່ນທ່ຽງ (ວີດິໂອ/ສະໄລດ໌)


ທ່ານ Nelson Mandela ອະດີດປະທານາທິບໍດີອາຟຣິກາໃຕ້ ທີ່ມີອາການປ່ວຍສາຫັດ ແຕ່ກໍຍັງທຸ່ນທ່ຽງຢູ່.
ທ່ານ Nelson Mandela ອະດີດປະທານາທິບໍດີອາຟຣິກາໃຕ້ ທີ່ມີອາການປ່ວຍສາຫັດ ແຕ່ກໍຍັງທຸ່ນທ່ຽງຢູ່.
ລັດຖະບານອາຟຣິກາໃຕ້ເວົ້າວ່າ ອະດີດປະທານາທິບໍດີ
Nelson Mandela ຍັງມີອາການ “ສາຫັດ ແຕ່ກໍຍັງທຸ່ນ
ທ່ຽງຢູ່” ໃນຂະນະທີ່ທ່ານສືບຕໍ່ນອນຮັກສາຕົວຢູ່ໂຮງໝໍແຫ່ງ
ນຶ່ງໃນນະຄອນຫລວງ Pretoria ເປັນມື້ທີສາມເພື່ອປົວໂຣກ
ປອດອັກເສບ ທີ່ກັບມາຄືນອີກ.

ຫ້ອງການຂອງປະທານາທິບໍດີ Jacob Zuma ເວົ້າຢູ່ໃນຖະ
ແຫລງການສະບັບທີ່ນໍາອອກເຜີຍແຜ່ ໃນວັນຈັນມື້ນີ້ວ່າ ສຸຂະ
ພາບຂອງທ່ານ Mandela ຍັງບໍ່ມີຫຍັງປ່ຽນແປງ ນັບແຕ່
ທ່ານໄດ້ເຂົ້າໂຮງໝໍໃນວັນເສົາຜ່ານມາ.


ເບິ່ງວີດິໂອເລື້ອງ ຜູ້ຄົນສວດມົນພາວະນາ ໃຫ້ທ່ານແມນເດລາ ຫາຍວັນຫາຍຄືນ :

ທ່ານ Mandela ຍັງມີອາການ ສາຫັດ
please wait

No media source currently available

0:00 0:01:11 0:00


ບຸກຄົນທີ່ໄດ້ຮັບຄວາມຊື່ນຊົມຍົກຍ້ອງຍ້ອນການຕໍ່ສູ້ຕ້ານການແບ່ງແຍກສີຜີວ ອາຍຸ 94
ປີທ່ານນີ້ ໄດ້ເຂົ້າໂຮງໝໍສີ່ຄັ້ງແລ້ວ ນັບແຕ່ເດືອນທັນວາປີກາຍນີ້ເປັນຕົ້ນມາ.

ໃນວັນອາທິດວານນີ້, ພວກໄປສວດມົນພາວະນາຢູ່ທົ່ວປະເທດ ໄດ້ພາກັນໄຫວ້ວອນຂໍ
ໃຫ້ທ່ານ Mandela ທີ່ຊາວອາຟຣິກາໃຕ້ຫລາຍຄົນຖືວ່າເປັນບິດາຂອງປະເທດນັ້ນ ຫາຍ
ຈາກຄວາມເຈັບປ່ວຍ.

ທ່ານ Andrew Mlangeni ເພື່ອນຄົນນຶ່ງຂອງທ່ານ Mandela ໄດ້ກ່າວຕໍ່ໜັງສືພິມ
Sunday Times ວ່າ ລັດຖະບູລຸດທີ່ໄດ້ຮັບຄວາມຊື່ນຊົມຍ້ອງຍໍໃນລະດັບສາກົນທ່ານນີ້
ອາດບໍ່ສາມາດກັບຫາຍດີໄດ້ ແລະທ່ານໄດ້ຂໍໃຫ້ສະມາຊິກຄອບຄົວຂອງທ່ານ “ປ່ອຍໃຫ້
ທ່ານໄປ.” ທ່ານ Mlangeni ເວົ້າອີກວ່າ “ຫາກເມື່ອໃດຄອບຄົວຂອງທ່ານ ປ່ອຍໃຫ້ທ່ານ
ໄປແລ້ວ ປະຊາຊົນໃນອາຟຣິກາໃຕ້ກໍຈະເຮັດຕາມ.”


ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG