ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mandela ຍັງພັກຮັກສາຕົວ ຢູ່ໂຮງໝໍ ຕໍ່ໄປອີກມື້ນຶ່ງ (ວີດິໂອ)


ທ່ານ Nelson Mandela ອະດີດປະທານາທິບໍດີ ແລະຜູ້ນໍາສິດທິມະນຸດອາຟຣິກາໃຕ້ ທີ່ຍັງສືບຕໍ່ນອນຢູ່ໂຮງໝໍ ຕໍ່ໄປອີກມື້ນຶ່ງ ໃນວັນອາທິດມື້ນີ້ ເພື່ອປົວອາການປອດບວມ.
ທ່ານ Nelson Mandela ອະດີດປະທານາທິບໍດີ ແລະຜູ້ນໍາສິດທິມະນຸດອາຟຣິກາໃຕ້ ທີ່ຍັງສືບຕໍ່ນອນຢູ່ໂຮງໝໍ ຕໍ່ໄປອີກມື້ນຶ່ງ ໃນວັນອາທິດມື້ນີ້ ເພື່ອປົວອາການປອດບວມ.
ອະດີດປະທານາທິບໍດີແລະຜູ້ນໍາສິດທິມະນຸດອາຟຣິກາໃຕ້
ທ່ານ Nelson Mandela ຍັງສືບຕໍ່ນອນຢູ່ໂຮງໝໍຕໍ່ໄປອີກມື້
ນຶ່ງ ໃນວັນອາທິດມື້ນີ້ ເພື່ອຮັບການປິ່ນປົວອາການປອດບວມ.

ໃນວັນເສົາວານນີ້ ເຈົ້າໜ້າທີ່ເວົ້າວ່າ ຜູ້ນຳໃນການຕໍ່ຕ້ານການ
ແບ່ງແຍກເຊື້ອຊາດຜິວພັນ ກໍາລັງພັກຜ່ອນຢ່າງສະບາຍ ແລະຢູ່
ໃນຂັ້ນຕອນການເອົານໍ້າອອກຈາກປອດ.

ທ່ານ Mandela ໄດ້ຖືກນໍາໄປໂຮງໝໍທີ່ບໍ່ມີການເປີດເຜີຍຊື່ໃຫ້
ຊາບແຫ່ງນຶ່ງ ໃນວັນພຸດຜ່ານມາ. ທ່ານເຄີຍເຂົ້າໂຮງໝໍມາແລ້ວ
ເປັນເວລາສາມອາທິດ ໃນເດືອນທັນວາປີກາຍນີ້ ຍ້ອນປອດອັກ
ເສບ ແລະເປັນໜີ້ວ.

ຫລາຍໆຄົນທີ່ຍ້ອງຍໍສັນລະເສີນທ່ານ ຍັງສືບຕໍ່ມີຄວາມວິຕົກກັງວົນຢ່າງ ສູງນໍາຜູ້ໄດ້ຮັບ
ລາງວັນໂນແບລຂະແໜງສັນຕິພາບອາຍຸ 94 ປີທ່ານນີ້ ຢູ່ໃນອາຟຣິກາໃຕ້ບ່ອນທີ່ທ່ານ
ໄດ້ຮັບການເຄົາລົບນັບຖືວ່າເປັນວິລະບູລຸດແຫ່ງຊາດແລະໃນແຫ່ງອື່ນໆຂອງໂລກນໍາ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວໃນວັນພະຫັດຜ່ານມາວ່າ ທ່ານ
“ມີຄວາມເປັນຫ່ວງທີ່ສຸດ” ກ່ຽວກັບສຸຂະພາບຂອງທ່ານ Mandela ຜູ້ທີ່ທ່ານຮ້ອງວ່າ
ເປັນຜູ້ດົນຈິດດົນໃຈຄົນ ແລະເປັນວິລະບຸລຸດນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG