ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຕ້ອງສົງໄສ ເປັນກະບົດ ຄອງໂກ ຖືກຈັບ ຢູ່ອາຟຣິກາໃຕ້ (ສະໄລດ໌)


ນັກລົບຂອງກຸ່ມກະບົດ M23 ຍາມປະຕູເຂົ້າກອງປະຊຸມຂ່າວ ຢູ່ເມືອງ Bunagana ທາງພາກຕາເວັນອອກຂອງສາທາລະນະລັດປະຊາ ທິປະໄຕຄອງໂກ ໃນວັນທີ 3 ມັງກອນ 2013.
ນັກລົບຂອງກຸ່ມກະບົດ M23 ຍາມປະຕູເຂົ້າກອງປະຊຸມຂ່າວ ຢູ່ເມືອງ Bunagana ທາງພາກຕາເວັນອອກຂອງສາທາລະນະລັດປະຊາ ທິປະໄຕຄອງໂກ ໃນວັນທີ 3 ມັງກອນ 2013.
ຕໍາຫລວດໃນປະເທດອາຟຣິກາໃຕ້ ໄດ້ຈັບກຸມ 19 ຄົນ ທີ່ສົງ
ໄສວ່າເປັນສະມາ ຊິກຂອງກຸ່ມກະບົດ M23 ທີ່ໄດ້ເລີ້ມທໍາການ
ກະບົດໃນສາທາລະນະລັດປະຊາທິປະໄຕຄອງໂກ ໃນປີກາຍນີ້.

ພວກເຈົ້າໜ້າທີ່ເວົ້າວ່າ ການຈັບກຸມພວກກ່ຽວ ໄດ້ມີຂຶ້ນໃນເຊົ້າ
ວັນອັງຄານມື້ນີ້ ຢູ່ແຂວງ Limpopo ທາງພາກເໜືອຂອງອາ
ຟຣິກາໃຕ້ ແຕ່ກໍບໍ່ໄດ້ໃຫ້ລາຍ ລະອຽດເພີ້ມເຕີມແຕ່ຢ່າງໃດ.

ພວກຕ້ອງສົງໄສດັ່ງກ່າວ ມີກໍານົດທີ່ຈະໄປປະກົດຕົວທີ່ສານ ໃນ
ນະຄອນ Pretoria ໃນເວລາຕໍ່ມາພາຍໃນມື້ນີ້ ເພື່ອປະເຊີນກັບ
ຂໍ້ຫາທີ່ຢູ່ພາຍໃຕ້ ກົດໝາຍຂອງອາຟຣິກາໃຕ້ ວ່າດ້ວຍການຊ່ວຍ ເຫລືອທະຫານຕ່າງປະເທດ. ກຸ່ມ M23 ແມ່ນປະກອບດ້ວຍອະ
ດີດພວກກະບົດ ທີ່ໄດ້ຮວມຕົວເຂົ້າກັບກອງ ທັບຄອງໂກ ໃນສັນ
ຍາສັນຕິພາບປີ 2009. ແຕ່ ວ່າພວກກະບົດດັ່ງກ່າວ ໜີທັບໃນປີກາຍນີ້ ໂດຍໄດ້ຕ້ອງຕິວ່າ ພວກຕົນຖືກຈໍາແນກ ແລະຖືກປະຕິບັດຕໍ່ ແບບບໍ່ເປັນທຳ.
XS
SM
MD
LG