ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີປະເທດ ອາຟຣິກາໃຕ້ ອາດຖືກ ປົດອອກຈາກຕຳແໜ່ງ ກ່ອນໝົດວາລະສະໄໝ


ທ່ານ Gwede Mantashe, ເລຂາທິການໃຫຍ່ ພັກລັດ
ຖະສະພາແຫ່ງຊາດ ອາຟຣິກາ, ກ່າວຄຳປາໄສ ໃນລະ
ຫວ່າງ ຖະແຫຼງການສັ້ນ ຕໍ່ບັນດານັກຂ່າວໃນນະຄອນຫຼວງ Johannesburg, 5 ເມສາ, 2017.
ທ່ານ Gwede Mantashe, ເລຂາທິການໃຫຍ່ ພັກລັດ ຖະສະພາແຫ່ງຊາດ ອາຟຣິກາ, ກ່າວຄຳປາໄສ ໃນລະ ຫວ່າງ ຖະແຫຼງການສັ້ນ ຕໍ່ບັນດານັກຂ່າວໃນນະຄອນຫຼວງ Johannesburg, 5 ເມສາ, 2017.

ພັກລັດຖະສະພາແຫ່ງຊາດ ອາຟຣິກາ ທີ່ກຳລັງປົກຄອງປະເທດ ອາຟຣິກາໃຕ້ ໃນຕອນ
ນີ້້້ ໄດ້ຮັບຄວາມເສຍຫາຍໂດຍຄື້ນຟອງຂອງການກ່າວຫາສໍ້ລາດບັງຫຼວງຄັ້ງໃໝ່ ທີ່ແນ
ເປົ້າໃສ່ປະທານາທິບໍດີທ່ານ Jacob Zuma, ພ້ອມດ້ວຍຂ້າລັດຖະການຂັ້ນສູງຂອງພັກ
ທີ່ກ່າວໃນວັນພຸດວານນີ້ວ່າ ຈຸດຈົບສຳລັບຜູ້ນຳທີ່ບໍ່ໄດ້ຮັບຄວາມຍິ່ງໃຫຍ່ຂຶ້ນກວ່າເກົ່ານີ້ ແມ່ນຫຍັບໃກ້ເຂົ້າມາແລ້ວ.

ໂຄສົກພັກ ທ່ານ Zizi Kodwa ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາມີໜ້າຕາທີ່ຕ້ອງ
ປົກປ້ອງ ໃນຂະນະທີ່ການນຳພາໃນປັດຈຸບັນ ພ້ອມກັບການນຳຊຸດຕໍ່ໄປຈະມີຄວາມ
ຮັບຜິດຊອບອັນດຽວກັນ. ຍິ່ງມີການກ່າວຫາ ການສໍ້ລາດບັງຫຼວງຖືກເວົ້າຢໍ້າ ກ່ຽວກັບ
ສະ ມາຊິກຂອງພັກ ANC ຫຼາຍເທົ່າໃດ ມັນກໍຍິ່ງເຮັດໃຫ້ພັກ ANC ເສຍຫາຍເທົ່ານັ້ນ. ພວກເຮົາກຳລັງຮັບມືກັບຄວາມຫຍຸ້ງຍາກ, ມັນບໍ່ຄືກັນກັບຄົນຜູ້ທີ່ອອກຄຳສັ່ງ, ທີ່ໄປ
ແລະ ທຳການສໍ້ລາດບັງຫຼວງ. ມັນບໍ່ມີນະໂຍບາຍແນວນັ້ນໃນພັກ ANC. ມັນແມ່ນຄົນ
ຜູ້ທີ່ມີເອກະລາດໃນຂົງເຂດວຽກງານຂອງພວກເຂົາເຈົ້າ. ພວກເຂົາເຈົ້າຕ້ອງເຮັດສິ່ງ
ຕ່າງໆທີ່ໃນທີ່ສຸດ, ພວກເຂົາເຈົ້າກັບມາຄືນເພື່ອສ້າງຜົນກະທົບໃຫ້ອົງການ."

ການກ່າວຫາສໍ້ລາດບັງຫຼວງຄັ້ງໃໝ່ ໄດ້ສະແດງໃຫ້ເຫັນໃນອີເມລ ທີ່ຖືກຮົ່ວໄຫຼອອກມາ ເມື່ອບໍ່ດົນມານີ້ ເຊິ່ງມັນປາກົດວ່າ ຈະສະແດງໃຫ້ເຫັນຄອບຄົວຊາວ ອິນເດຍ ທີ່ຮັ່ງມີ ຄອບຄົວໜຶ່ງຊື່ວ່າ Gupta, ໄດ້ມີອິດທິພົນຕໍ່ປະທານາທິບໍດີ ແລະ ລັດຖະບານຢ່າງບໍ່
ເໝາະສົມ. ທ່ານ Kodwa ກ່າວວ່າ ພັກບໍ່ມີຄວາມອົດກັ້ນຕໍ່ການສໍ້ລາດບັງຫຼວງ, ແລະ ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນພິຈາລະນາຄະດີ.

ທ່ານ Zuma, ທີ່ມີກຳນົດໝົດສິ້ນສຸດການດຳລົງຕຳແໜ່ງ ໃນທ້າຍຂອງປີນີ້, ແມ່ນຈຸດສູນ
ກາງຂອງການກ່າວຫາຄັ້ງຫຼ້າສຸດ. ເລຂາທິການໃຫຍ່ຂອງພັກທ່ານ Gwede Mantashe ໄດ້ສະເໜີໃນທາງອ້ອມ ວ່າ ການນຳຂອງພັກ ຈະທຳການຕັດສິນໃຈ ແລະ ອາດຈະເຮັດ
ໃຫ້ທ່ານ Zuma ຖືກປົດອອກຈາກຕຳແໜ່ງປະທານາທິບໍດີຂອງທ່ານ ກ່ອນໝົດວາລະໃນ
ປີ 2019 ກໍເປັນໄດ້. ດັ້ງເດີມແລ້ວ ທ່ານ Zuma ໄດ້ຂຶ້ນກຳອຳນາດໃນປີ 2008, ຫຼັງຈາກ
ພັກຂອງທ່ານໄດ້ເລືອກທ່ານ ເຂົ້າຮັບຕຳແໜ່ງແທນອະດີດຜູ້ນຳພັກ ທ່ານ Thabo Mbeki, ຫຼັງຈາກນັ້ນທ່ານ Mbeki ກໍໄດ້ລົງຈາກຕຳແໜ່ງປະທານາທິບໍດີ.

ທ່ານ Mantashe ໄດ້ປະຕິເສດທີ່ຈະເວົ້າເຖິງ ສິ່ງທີ່ອາດເກີດຂຶ້ນຕໍ່ໄປ ກ່ຽວກັບ ທ່ານ
Zuma, ຜູ້ທີ່ໄດ້ຕົກຢູ່ໃນສະຖານະການຫຍຸ້ງຍາກ ໃນການຕໍ່ສູ້ໃນສານ ຫຼັງຈາກການກ່າວ
ຫາເກົ່າ ກ່ຽວກັບ ການສໍ້ລາດບັງຫຼວງທີ່ ໄດ້ຖືກນຳກັບມາໃຊ້ ຕໍ່ທ່ານອີກໃນປີກາຍນີ້.

ທ່ານໄດ້ກ່າວວ່າ “ທຸກຢ່າງທີ່ຂ້າພະເຈົ້າຈະເວົ້າກໍແມ່ນ ຫຼັງຈາກເດືອນທັນວາ, ເຊິ່ງການ ດຳລົງຕຳແໜ່ງຂອງທ່ານຈະສິ້ນສຸດໃນປີ 2019. ແຕ່ຂ້າພະເຈົ້າກຳລັງເວົ້າ ກ່ຽວກັບ
ວັນທີ 20 ເດືອນທັນວາ, ການໂຕ້ຖຽງໄດ້ເລີ່ມມີຄວາມສັບສົນໜ້ອຍລົງ. ແຕ່ຂ້າພະເຈົ້າ
ບໍ່ຢາກຮັບມືກັບມັນໃນຕອນນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG