ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຟຣິກາໃຕ້ ຕ້ອງການຖອນໂຕ ອອກຈາກສານອາຍາສາກົນ ຫຼື ໄອຊີຊີ (ICC) ພາຍຫຼັງຄຳສັ່ງຈັບ ທ່ານປູຕິນ


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂ​ອ້ລົມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຈິ, ຣັດເຊຍ, ວັນທີ 23 ຕຸລາ 2019
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂ​ອ້ລົມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຈິ, ຣັດເຊຍ, ວັນທີ 23 ຕຸລາ 2019

ປະທານາທິບໍດີອາຟຣິກາໃຕ້ ທ່ານ ຊີຣິລ ຣາມາໂຟຊາ (Cyril Ramaphosa) ໄດ້ກ່າວວ່າ ປະເທດຂອງທ່ານຈະລາອອກຈາກ ສານອາຍາສາກົນ ຫຼືໄອຊີຊີ (ICC) ເຊິ່ງໄດ້ອອກຄຳສັ່ງຈັບປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໃນເດືອນມີນາ ທີ່ຜ່ານມາ. ເຄທ ບາຣ໌ເລັທ ມີລາຍງານເລື່ອງນີ້ ເຊິ່ງອາດນາສັກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາທິບໍດີ ຣາມາໂຟຊາ ໄດ້ສະແດງຄວາມຄິດເຫັນ ໃນການຖະແຫຼ່ງຂ່າວຮ່ວມກັບ ຄູ່ຮ່ວມຕໍາແໜ່ງຝ່າຍ​ຟິນແລນທີ່ມາຢ້ຽມຢາມ ທ່ານ ຊາວລີ ນີນິສໂຕ (Sauli Niinisto).

ທ່ານ ກ່າວວ່າ ເປັນເວລາດົນແລ້ວ ຢູ່ໃນພັກຄອງແກຣັດແຫ່ງຊາດອາຟຣິກາ ຫຼື ພັກເອເອັນຊີ (ANC) ມີຄວາມຮູ້ສຶກວ່າ ໄອຊີຊີ (ICC) ປະຕິບັດຕໍ່ບາງປະເທດ ຢ່າງບໍ່ຍຸຕິທຳ,​ ໂດຍອ້າງເຖິງຄວາມເປັນຈິງທີ່ວ່າຜູ້ນຳອາຟຣິກາຫຼາຍທ່ານໄດ້ຖືກນຳໂຕມາຂື້ນສານ ໃນນະຄອນເຮັກ ຂອງ ເນເທີແລນ.

ທ່ານໄດ້ກ່າວເປັນພາສາອັງກິດວ່າ:

"ທັດສະນະຂອງພວກເຮົາແມ່ນ ພວກເຮົາຢາກໃຫ້ເລື່ອງການປະຕິບັດທີ່ບໍ່ຍຸຕິທໍານີ້ ໄດ້ມີການປຶກສາຫາລືຢ່າງຖືກຕ້ອງ, ແຕ່ໃນຂະນະດຽວກັນ, ພັກລັດ​ຖະ​ບານ ໄດ້ຕັດສິນໃຈອີກເທື່ອນຶ່ງວ່າ ຄວນຈະມີການຖອນຕົວອອກ, ດັ່ງນັ້ນມັນຈະກາຍ ເປັນເລື່ອງທີ່ຈະຕ້ອງໄດ້ດໍາເນີນການຕໍ່ໄປ."

ພັັກ ANC ຕ້ອງການຖອນຕົວອອກຈາກສານໃນຫຼາຍປີກ່ອນ ແຕ່ໄດ້ຖືກສະກັດກັ້ນບໍ່ໃຫ້ເຮັດເຊັ່ນນັ້ນ ໂດຍສານອາຟຣິກາໃຕ້ທີ່ເຫັນວ່າການເຄື່ອນໄຫວດັ່ງກ່າວບໍ່ສອດຄ່ອງກັບລັດຖະທໍາມະນູນ.

ເມື່ອບໍ່ດົນມາ​ນີ້, ໄອຊີຊີ (ICC) ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ ປະທານາທິບໍດີ​ຣັດ​ເຊຍ ທ່ານ ວລາດີເມຍ ປູຕິນ ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ຢູ່​ໃນຢູເຄຣນ.

ທ່ານ ປູຕິນ ໄດ້​ຮັບ​ການ​ເຊື້ອ​ເຊີນ​ ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ ຂອງ​ກຸ່ມປະເທດທີ່​ມີເສດຖະກິດພຸ່ງ​ພົ້ນ​ໃໝ່ ຫຼື ບຣິກສ໌ (BRICS) ໃນ​ເດືອນ​ສິງ​ຫາ​ທີ່ຈະມາເຖິງທີ່​ນະ​ຄອນໂຈແຮນແນັສເບີກ (Johannesburg). ເຊິ່ງບັນດາປະເທດ ໃນ ກຸ່ມ BRICS ລວມມີ ບຣາຊິລ, ຣັດ​ເຊຍ, ອິນ​ເດຍ, ຈີນ ແລະ ອາ​ຟ​ຣິ​ກາ​ໃຕ້.

ພັກ ANC ເປັນພັນທະມິດທີ່ຫ້າວຫັນຂອງ​ມົ​ສ​ກູແລະ​ໄດ້​ປະຕິ​ເສດ​ທີ່​ຈະ​ປະນາມ ​ການ​ບຸກ​ໂຈມ​ຕີ​ຢູ​ເຄຣນຂອງຣັດເຊຍ.

ຖ້າຫາກວ່າ ທ່ານ ປູຕິນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນຖານະຜູ້ລົງນາມໃນ ICC, ອາຟຣິກາໃຕ້ມີພັນທະທີ່ຈະຕ້ອງຈັບກຸມ ທ່ານ.

ຢ່າງໃດກໍຕາມ, ປຣີໂຕເຣຍ (Pretoria) ໄດ້ປະຕິເສດທີ່ຈະຈັບກຸມອະດີດຜູ້ນຳ ຂອງຊູດານ ທ່ານ ໂອມາຣ໌ ອັລ-ບາເຊຍຣ໌ (Omar al-Bashir) ໃນເວລາທີ່ທ່ານໄດ້ໄປຢ້ຽມຢາມໃນປີ 2015, ເຖິງແມ່ນວ່າຈະມີຄຳສັ່ງໃຫ້ຈັບກຸມທ່ານຈາກ ICC ກໍ່ຕາມ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG