ອາຟຣິກາໃຕ້ເປັນປະເທດຫລ້າສຸດ ທີ່ຮ້ອງນັກການທູດສະຫະລັດເຂົ້າພົບ ເພື່ອອະທິ
ບາຍຄຳເວົ້າທີ່ຫຍາບຄາຍຂອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທີ່ເວົ້າ
ກ່ຽວກັບຄົນເຂົ້າເມືອງຊາວອາຟຣິກາ ເຮຕີ ແລະແອວຊາລວາດໍ ທີ່ເຂົ້າມາສະຫະລັດ.
ປະທານາທິບໍດີທຣໍາໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ບັນດາສະມາຊິກສະພາ ຢູ່ກອງ
ປະຊຸມໃນທຳນຽບຂາວຫວ່າງມໍ່ໆມານ່ີ້ ກ່ຽວກັບເລື່ອງຄົນເຂົ້າເມືອງ ອີງຕາມຫລາຍ
ລາຍງານ ທ່ານໄດ້ຖາມວ່າ “ເປັນຫຍັງພວກເຮົາຈຶ່ງມີພວກຄົນເຫລົ່ານີ້ມາຈາກປະເທດ “s---hole.” ທີ່ແປເປັນພາສາລາວວ່າ ປະເທດ “ຂຸມຂີ້” ທັງຫຼາຍນັ້ນ.
ປະທານາທິບໍດີທຣໍາ ໄດ້ຖືກລາຍງານວ່າ ສະຫະລັດສົມຄວນອະນຸຍາດໃຫ້ຫລາຍຄົນ
ຈາກບ່ອນຕ່າງໆເຊັ່ນວ່າ ນໍເວ ປະຊາຊົນນໍເວທີ່ເປັນຄົນຜິວຂາວທັງໝົດ. ປະຊາຊົນ
ຂອງປະເທດອາຟຣິກາ ແລະເຮຕີ ສ່ວນໃຫຍ່ເປັນຄົນຜິວດຳ ໃນຂະນະທີ່ປະຊາຊົນ
ຈາກ ແອລຊາລວາດໍສ່ວນໃຫຍ່ເປັນຄົນຜິວນໍ້າຕານ.
ຖະແຫລງການຈາກບັນດາອົງການຈັດຕັ້ງຕ່າງປະເທດ ແລະພາຍໃນສະແດງຄວາມ
ເປັນຫ່ວງວ່າ ສະຫະລັດ ແລະປະທານາທິບໍດີຂອງເຂົາເຈົ້າ ກຳລັງລົງສູ່ຫົນທາງລຳ
ອຽງຜິວພັນ. ປະທານາທິບໍດີທຣໍາໄດ້ປະຕິເສດວ່າທ່ານບໍ່ເປັນຄົນລຳອຽງຜິວພັນ ແລະ
ເນັ້ນໜັກວ່າ ທ່ານບໍ່ໄດ້ກ່າວຄຳເວົ້າດັ່ງກ່າວ.
ກະຊວງຄວາມສຳພັນຕ່າງປະເທດອາຟຣິກາ ແລະການຮ່ວມມື ຫລື (DIRCO) ໄດ້ມີ
ນັດໝາຍທີ່ຈະສົນທະນາໃນວັນຈັນໜ້ານີ້ກັບ ຮອງຜູ້ທີສອງຢູ່ສະຖານທູດສະຫະລັດ
ໃນນຄອນປຣີໂຕເຣຍ ກ່ຽວກັບຄຳຖະແຫລງຂອງປະທານາທິບໍດີທຣໍາ.“
DIRCO ກ່າວຢູ່ໃນຖະແຫລງການວ່າ ກະຊວງຈະໃຫ້ໂອກາດແກ່ຮອງທູດສະຫະລັດ
ກ່າວໃນວັນຈັນ ເພື່ອອະພິບາຍວ່າບັນດາປະເທດອາຟຣິກາ ພ້ອມດ້ວຍເຮຕີ ແລະ
ແອລຊາລວາດໍ ເປັນປະເທດ “s…hols” ບ່ອນທີ່ຄົນເຂົ້າເມືອງມາຈາກ ເຂົ້າສູ່ສະຫະ
ລັດນັ້ນບໍ່ເປັນທີ່ປາດຖະໜາ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ