ເຈົ້າໜ້າທີ່ອາຟຣິກາໃຕ້ກຳລັງເຈລະຈາຫາລືກັບເຈົ້າໜ້າທີ່
ອະວຸໂສຂອງຫວຽດນາມຢູ່ທີ່ຮ່າໂນ່ຍເພື່ອຊອກຫາຊ່ອງ
ທາງ ໃຫ້ມີການຫຼຸດຜ່ອນ ການລັກລອບຄ້າຂາຍນໍແຮດ
rhino ແບບຜິດກົດໝາຍ.
ນໍແຮດທີ່ວ່ານີ້ແມ່ນໄດ້ມີການລັກລອບຊື້ຂາຍກັນ ຢູ່ຕາມ
ຕະຫຼາດມືດແລະໃຊ້ໃນການປະສົມຢາພື້ນເມືອງຢູ່ໃນບາງ
ປະເທດເອເຊຍ.
ກຸ່ມອະນຸລັກສັດປ່ານາໆຊາດ TRAFFIC ກ່າວວ່າຫວຽດ
ນາມແມ່ນນຶ່ງຂອງປາຍທາງທີ່ສຳຄັນ ສຳລັບນໍແຮດຜິດກົດ
ໝາຍ ຈາກອາຟຣິກາ.
ອົງການນີ້ເວົ້າວ່າ ເປົ້າໝາຍຂອງການປະຊຸມດັ່ງກ່າວແມ່ນເພື່ອປັບປຸງການຮ່ວມມືລະຫວ່າງ
ຕຳຫຼວດຂອງປະເທດທັງສອງ.
ໃນປີນີ້ມີແຮດຫຼາຍກວ່າ 200 ໂຕໄດ້ຖືກຂ້າເພື່ອເອົານໍຢູ່ອາຟຣິກາໃຕ້ ບ່ອນທີ່ມີຮອດ 90%
ຂອງແຮດທີ່ຍັງເຫລືອຢູ່ໃນໂລກ ອາໄສຢູ່ຕາມປ່າດົງພົງໄພນັ້ນ.